ແມ່ຍິງ​ຊົນນະບົດ​ອິນ​ໂດ​ເນ​ເຊຍ​​ໄປ​ຂຸດ​ຫອຍ​ແຕ່​ພົບ​ຫີບ​ຫຼຽນ​ຄຳ​ສະ​ໄໝ​ບູຮານ

(GMT+08:00) 2013-11-19 16:58:14     cri
ວັນ​ທີ 12 ພະຈິກ​ນີ້, ​ແມ່ຍິງ​ຊົນນະບົດ​ຜູ້​ໜຶ່ງ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ພົບ​ຫີບ​ທີ່​ບັນຈຸ ຫຼຽນ​ຄຳ​ສະ​ໄໝ​ລາຊະ​ອານາຈັກ​ອາ​ເຊ ຈຳນວນ​ຫຼາຍ​ຮ້ອຍ​ຫຼຽນ​ໂດຍ​ບັງ​ເອີນ​ໃນ​ເວລາ​ທີ່​ນາງ​ກຳລັງ​ຂຸດ​ຫອຍ​ຢູ່​ຕາມ​ດິນ​ຊຸ່ມ​ແຫ່ງ​ໜຶ່ງ​ຂອງ​ບ້ານ​ກຳປ໋ອງ ປານ​ເດ​ ນະຄອນ​ບານ​ດາ​ອາ​ເຊ ​ເທດ​ສະ​ບານ​ແຂວງ​ອາ​ເຊ​ຂອງ​ອິນ​ໂດ​ເນ​ເຊຍ, ພາຍຫຼັງ​ຂ່າວ​ນີ້​ໄດ້​ເຜີຍ​ແຜ່​ອອກ​ມາ​ແລ້ວ, ຊາວບ້ານ​ແຫ່ງ​ນັ້ນ​ໄດ້​ພາກັນ​ຖື​ຊ້ວນ​ໄປ​ຂຸດ​ຫຼຽນ​ຄຳ.

ຕາມ​ຂ່າວ​ລາຍ​ງານ​ວ່າ, ຫຼຽນ​ຄຳ​ມີ​ຂະໜາດໃຫຍ່​ຊ່ຳກະດຸມ​ເສື້ອຫຼຽນໜຶ່ງ​ສາມາດ​ຂາຍ​ໄດ້​ເງິນ 3​ແສນ 5ໝື່ນຣູ​ເປຍຫຼື​ປະມານ 31 ​ໂດ​ລາ, ຫຼຽນ​ຄຳ​ທີ່​ໃຫຍ່​ກວ່າ​ນັ້ນ ຈະ​ສາມາດ​ຂາຍ​ໄດ້ 8 ​ແສນຣູ​ເປຍ​ຫຼື​ປະມານ 69 ​ໂດ​ລາ.

ມີ​ຂ່າວ​ແຈ້ງວ່າ, ກຳປ໋ອງ ປານ​ເດ ​ໃນ​ສະ​ໄໝ​ບູຮານ​ແມ່ນ​ທີ່​ຕັ້ງລາຊະ​ອານາຈັກ​ອາ​ເຊ, ສະ​ນັ້ນ,​ຈິ່ງສາມາດ​ພົບ​ຫຼຽນ​ຄຳ​ສະ​ໄໝ​ບູຮານ​ຢູ່​ແຫ່ງ​ນີ້​ໄດ້, ມັນ​ບໍ່​ໄດ້​ເປັນ​ເລື່ອງ​ແປກ​ແຕ່​ຢ່າງ​ໃດ. ບຸກຄົນ​ທີ່ກ່ຽວຂ້ອງ​ຂອງ​ມະຫາ​ວິທະຍາ​ໄລ​ອິນ​ໂດ​ເນ​ເຊຍ​ຊີ້​ອອກ​ວ່າ, ອົງການ​ປົກຄອງ​ແຂວງ​ອາ​ເຊ​ຄວນ​ຈັດ​ບ້ານ​ກຳປ໋ອງ ​ປານ​ເດ​ໃຫ້​ເປັນ​ຮ່ອງ​ຮອຍ​ປະຫວັດສາດ​ເພື່ອ​ອະນຸລັກ​ຮັກສາ​ໄວ້, ຄວນ​ໃຫ້​ຄ່າ​ທົດ​ແທນ​ແກ່​ຊາວ​ເມືອງ​ທີ່​ຊອກ​ໄດ້​ຫຼຽນ​ຄຳ​ບູຮານ, ​ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​ຫຼຽນ​ຄຳ​ທີ່​ບໍ່​ສາມາດ​ປະ​ເມີນ​ມູນຄ່າໄດ້ເຫຼົ່າ​ນີ້​ສູນ​ເສຍ​ໄປ.