ຈີນ​ຮຽກຮ້ອງ​ໃຫ້​ຍີ່ປຸ່ນ​​ປະຕິ​ບັດ​ຕໍ່ຄວາມ​ຮ້ອງ​ຂໍ​ຂອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຂອງ​ອາ​ຊີ​ໃນ​ບັນຫາປື້​ມ​ແບບຮຽນຢ່າງ​ຖືກຕ້ອງ

(GMT+08:00) 2013-11-20 14:29:34     cri
ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະຈິກ​ນີ້, ທ່ານ​ຫົງ​ເຫຼີ​ຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຮຽກຮ້ອງ​ໃຫ້​ຍີ່ປຸ່ນ​ຈົ່ງ​ປະຕິບັດ​ຕໍ່​ຄວາມ​ຮ້ອງ​ຂໍ​ຂອງປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຂອງ​ອາຊີ​ໃນ​ບັນຫາປື້​ມ​ແບບຮຽນຢ່າງ​ຖືກ​ຕ້ອງ.

ຕາມ​ຂ່າວ​ແຈ້ງວ່າ, ​ໃນ​ອາທິດ​ແລ້ວ​ນີ້, ທ່ານ​ນາງປັກ​ກິນ​ເຮ ປະທານາທິບໍດີສ.​ເກົາຫຼີ​ໄດ້​ສະ​ເໜີ​ໃຫ້​ເຂດ​ອາຊີ​ຕາ​ເວັນ​ອອກສຽງ​ເໜືອ​ຄວນ​ຮ່ວມ​ກັນ​ຮຽບຮຽງ​ປື້​ມແບບຮຽນ​ປະຫວັດສາດ, ​ເພື່ອ​ແກ້​ໄຂ​ບັນຫາ​​ປະ​ຫວັດ​ສາດ​ຂອງ​ເຂດ​ນີ້.

ກ່ຽວ​ກັບ​ເລື່ອງ​ນີ້ ທ່ານ​ຫົງ​ເຫຼີ​ຍກ່າວ​ວ່າ, ຈີນ​ແລະ​ ສ.​ເກົາຫຼີ​ກໍ່​ຄື​ປະ​ເທດ​ອື່ນໆ​ຂອງ​ອາຊີ​ລ້ວນ​ແຕ່​ແມ່ນ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກການ​ຮຸກ​ຮານຂອງ​ລັດທິ​ທະຫານ​ແລະລ່າ​ເມືອງ​ຂຶ້ນ​ຂອງ​ຍີ່ປຸ່ນ.

ທ່ານ​ຫົງ​ເຫຼີ​ຍກ່າວ​ວ່າ, ມີ​ແຕ່​ປະຕິບັດ​ຕໍ່ປະຫວັດສາດ​ຢ່າງ​ຖື​ກຕ້ອງ​ເທົ່າ​ນັ້ນຈຶ່ງ​ຈະ​ສາມາດ​ມີ​ອະນາຄົດ​ທີ່​ດີ. ​ໃນ​ບັນຫາປຶ້ມມ​ແບບຮຽນ, ຍີ່ປຸ່ນ​ຄວນ​ປະຕິບັດ​ຕໍ່ຄວາມ​ຮ້ອງ​ຂໍ​ຂອງ​ປະ​ເທດ​​ບ້ານ​ໃກ້​ເຮືອນ​ຄຽງ​ຂອງ​ອາຊີຢ່າງ​ຖືກຕ້ອງ, ສຳ​ຫຼວດ​ໂທດ​ກຳ​ຂອງ​ລັດທິ​ທະຫານ​ຂອງ​ຍີ່ປຸ່ນ​ໃນ​ປະຫວັດສາດ​ຄືນ​ໃໝ່, ສະ​ແດງ​ທ່າ​ທີ​ທີ່​ຖືກຕ້ອງ, ​​ເຮັດ​ໃຫ້ປະ​ເທດ​ບ້ານ​​ໃກ້​ເຮືອນ​ຄຽງ​ຂອງ​ອາຊີ​ແລະ​ປະຊາ​ຄົມ​ໂລກ​ໄວ້​ເນື້ອ​ເຊື່ອ​ໃຈ​.