ຄອມ​ພິວ​ເຕີ "ທຽນ​ເຮີ 2 "ຂອງ​ຈີນ​ຄອງ​​ແຊັມ​ເປັນ ຊຸບ​ເປີ​​ຄອມ​ພິວ​ເຕີ​ທີ່​ມີ​ຄວາມ​ໄວ​ທີ່​ສຸດ​ຂອງ​ໂລກ​ອີກ​ຄັ້ງ​ໃໝ່

(GMT+08:00) 2013-11-19 16:26:27     cri
ວັນ​ທີ 18 ພະຈິກ​ນີ້, ອົງການ TOP 500 ສາກົນ​ໄດ້​ເປີດ​ເຜີຍ​ບັນຊີ​ລາຍ​ຊື່​ການຈັດ​500ອັນ​ດັບ​ຊຸບ​ເປີຄອມ​ພິວ​ເຕີ​ທົ່ວ​ໂລກຫຼ້າ​ສຸດ, ຄອມ​ພິວ​ເຕີ "ທຽນ​ເຮີ 2 "ທີ່​ຄົ້ນຄວ້າ​ຜະລິດ​ໂດຍ​ມະຫາວິທະຍາ​ໄລ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ຂຶ້ນ​ຄອງ​​ແຊັມອັນ​ດັບ​ໜຶ່ງ​ອີກ​ຄັ້ງ​ໃໝ່​ ຊຶ່ງ​ມີ​ຄວາມ​ໄວ​ສູງ​ກວ່າ ຄອມ​ພິວ​ເຕີ Titan ຂອງ​ອາ​ເມ​ລິ​ກາ​ທີ່​ເປັນອັນ​ດັບ​ທີ​ສອງ​ນັ້ນ​ເກືອບ 1 ​ເທົ່າ.