ຈີນ​ນຳ​ໃຊ້​ທຶນ​ຕ່າງປະ​ເທດ​ໃນ​ຕົວ​ຈິງ​​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ລຽນຕິດ​ໃນ 9 ​ເດືອນ​ຜ່ານ​ມາ

(GMT+08:00) 2013-11-19 19:15:42     cri
ກະຊວງ​ການຄ້າ​ຈີນ​ເປີດ​ເຜີຍ​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ 19 ພະຈິກ​ນີ້ວ່າ, ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ຕຸລາ​ປີ​ນີ້, ຈີນ​ໄດ້​ນຳ​ໃຊ້​ທຶນຕ່າງປະ​ເທດ​ໃນຕົວ​ຈິງ​ເຖິງ 97 ຕື້ 26 ​ລ້ານ​ໂດ​ລາ, ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ 5,77%, ຊຶ່ງ​ໄດ້​ຮັກສາການ​ເຕີບ​ໂຕ​ໃນ 9 ​ເດືອນຢ່າງ​ລຽນຕິດ. ​ໃນ​ໄລຍະ​ດຽວ​ກັນ, ຈີນ​ລົງທຶນ​ໂດຍ​ກົງ​ຕໍ່​ຕ່າງປະ​ເທດ​ໃນ​ຂົງ​ເຂດ​ທີ່​ບໍ່​ແມ່ນ​ການ​ເງິນ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ 20%.

ໃນ​ດ້ານ​ການ​ລົງທຶນ​ໂດຍ​ກົງ​ຕໍ່​ຕ່າງປະ​ເທດ, ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ຕຸລາ​ປີ​ນີ້, ນັກ​ລົງທຶນ​ຂອງ​ຈີນ​ໄດ້​ລົງທຶນ​ໂດຍ​ກົງ​ຕໍ່​ວິ​ສາ​ຫະ​ກິດ​ຈຳ​ນວນ 4173 ​ແຫ່ງ​ຢູ່ 156 ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ, ນັບ​ລວມ​ແລ້ວ,​ໄດ້​ບັນລຸ​ການ​ລົງທຶນ​ໂດຍ​ກົງ​​ຕໍ່​ຂົງ​ເຂດທີ່​ບໍ່​ແມ່ນ​ການ​ເງິນ​​ໃນ​ມູນຄ່າ 69ຕື້ 500 ລ້ານ​ໂດ​ລາ, ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ 20%.