ໄຂ​ກອງ​ປະຊຸມ​ຄັ້ງ​ທີ 3 ສະ​ໄໝ​ທີ 12 ຂອງ​ຄະນະ​ກຳມະການ​ປະຈຳ​ສະພາປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ

(GMT+08:00) 2013-11-19 18:38:34     cri

ວັນ​ທີ 18 ພະຈິກ​ນີ້, ກອງ​ປະຊຸມ​ຄັ້ງ​ທີ 3 ສະ​ໄໝ​ທີ 12 ຂອງ​ຄະນະ​ກຳມະການ​ປະຈຳ​ສະພາ​ປຶກສາ​ການ​ເມືອງປະຊາຊົນ​ແຫ່ງ​ຊາດຈີນ​ໄດ້​ໄຂຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ. ທ່ານ​ຢູ​ເຈີ້​ງ​ເຊິ່ງ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ເປັນ​ປະທານ​​​ຂອງ​ກອງ​ປະຊຸມ. ທ່ານ​ຫຼິວ​ຢຸນ​ຊານ ກຳ​ມະ​ການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ ​ເລຂາ​ຄະນະ​ເລຂາທິການ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​ໄດ້​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ແລະ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ພັກ​ຄອມ​ມູນິດ​ຈີນ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້.