ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ເຫັນ​ວ່າການ​ແກ້​ໄຂ​ບັນ​ຫາ​ນີວ​ເຄຼຍ​ຂອງ​ອີ​ຣານ​ປະ​ກົດ​ມີ​ໂອກາດ​ທີ່​ດີ

(GMT+08:00) 2013-11-19 15:22:30     cri
ວັນ​ທີ 18 ພະຈິກ​ນີ້, ​ໃນ​ເວລາສົນທະນາ​ທາງ​ໂທລະສັບ​ກັບ​ທ່ານ​ຮາ​ຊັນ ຣູຮາ​ນີ ປະທານາທິບໍດີ​ອີຣານ, ທ່ານ​ວຼາດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ວ່າ, ​ໂອ​ກາດ​ຕົວ​ຈິງ​ໄດ້​ປະ​ກົດ​ຕົວ​ອອກ​ແລ້ວ​ສຳ​ລັບ​ການ​ຊອກ​ຫາ​ແຜນ​ການ​ແກ້​ໄຂ​ບັນ​ຫາ​ນີວ​ເຄຼຍ​ຂອງ​ອີ​ຣານ​ທີ່​ແກ່​ຍາວ​ມາ​ເປັນ​ເວ​ລາ​ຫຼາຍ​ປີ.

ຕາມຂ່າວ​ຈາກ​ກົມ​ຖະ​ແຫຼ​ງຂ່າວ​ປະທານາທິບໍດີຣັດ​ເຊຍ​, ຕາມ​ຂໍ້​ສະ​ເໜີ​ທີ່​ສະ​ເໜີ​ໂດຍ​ຝ່າຍຣັດ​ເຊຍ, ຜູ້​ນຳ​ສອງ​ປະ​ເທດ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ສອງ​ຝ່າຍ​ແລະ​ບັນຫາ​ສາກົນ​ທີ່​ມີ​ຄວາມສົນ​ໃຈ​ຮ່ວມ​ກັນ. ທ່ານຣູຮາ​ນີ​ໄດ້​ຕີ​ລາຄາ​ສູງ​ຕໍ່​ວຽກ​ງານ​ທີ່​ຝ່າຍ​ຣັດ​ເຊຍ​ໄດ້​ເຮັດ​ເພື່ອ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ນີວ​ເຄຼຍ​ຂອງ​ອີ​ຣານ.