ວັນ​ຫ້ອງ​ນ້ຳ​​ໂລກຄັ້ງທຳ​ອິດ ສິງກະ​ໂປ​ວາງ​ມາດຕະຖານ​ໃໝ່ກ່ຽວ​ກັບໂຄງ​ລ່າງ​ຫ້ອງ​ນ້ຳ​ສາທາລະນະ

(GMT+08:00) 2013-11-20 14:28:35     cri
ວັນ​ທີ 19​ ​ພະຈິກ​ປີ 2013 ແມ່ນ​ "ວັນ​ຫ້ອງ​ນ້ຳ​ໂລກ" ​ຄັ້ງທຳ​ອິດ, ມື້​ດຽວ​ກັນ ກົ​ມສະພາບ​ແວດ​ລ້ອມ​ແຫ່ງ​ຊາດ​ສິງກະ​ໂປ​​ໄດ້​ປະກາດ​ມາດຕະຖານ​ໃໝ່​ກ່ຽວ​ກັບ​ໂຄງ​ລ່າງ​ຫ້ອງ​ນ້ຳ.

ມາດ​ຕະຖານ​ໃໝ່​ໄດ້​ກຳນົດ​ໄວ້​ວ່າ, ​ເລີ່​ມ​ແຕ່​​ເດືອນ​ມິຖຸນາ​ປີ 2014 ​ເປັນຕົ້ນ​ໄປ, ​ໃນ​ໄລຍະທີ່​ມີ​ຈຳນວນຜູ້​ຄົນ​ຫຼາຍ​ທີ່​ສຸດຢູ່​ເຂດ​ທີ່​ມີການ​ສັນຈອນໄປ​ມາ​ຫຼາຍ ຈະ​ເພີ່ມປະລິມານຫ້ອງ​ນ້ຳສຳລັບ​ແມ່ຍິງ​ໃຫ້​ຫຼາຍ​ຂຶ້ນ ​ແລະປ່ຽນ​​​ໂຄງ​ລ່າງ​ໃນຫ້ອງ​ນ້ຳ​ສຳລັບ​ຜູ້​ຊາຍ​, ​ເພື່ອ​ຫຍໍ້​ເວລາ​ລໍຖ້​າ​ເຂົ້າ​ຫ້ອງ​ນ້ຳຂອງ​​​ແມ່ຍິງ; ​ປັບປຸງ​ການ​ອອກ​ແບບຫ້ອງ​ນ້ຳ​ໃຫ້​ດີຂຶ້ນ, ​ເພື່ອ​ອຳ​ນວຍ​ຄວາມ​ສະດວກ​ໃຫ້​ແກ່​ຜູ້​ຊາຍ​ທີ່​ມີ​ອາຍຸຫຼາຍ​ແລະ​ເດັກນ້ອຍ, ພ້ອມ​ທັງ​ລິ​ເລີ່​ມ​ໃຫ້​ລ້າງ​ມືພາຍ​ຫຼັງ​ເຂົ້າ​ຫ້ອງ​ນ້ຳ​ແລ້ວ, ​ສ້າງ​ຄວາມ​ຊິນ​ເຄີຍ​ທາງ​ດ້ານ​ອະ​ນາ​ໄມ​ທີ່​ດີ. ນອກ​ນີ້, ຢູ່ສະຖານ​ທີ່​ທີ່​ມີ​ຜູ້​ໃຫຍ່​ພາ​ເດັກນ້ອຍ​ໄປ​ເລື້ອຍໆລ້ວນ​ແຕ່​ຕ້ອງ​ຕັ້ງ​ໂຕະ​ປ່ຽນ​ຜ້າເຈັ້ຍ​ກັ້ນ​ຍ່ຽວ. ມາດຕະຖານ​ໃໝ່​ຍັງ​ໄດ້​ກຳນົດ​ວ່າ, ຢູ່​ໃກ້​ກັບ​ຮ້ານ​ຂາຍ​​ເຂົ້າໜົມ​ແລະ​ອາຫານ​ຕ່າງໆ, ຕ້ອງ​ຕັ້ງອ່າງລ້າງ​ມືຢູ່​ນອກ​ຫ້ອງ​ນ້ຳ, ​ເພື່ອ​ຮັກສາ​ຄວາມ​ແຫ້ງ​ແລະ​ຄວາມ​ສະອາດ​ພາຍ​ໃນ​ຫ້ອງ​ນ້ຳ, ​ແລະ​ລິ​ເລີ່​ມ​ໃຫ້​ມີ​ຄວາມ​ຊິນ​ເຄີຍ​ໃນ​ການ​ເຮັດອະນາ​ໄມ​ຄື​ລ້າງ​ມື​ກ່ອນ​ກິນ​​ເຂົ້າ​ທຸກ​ຄັ້ງ.

​ເດືອນ​ກໍລະກົດ​ປີ 2013, ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ຜ່ານ​ຮ່າງ​ມະຕິ​ຕົກລົງ​ທີ່​ສິງກະ​ໂປ, ຈີນ, ຣັດ​ເຊຍ​ແລະ​ປະ​ເທດ​ອື່ນໆ​​ເກືອບ 100 ປະ​ເທດ​ຮ່ວມ​ກັນ​ສະ​ເໜີ​ອອກ, ​ໂດຍ​ໄດ້ຕົກລົງ​​ໃຫ້ວັນ​ທີ 19 ພະຈິກ​ແຕ່ລະ​ປີ​ແມ່ນ "ວັນ​ຫ້ອງ​ນ້ຳ​ໂລກ", ​ເພື່ອ​ຊຸກຍູ້​ການ​ສ້າງ​ໂຄ​ງລ່າງ​ສຳລັບ​ນ້ຳ​ດື່ມ​ທີ່​ປອດ​ໄພ​ແລະສາທາລະນະ​ສຸກ​​ທີ່​ເປັນພື້ນຖານ, ລິ​ເລີ່​ມ​ໃຫ້​ປະຊາຊົນ​ທຸກ​ຄົນສາມາດ​ດຳລົງ​ຊີວິດ​ຢູ່ພາຍ​ໃຕ້​ສະພາບ​ແວດລ້ອມ​ທີ່​ສະອາດ, ສະດວກ​ສະບາຍ​ແລະ​ມີ​ຄວາມ​ອະນາ​ໄມ.