ຈີນ​ເຜີຍ​ແຜ່ "ຍຸດ​ທະ​ສາ​ດ​ດ້ານ​ການ​ຮັບ​ມື​ກັບສະພາບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດແຫ່ງ​ຊາດ"

(GMT+08:00) 2013-11-19 11:14:35     cri
ວັນ​ທີ 18 ພະຈິກ​ນີ້, ທ່ານ​ເຊ້ຍ​ເຈີ້ນຮວາ ຮອງປະທານຄະນະ​ກຳມະການ​​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​​ໄດ້ປະກາດ​ໃນ​ກອງ​ປະຊຸມ​ກ່ຽວ​ກັບການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາກາດທີ່ໄຂຂຶ້ນຢູ່​ວັກ​ໂຊ​ວີ​ໂດຍ​ກ່າວ​ວ່າ, "ຍຸດ​ທະ​ສາດ​ດ້ານ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແຫ່ງ​ຊາດ"ຈີນ​ທີ່ຄະນະ​ກຳມະການພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ ກະຊວງ​ການ​ເງິນ​ຈີນ ກະຊວງ​ກະສິກຳ​ຈີນ​ແລະ​ພາກສ່ວນ​ອື່ນໆ​ທັງ​ໝົດ 9 ພາກສ່ວ​ນຮ່ວມ​ກັນ​ຮຽບຮຽງ​ແລະ​ສຳ​ເລັດ​ງານດ້ວຍ​ເວລາ 2 ປີປາຍ​ໄດ້​ເຜີຍ​ແຜ່​ຕໍ່ພາຍ​ນອກ​ຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ແຜນການ​ຍຸດ​ທະ​ສາດ​ດ້ານ​ການ​ຮັບ​ມື​ກັບສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ສະ​ເພາະ​ສະບັບ​ທຳ​ອິດ​ຂອງ​ຈີນເຊິ່ງ​ມີ​ຄວາມ​ໝາຍ​ສຳຄັນ​ອັນ​ຍິ່ງ​ໃຫຍ່​ຕໍ່​ການ​ຍົກ​ສູງ​ຄວາມ​ສາມາດ​ສັງ​ລວມ​ຂອງ​ຈີນ​ໃນ​ການ​ຮັບ​ມື​ກັບ​ສະພາບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແຫ່ງ​ຊາດ.