ຍົນ​ໂດຍສານ​ໂບອິງ​ຂອງຣັດ​ເຊຍຕົກ​ຍ້ອນນັກ​ບິນຄຸມ​​ຍົນ​ຜິດພາດ

(GMT+08:00) 2013-11-20 14:26:11     cri
ຕາມ​ຂ່າວCRI: ວັນ​ທີ 19 ພະຈິກ​ນີ້, ຄະນະ​ກຳມະການ​ການບິນ​ລະຫວ່າ​ງປະ​ເທດ​ຂອງສະຫະພັນລັດ​ເອກະລາດ​ຫຼື CIS ກ່າວ​ວ່າ, ອຸບັດ​ເຫດ​ຍົນ​ໂດຍສານ​ໂບອິງ 737 ຕົກ​ທີ່​ເກີດ​ຂຶ້ນ​ຢູ່​ສະໜາມ​ບິນ​ສາກົນ​ຄາ​ຈານ​ຂອງຣັດ​ເຊຍ​ໃນ​ວັນ​ທີ 17 ພະຈິກ​ນີ້​ແມ່ນ​ຍ້ອນນັກ​ບິນຄຸມ​​ຍົນ​ຜິດພາດ.

ຜ່ານ​ການ​ກວດກາວິ​ເຄາະ​ໃນ​ເບື້ອງ​ຕົ້ນ​​ແລ້ວ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເຄື່ອງ​ຈັກ​ຍົນ​ໂດຍສານ​ທີ່​ເກີດ​ອຸບັດເຫດ​ດັ່ງກ່າວ​ໄດ້​ເຮັດ​ວຽກ​ຢ່າງ​ເປັນ​ປົກກະຕິ​ໂດຍ​ຕະຫຼອດ​ກ່ອນ​ຍົນ​ຕຳພື້ນ​ດິນ​ແລະ​ລະ​ເບີດຂຶ້ນ, ບໍ່​ໄດ້​ມີ​ຂໍ້​ມູນ​ໃດ​ບັນທຶກ​ໄວ້​ວ່າ​ອຸປະກອນ​ໃນ​ຍົນ​ຕິດ​ຂັດ​ແຕ່​ຢ່າງ​ໃດ. ສະ​ນັ້ນ, ນັກ​ກວດກາ​​ໄດ້​ຢືນຢັນ​ໃນ​ເບື້ອງ​ຕົ້ນ​ວ່າ, ສາ​ເຫດ​ທີ່​ພາ​ໃຫ້​ຍົນ​ຕົກ​ແມ່ນ​ຍ້ອນ​ນັກ​ບິນຄຸມ​​ເຄື່ອງຈັກ​ຍົນ​ຜິດພາດ.