ປະທານ​ປະ​ເທດ​ຈີນ​ສົນ​ທະນາ​ຜ່ານ​ທາງ​ໂທລະສັບ​ກັບ​ປະທານາທິບໍດີ​ອີຣານ

(GMT+08:00) 2013-11-20 14:31:01     cri
ວັນ​ທີ 19 ພະຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ສົນທະນາ​ຜ່ານທາງ​ໂທລະສັບ​ກັບ​ທ່ານ​ຮັສຊານ ​ໂຣຮາ​ນີ ປະທານາທິບໍດີ​ອີຣານຕາມ​ນັດ, ສອງ​ຝ່າຍ​ໄດ້​ແລ​ກປ່ຽນ​ຄວາ​ມຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ຈີນ-ອີຣານ​ແລະ​ບັນຫາ​ນິວ​​ເຄຼຍຂອງ​ອີຣານ.

ທ່ານ​ສີ​ຈິ້ນ​ຜິ​ງຍັງ​ໄດ້ສະ​ແດງ​ຄວາມ​​ເຫັນ​ໃຈ​ຕໍ່​ທ່ານ​ຮັສຊານ ​ໂຣຮາ​ນີ ກ່ຽວ​ກັບ​ເຫດການ​ສະຖານທູດ​ອີຣານປະຈຳ​ລີ​ບັງ​ຖືກ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ໃນ​ມື້​ດຽວ​ກັນ, ​ແລະ​ກ່າວ​ວ່າ​ຈີນ​ເດັດດ່ຽວ​ຄັດ​ຄ້ານ​ລັດທິ​ກໍ່​ການ​ຮ້າຍ​ດ້ວຍ​ຮູບ​ການ​ຕ່າງໆ. ​ທ່ານ​ຮັສຊານ ​ໂຣຮາ​ນີກໍ່​ໄດ້ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ເລື່ອງ​ນີ້.