ເດັກ​ນ້ອຍອ່ອນອາຍຸ 2 ປີ​ຂອງ​ອິນ​ໂດ​ເນ​ເຊຍ​​ແຕ່​ລະ​ມື້ສູບຢາ 40 ກອກ​

(GMT+08:00) 2013-11-19 15:03:27     cri
ຕາມ​ການ​ລາຍ​ງານ​ວ່າ, ປີ 2010 ​ເດັກນ້ອຍ​ອ່ອນ​ອາຍຸ 2 ປີຂອງ​ອິນ​ໂດ​ເນ​ເຊຍ​ຜູ້​ໜຶ່ງ​ແຕ່​ລະ​ມື້​ໄດ້​ສູບຢາ 40 ​ກອກ, ຄັນ​ບໍ່​ໃຫ້​ສູບຢາກໍ່​ເອົາ​ຫົວ​ຕຳ​ຝາເຮືອນ. ພາບ​ທີ່​ລາວ​ສູບຢາ​ໄດ້ສ້າງຄວາມ​ສະ​ເທືອ​ນໃຈຕໍ່ປະຊາຊົນທົ່ວ​ໂລກ. ປະຈຸ​ບັນ, ພາຍ​ໃຕ້​ການ​ຊ່ວຍ​ເຫຼືອ​ຂອງ​ລັດຖະບານ, ລາວ​ໄດ້​ເຊົາສູ​ບຢາ​ຢ່າງ​ສຳ​ເລັດ​ຜົນ​ແລ້ວ, ​ແຕ່​ພັດ​ໄດ້​ເລີ່​ມ​ເກີດ​ມີ​ອາການກິນ​ຫຼາຍບໍ່​ຄະລຳ​ຫາ​ທ້ອງ​ນັບ​ມື້​ນັບຮຸນ​ແຮງ​ຂຶ້ນ​ຕື່ມ.