ເລີ່​ມຕົ້ນການລາດຕະ​ເວນ​ຮ່ວມ​ປະຕິບັດ​ກົດໝາຍ​ຕາມ​ລຳ​ແມ່​ນ້ຳຂອງ​ເທື່ອ​ທີ 16 ​ຢ່າງ​ເປັນ​ທາງ​ການ

(GMT+08:00) 2013-11-19 17:05:21     cri
ເວລາ 7 ​ໂມງ 30 ນາທີ​ຂອງ​ວັນ​ທີ 19 ພະຈິກ​ນີ້, ຢູ່​ທ່າ​ເຮືອ​ກ່ວນ​ເຫຼີ​ຍ ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ແຂວງ​ຢຸນນານ​ຈີນ, ​ໄປ​ຄຽງ​ຄູ່​ກັບສຽງ​ປືນ​ສັນຍານ 3 ລູກ​ຍິງ​ຂຶ້ນ​ສູ່​ທ້ອງຟ້າ, ກຳ​ປັ່ນ​ລາດຕະ​ເວນ​ປະຕິບັດ​ກົດໝາຍ​ຂອງ​ຈີນ 3 ລຳ​ໄດ້​ເລີ່​ມອອກ​ເດີນທາງ​ໃນ​ທ່າມກາງ​ຝົນ​ຫ່າ​ໃຫຍ່, ການ​​ລາດຕະ​ເວນ​ຮ່ວມ​ປະຕິບັດ​ກົດໝາຍ​ຕາມ​ລຳ​ແມ່​ນ້ຳຂອງ​ເທື່ອ​ທີ 16 ຂອງ​ຈີນ,ລາວ ,ມຽນມາ​ແລະ​ໄທ​ໄດ້​ເລີ່​ມຕົ້ນ​ຢ່າງ​ເປັນ​ທາງ​ການ.

ຕາມຂ່າວ​ແຈ​ງວ່າ, ການລາ​ດຕະ​ເວນ​ຮ່ວມປະຕິບັດ​ກົດໝາຍ​ໃນ​​ເທື່ອ​ນີ້​ແມ່ນ​ການ​ປະຕິບັດ​ງານ​ຮ່ວມ​ເປັນ​ເທື່ອ​ທີ 16 ຂອງ​ຈີນ ລາວ ມຽນມາ​ແລະ​ໄທ​ນັບ​ຕັ້ງ​ແຕ່​ 4 ປະ​ເທດ​ອອກ​ຖະ​ແຫຼ​ງການ​ຮ່ວມ​ວ່າ​ດ້ວຍ​ການ​ຮ່ວມ​ມື​ປະຕິບັດ​ກົດໝາຍ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຕາມ​ລຳ​ແມ່​ນ້ຳຂອງ​, ການລາດຕະ​ເວນ​ຮ່ວມ​ປະຕິບັດ​ກົດໝາຍ​ໃນ​​ເທື່ອ​ນີ້​ຈະ​ດຳ​ເນີນ​ເປັນ​ເວລາ 4 ວັນ, ຈະ​ມີເຈົ້າ​ໜ້າ​ທີ່​ປະຕິບັດ​ກົດໝາຍ​ຮ່ວມທັງ​ໝົດ 127 ຄົນ, ​ໄລຍະ​ການ​ເດີນ​ເຮືອ​ທັງ​ໝົດ 512 ກິ​ໂລ​ແມັດ.