ເຄື່ອງ​ຊ່ວຍ​ເຫຼືອ​​ຜູ້​ປະສົບ​ໄພ​ຈາກພາຍຸ​ໃຕ້​ຝຸ່ນຂອງ​ຟີ​ລິບ​ປິນງວ​ດທຳ​ອິດ​ໄດ້​ຖືກ​ສົ່ງ​ໄປ​ຮອດ​ນະຄອນ​ຊີ​ບູຂອງ​ຟີ​ລິບ​ປິນ​ແລ້ວ ໜ່ວຍ​ແພດ​ປິ່ນປົວ​ຂອງ​ຈີນ​ທີ່​ກຽມ​ຈະ​ເດີນທາງ​ໄປ​ເຂດ​ປະສົບ​ໄພ​ຟີ​ລິບ​ປິນນັ້ນ​ໄດ້​ກະກຽມ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ

(GMT+08:00) 2013-11-19 11:03:36     cri
​ເຄື່ອງ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳສຸກ​ເສີນ​ງວດ​ທຳ​ອິດ​ທີ່ລັດຖະບານ​ຈີນສະໜອງ​ໃຫ້​ແກ່​ເຂດ​ປະສົບ​ໄພ​ພາຍຸ​ໃຕ້​ຝຸ່ນ "​​ໄຮ​ຢ້ຽນ"ຂອງ​ຟີ​ລິບ​ປິນ ​ໄດ້​ຖືກ​ສົ່ງ​ໄປ​ຮອດ​ສະໜາມ​ບິນ​ຢູ່​ນະຄອນ​ຊີບູ ພາກ​ກາງຂອງ​ຟີ​ລິບ​ປິນ​​ໃນ​ຕອນ​ຄ່ຳ​ວັນ​ທີ 18 ພະຈິກ​ນີ້, ​​ເຄື່ອງ​ຊ່ວຍ​ເຫຼືອ​ສຸກ​ເສີນ​ທີ່​ປະກອບ​ດ້ວຍ​ຕູບ​ຜ້າ​ເຕັ້ນ​ແລະ​ຜ້າ​ຫົ່ມງວດ​ນີ້​ໄດ້​ຖືກ​ມອບ​ໃຫ້​ຟີ​ລິບ​ປິນ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ.

ຕາມ​ຂ່າວ​ແຈ້ງວ່າ, ​ເຄື່ອງ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ສຸກ​ເສີນ​ງວດ​ທີ 2 ຂອງ​ລັດຖະບານ​ຈີນ​ຈະ​ຖືກ​ສົ່ງ​ໄປ​ຮອດ​ສະໜາມ​ບິນ​ຊີ​ບູ​ໃນ​ຕອນ​ເຊົ້າ​ວັນ​ທີ 19 ພະຈິກ​ນີ້. ຍອດ​ມູນ​ຄ່າ​ຂອງ​ເຄື່ອງ​ຊ່ວຍ​ເຫຼືອ 2 ງວດ​ນີ້​ມີ​ 10 ລ້ານ​ຢວນ, ລວມທັງ​ຕູບ​ຜ້າ​ເຕັ້ນ 2.000 ກວ່າ​ຊຸດ​ແລະ​ຜ້າ​ຫົ່ມ 1 ໝື່ນ​ຜືນ. ປະຈຸ​ບັນ, ໜ່ວຍ​​ແພດ​ປິ່ນປົວ​ສຸກ​ເສີນ​ທີ່​ລັດຖະບານ​ຈີນ​ກຽມ​ຈະ​ສົ່ງ​ໄປ​ເຂດ​ປະສົບ​ໄພ​ພາຍຸ​ໃຕ້ຝຸ່ນ "​ໄຮ​ຢ້ຽນ"ກໍ່​ໄດ້​ກຽມ​ພ້ອມ ​ແລ້ວ​. ໜ່ວຍ​ກອບກູ້​ໄພ​ວິຊາ​ການຫຼາຍ​ໜ່ວຍ​ທີ່​ຂຶ້ນ​ກັບສະພາກາ​ແດງ​ຈີນ​ກໍ່​ໄດ້​ກຽມພ້ອມ​ແລ້ວ​ແລະສາມາດ​ອອກ​ເດີນທາງ​ໃນ​ທຸກ​ເວລາ​ໄດ້.