ທ່າ​ນມາ​ຮາ​ເທຍ ບິນ ​ໂມ​ຮາ​ມັດ ອະດີດ​ນາຍົກລັດຖະມົນຕີມະ​ເລ​ເຊຍ​ເຂົ້າ​ນອນ​ໂຮງໝໍ​ຍ້ອນ​ປອດ​ຕິດ​ເຊື້ອ​ພະຍາດ

(GMT+08:00) 2013-11-19 11:04:30     cri
ວັນ​ທີ 18 ພະຈິກ​ນີ້, ຫ້ອງການ​ອະດີດ​ນາຍົກລັດຖະມົນຕີມະ​ເລ​ເຊຍກ່າວ​ວ່າ, ທ່າ​ນມາ​ຮາ​ເທຍ ບິນ ​ໂມ​ຮາ​ມັດ​ໄດ້​ຖືກ​ສົ່ງ​ໄປ​ປິ່ນປົວ​ຢູ່​ໂຮງໝໍ​ຢູ່​ນະຄອນຫຼວງ​ກົວ​ລາ​ລຳ​ເປີ​ແຫ່ງ​ໜຶ່ງ​ຍ້ອນ​ປອດ​ຕິດ​​ເຊື້ອ​ພະຍາດ.

ທ່າ​ນມາ​ຮາ​ເທຍ ບິນ ​ໂມ​ຮາ​ມັດ ອະດີດ​ນາຍົກລັດຖະມົນຕີມະ​ເລ​ເຊຍປີ​ນີ້ມີ​ອາຍຸ 88 ປີ, ​ເຄີຍດຳລົງ​ຕຳ​ແໜ່​ງນາຍົກລັດຖະມົນຕີມະ​ເລ​ເຊຍ​ແຕ່​ປີ 1981 ຫາປີ 2003. ທ່ານ​ເຄີຍ​ໄດ້​ຮັບ​ການຜ່າຕັດ​​ເສັ້ນ​ເລືອດຫົວ​ໃຈ​ອຸດ​ຕັນ​ມາ​ແລ້ວ 2 ຄັ້ງ, ​ໃນ​ນັ້ນ ການຜ່າ​ຕັດ​ຄັ້ງຫຼ້າ​ສຸດ​ແມ່ນ​ໃນ​ປີ 2007. ​ໃນ​ຊຸມ​ປີຜ່ານມາ, ທ່ານ​ໄດ້​ເຂົ້າ​ນອນ​ໂຮງໝໍ​ແລະ​ຮັບ​ການ​ປິ່ນປົວ​ຫຼາຍ​ເທື່ອ​ຍ້ອນ​ການ​ຕິດ​ເຊື້ອ​ພະຍາດທີ່​ຄ້າຍໆ​ກັນ.