ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ຈີນ​ຂີດ​ແບ່ງ​ເຂດຈຳ​ແນ​ກ​ປ້ອງ​ກັນ​​ອາກາດ​ຢູ່​ທະ​ເລ​ຈີນ​ຕາ​ເວັນ​ອອກ

(GMT+08:00) 2013-11-23 15:56:18     cri
ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ 23 ພະຈິກ​ນີ້, ທ່ານ​ຢາງອີ​ຈຸ່ນ ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບການ​ຂີດ​ແບ່ງ​ເຂດ​ຈຳ​ແນ​ກປ້ອງ​ກັນອາກາດ​ຢູ່​ທະ​ເລ​ຈີນ​ຕາ​ເວັນ​ອອກ.

​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ທີ່​ວ່າ ​ເປັນ​ຫຍັງ​ລັດຖະບານ​ຈີນ​ຈະ​ຂີດ​ແບ່ງ​ເຂດ​ຈຳ​ແນ​ກປ້ອງ​ກັນ​ອາກາ​ດຢູ່​ທະ​ເລ​ຈີນ​ຕາ​ເວັນ​ອອກ, ນີ້​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ສະຖານະ​ການ​ພາກ​ພື້ນ​ໃນ​ປັດຈຸບັນ​ຫຼື​ບໍ່, ທ່ານ​ຢາງອີ​ຈຸ່ນ​ກ່າວ​ວ່າ, ​ເຂດ​ຈຳ​ແນ​ກປ້ອງ​ກັນ​​ອາກາດ​ແມ່ນ​ປະ​ເທດ​ແຄມ​ທະ​ເລ​ຂີດ​ແບ່ງ​ເຂດ​ອາກາດ​ຢູ່​ນອກ​ນ່ານຟ້າ​ຂອງ​ຕົນ ​ເພື່ອ​ຮັບ​ມື​ກັບ​ການ​ຂົ່ມຂູ່​ທາງ​ອາກາດ​ທີ່​ອາດ​ຈະ​ປະ​ເຊີນ, ​ເພື່ອ​ຈຳ​ແນ​ກ, ຕິດຕາມ, ຄວບ​ຄຸມ​ແລະ​ຮັບ​ມື​ກັບ​ເຄື່ອງ​ບິນ​ທີ່​​ໄດ້​ບິນ​ເຂົ້າ​ເຂດ​ອາກາດ​ດັ່ງກ່າວ​ຢ່າງ​ທັນ​ການ, ​ເພື່ອ​ມີ​ເວລາ​ເຕືອນ​ໄພ, ປ້ອງ​ກັນ​ຄວາມ​ປອດ​ໄພ​ດ້ານການ​ປ້ອງ​ກັນ​​ອາກາດ. ລັດຖະບານ​ຈີນ​ໄດ້​ຂີດ​ແບ່ງ​ເຂດ​ຈຳ​ແນ​ກປ້ອງ​ກັນ​ອາກາດຢູ່​ທະ​ເລ​ຈີນ​ຕາ​ເວັນ​ອອກ​ຕາມ​ການ​ກະທຳ​ທົ່ວ​ໄປ​​ໃນ​ສາກົນ, ມີ​ຈຸດປະສົງ​ປ້ອງ​ກັນ​ອະທິປະ​ໄຕ​​ແຫ່ງ​ຊາດແລະ​ຄວາມ​ປອດ​ໄພ​ດ້ານ​ດິນ​ແດນ​ແລະ​ນ່ານຟ້າ, ປົກ​ປັກ​ຮັກສາ​ລະບຽບ​ການການບິນ​ທາງ​ອາກາດ. ນີ້​ແມ່ນ​ມາດ​ຕະການ​ຈຳ​ເປັນ​ສຳລັບ​ຈີນ​ໃຊ້​ສິດ​ປ້ອງ​ກັນ​ຕົນ​ເອງ​ຢ່າງ​ບັງ​ເກີດ​ຜົນ, ບໍ່​ແນ​ໃສ່​ປະ​ເທດ​ແລະ​ເປົ້າ​ໝາຍ​ໃດໆ, ບໍ່​ມີ​ຜົນ​ກະທົບ​ຕໍ່​ຄວາມ​ເສລີ​ດ້ານ​ການບິນ​ຢູ່​ເຂດ​ອາກາດ​ທີ່​ກ່ຽວຂ້ອງ.

ທ່ານ​ຢາງອີ​ຈຸ່ນ​ກ່າວ​ວ່າ, ນັບ​ແຕ່​ຊຸມ​ປີ1950​ມາ​ນີ້, 20 ກວ່າ​ປະ​ເທດ ​ເຊິ່ງລວມທັງປະ​ເທດ​ໃຫຍ່​ຈຳນວນ​ໜຶ່ງ​ແລະບາງ​ປະ​ເທດ​​ທີ່ຢູ່​ອ້ອມ​ຂ້າງ​ຈີນ ລ້ວນ​ແຕ່​ໄດ້​ຈັດ​ໃຫ້​ມີ​ເຂດ​ຈຳ​ແນ​ກປ້ອງ​ກັນ​ອາກາດ. ການ​ກະທຳ​ຂອງ​ຈີນ​ສອດຄ່ອງ​ກັບ​ກົດ​ບັດ​ສະຫະ​ປະຊາ​ຊາດ​, ​ກົດໝາຍ​ລະຫວ່າງ​ຊາດ​ແລະ​ຮີດສາກົນ.

ທ່ານ​ຢາງອີ​ຈຸ່ນ​ຍັງ​ກ່າວ​ວ່າ, ພາຍຫຼັງ​ສຳ​ເລັດ​ວຽກ​ງານ​ກະກຽມ​ຕ່າງໆ​ແລ້ວ, ຈີນ​ຍັງ​ຈະ​ຂີດ​ແບ່ງ​ເຂດ​ຈຳ​ແນ​ກປ້ອງ​ກັນ​​ອາກາດ​ຢູ່​ບ່ອນ​ອື່ນໆ​ໃນ​ເວລາ​ອັນ​ເໝາະ​ສົມ.