ໄພ​ນ້ຳ​ຖ້ວມ​ທີ່​ເກີດ​ຂຶ້ນ​ຈາກ​ຝົນຕົກ​ແຮງ​ຢູ່​ຫວຽດນາມ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ແລ້ວ 41 ຄົນ

(GMT+08:00) 2013-11-19 16:54:59     cri
ອົງການ​ຄຸ້ມຄອງ​ໄພ​ນ້ຳ​ຖ້ວມ​ແລະ​ພາຍຸ​ແຫ່ງ​ຊາດ​ຫວຽດນາມ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ວ່າ, ສະພາບຝົນຕົກ​ແຮງ​ມາ​ແຕ່​ວັນ​ທີ 14 ພະຈິກ​ນີ້​ໄດ້​ເຮັດ​ໃຫ້​ເກີດ​ໄພ​ນ້ຳ​ຖ້ວມຢູ່​ຫວຽດນາມ, ຊຶ່ງ​ໄດ້​ສ້າງ​ຜົນ​ກະທົບ​ແກ່​ເຮືອ​ນຢູ່​ອາ​ໄສຫຼາຍ​ກວ່າ 4​ ​ແສນຫຼັງ, ​ເຮັດ​ໃຫ້​ມີ​ຜູ້​ຊີວິດ 41 ຄົນ, ປະມານ 8 ​ໝື່ນ​ຄົນ​ໄດ້​ຂາດບ່ອນ​ເພິ່ງ​ພາ​ອາ​ໄສ. ປັດຈຸ​ບັນ, ຢູ່​ເຂດ​ສ່ວນ​ໃຫຍ່ທີ່​ເກີດນ້ຳ​ຖ້ວມ​ໄດ້​ບົກ​ລົງ​ແລ້ວ, ​ແຕ່​ຍັງ​ມີ 5 ຄົນ​ຫາຍ​ສາບ​ສູນ​ຢູ່, 74 ຄົນ​ໄດ້​ຮັບ​ບາດ​ເຈັບ. ນ້ຳ​ຖ້ວມ​ຍັງ​ໄດ້​ເຮັດ​ໃຫ້​ເນື່ອທີ່​ປູ​ກຝັງ ປະມານ 4300 ​ເຮັກຕາ​ໄດ້​ຮັບ​ຜົນ​ເສຍ​ຫາຍ.