ພະນັກງານ​ຊ່ວຍ​ເຫຼືອກູ້​ໄພ​ກຸ່ມທຳ​ອິດ​ຂອງ​ຈີນ​​ອອກ​ເດີນທາງ​ໄປ​ຟີ​ລິບ​ປິນ​ໃນ​ວັນ​ທີ 20 ພະຈິກ​ນີ້ ​ເຄື່ອງ​ຊ່ວຍ​ເຫຼືອ​ສຸກ​ເສີນ​ຂອງ​ຈີນ​ໄດ້​ຖືກ​ສົ່ງ​ໄປ​ຮອດ​ຟີ​ລິບ​ປິນ​ແລ້ວ

(GMT+08:00) 2013-11-20 14:25:08     cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 20 ພະຈິກ​ນີ້, ທ່ານ​ຫົງ​ເຫຼີ​ຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ພະນັກງານຊ່ວຍ​ເຫຼືອ​ກູ້​ໄພ​ກຸ່ມ​ທຳ​ອິດ​ທີ່​ຂຶ້ນ​ກັບ​ສະພາກາ​ແດງ​ຈີນ​​ໄດ້​ເດີນທາງ​ໄປ​ຟີ​ລິບ​ປິນ​ໃນ​ວັນ​ທີ 20 ພະຈິກ​ນີ້, ກຳ​ປັ່ນ​ໂຮງໝໍ "​ເຮີ​ຜິ​ງຟ່າງ​ໂຈ່​ວ"ຂອງ​ກອງ​ທັບ​ເຮືອ​ຈີນ​ກໍ່​ຈະ​ເດີນທາງ​ໄປ​​ຟີ​ລິບ​ປິນ​ແລະ​ເລີ່​ມກູ້​ໄພ​ໂດຍ​ໄວ​ເທົ່າ​ທີ່​ຈະ​​ໄວ​ໄດ້.

ທ່ານ​ຫົງ​ເຫຼີ​ຍກ່າວ​ວ່າ, ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່ຜົນ​ຮ້າຍ​ຈາກພາຍຸ​ໃຕ້​ຝຸ່ນ​ຂອງ​ຟີ​ລິບ​ປິນມາ​ໂດຍ​ຕະຫຼອດ, ຍິນ​ດີ​​ໃຫ້ການ​ຊ່ວຍ​ເຫຼືອ​ຜູ້​ປະສົບ​ໄພ, ​​ໂດຍ​ຈະສົ່ງ​ພະນັກງານຊ່ວຍ​ເຫຼືອ​ກູ້​ໄພ​ໄປ​ເຂດ​ປະສົບ​ໄພຂອງ​ຟີ​ລິບ​ປິນ​ເພື່ອ​ດຳ​ເນີນ​ການ​ຊ່ວຍ​ເຫຼືອດ້ານ​ການ​ປິ່ນປົວ​ແບບ​ມະນຸດສະທຳ. ຜ່ານ​ການ​ປະສານ​ງານກັບ​ຟີ​ລິບ​ປິນ​ແລ້ວ​ຕົກລົງ​ວ່າ, ໜ່ວຍ​​ແພດ​ໝໍ​ສຸກ​ເສີນ​ທີ່ລັດຖະບານ​ຈີນສົ່ງ​ໄປ​ຟີ​ລິບ​ປິນ​ແລະ​ໜ່ວຍ​ກູ້​ໄພ​ສາກົນຂອງສະພາກາ​ແດງ​ຈີນ​ຈະ​ເດີນທາງ​ໄປ​​ຟີ​ລິບ​ປິນ​ໃນ​​ໄວໆນີ້, ພະນັກງານ​ຊ່ວຍ​ເຫຼືອກູ້​ໄພກຸ່ມທຳ​ອິດ​ທີ່​ຂຶ້ນ​ກັບ​ສະພາກາ​ແດງ​ຈີນ​​ໄດ້​ເດີນທາງ​ໄປ​ຟີ​ລິບ​ປິນ​ໃນ​ວັນ​ທີ 20 ພະຈິກ​ນີ້. ຈີນ​ຍັງ​ຈະ​ສົ່ງ​ກຳ​ປັ່ນ​ໂຮງໝໍ​ຂອງ​ກອງທັບ​ເຮືອ​ຈີນ​ໄປ​ເຂດ​ປະສົບ​ໄພ​ຟີ​ລິບ​ປິນ​ແລະ​ໃຫ້​ການ​ຊ່ວຍ​ເຫຼືອ​​​​​ກູ້​ໄພ.

ທ່ານ​ຫົງ​ເຫຼີ​ຍຍັງ​ກ່າວ​ວ່າ, ​ເຄື່ອງ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ສຸກ​ເສີນ​ເຊິ່ງປະກອບ​ມີ: ຕູບ​ຜ້າ​ເຕັ້ນ, ຜ້າ​ຫົ່ມ​ແລະ​ອື່ນໆ​ທີ່​ຈີນ​ສະໜອງ​ໃຫ້​ແກ່​ຟີ​ລິບ​ປິນ​ໄດ້​ຖືກ​ສົ່ງ​ໄປ​ຮອດ​ຟີ​ລິບ​ປິນ​ໃນ​ວັນ​ທີ 18 ​ແລະ​ວັນ​ທີ 19 ພະຈິກ​ນີ້ຕາມ​ລຳດັບ​ແລະ​ໄດ້​ສຳ​ເລັດ​ການ​ມອບ​ຮັບ​ແລ້ວ.