ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ​ກ່າວ​ວ່າ ຈະ​ບໍ່ລາ​ອອກ​ຈາກ​ຕຳ​ແໜ່​ງຫຼື​ຍຸບ​ສະພາ​

(GMT+08:00) 2013-11-20 14:27:30     cri
​ໂດຍ​ປະ​ເຊີນ​ໜ້າ​ກັບ​​ສຽງຄັດຄ້ານ​ລັດຖະບານ​ທີ່​ນັບ​ມື້​ນັບ​ຮຸນ​ແຮງ​ຂຶ້ນ​​ພາຍ​ໃນ​ປະ​ເທດ​ໄທ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ​ວັນ​ທີ 19 ພະຈິກ​ນີ້, ໃນ​ເວລາ​ໃຫ້​ສຳພາດຕໍ່​ສື່​ມວນ​ຊົນ​ຫຼັງ​ກອງ​ປະຊຸມຂອງ​ລັດຖະບານ ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ, ນາຍົກລັດຖະມົນຕີ​ໄທ​ກ່າວ​ວ່າ, ນາງ​ບໍ່​ໄດ້​ພິຈາລະນາ​ເຖິງ​ການ​ທີ່​ຈະລາ​ອອກ​ຈາກ​ຕຳ​ແໜ່​ງຫຼື​ຍຸບສະພາ​ຜູ້​ແທນ​ລາຊະ​ດອນ​ແລະ​ຈັດການ​ເລືອກ​ຕັ້ງ​ທົ່ວ​ໄປ​ກ່ອນ​ເວລາ​ກຳນົດ​ແຕ່​ຢ່າງ​ໃດ.

ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ​ໄດ້​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຈົ່ງ​ອົດທົນແລະ​ເຄົາລົບ​ປະຕິບັດ​ຕາມ​ກົດໝາຍ, ຮັບປະກັນ​ໃຫ້ການ​ເຄື່ອນ​ໄຫວ​ຕໍ່ຕ້ານ​ລັດຖະບານ​ຫຼື​ການ​ເຄື່ອນ​ໄຫວ​ສະໜັບສະໜູນ​ລັດຖະບານ​​ດຳ​ເນີນ​ດ້ວຍ​ຊ່ອງ​ທາງ​ທີ່​ສົມ​ເຫດ​ສົມ​ຜົນ​ແລະ​ມີຄວາມ​ສະຫງົບ. ກ່ອນ​ໜ້າ​ນີ້, ​ໂດຍ​ປິ່ນ​ອ້ອມ​ພະ​ລາຊະ​ບັນຍັດ​ນິລະ​ໂທດ​ກຳສະບັບ​ໜຶ່ງ​ທີ່​ອາດ​ຈະ​ມີ​ຜົນ​ດີ​ຕໍ່ການ​ໃຫ້​ທ່ານ​ທັກສິນ ຊິນນະ​ວັດ ອະດີດ​ນາຍົກລັດຖະມົນຕີ​ໄທ​ທີ່​ໄປ​ອາ​ໄສ​ຢູ່​ຕ່າງປະ​ເທດສາມາດກັບ​ຄືນ​ປະ​ເທດ​ໄດ້, ພັກ​ປະຊາທິປັດ​ຊຶ່ງ​ເປັນ​ພັກ​ຝ່າຍ​ຄ້ານ​ຂອງ​ໄທ​ແລະ​ອົງການ​ຕໍ່ຕ້ານ​ລັດຖະບານ​ໄທ​ໄດ້​ຈັດການ​ເຄື່ອນ​ໄຫວ​ປະ​ທ້ວງ​​ແບບ​ມາລາ​ທອນ​ຢູ່​ຕາມ​ຫົນທາງ​ຂອງ​ນະຄອນຫຼວງ​ບາງກອກ.

​ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້ການ​ໂຮມ​ຊຸມນຸມ​ຮ້າຍ​ແຮງ​ຂຶ້ນ​ຕື່ມ, ວຸດ​ທິສະພາ​ຂອງ​ໄທ​ໄດ້​ປະຕິ​ເສດພະ​ລາຊະ​ບັນຍັດ​ນິລະ​ໂທດ​ກຳດັ່ງກ່າວ​ດ້ວຍການ​ລົງ​ຄະ​ແນນ​ສຽງບໍ່​ເຫັນ​ດີ​ທັງໝົດ​ໃນ​ວັນ​ທີ 11 ພະຈິກ​ນີ້. ​ແຕ່​ວ່າ, ຈຸດ​ສຸມ​ຂອງຄວາມ​ຂັດ​ແຍ້ງ​ກັນ​ທາງ​ການ​ເມືອງ​ຮອບ​ນີ້​ໄດ້ຫັນຈາກ​ການ​ສະກັດ​ກັ້ນພະ​ລາຊະ​ບັນຍັດ​ນິລະ​ໂທດ​ກຳ​ປ່ຽນ​​ໄປ​ເປັນການ​​ໂຄ່ນ​ລົ້ມ​ລັດຖະບານ​ຂອງພັກ​ເພື່ອ​ໄທ.