ສະພາກາ​ແດງ​ຈີນ​ໃຫ້ການ​ເຊື່ອ​​ເຫຼືອ​ຫຼາຍ​ດ້ານ​ໃຫ້​ແກ່​ເຂດ​ປະສົບ​ໄພ​ຟີ​ລິບ​ປິນ

(GMT+08:00) 2013-11-23 15:58:22     cri
ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ 22 ພະຈິກ​ນີ້, ຢູ່ນະຄອນຫຼວງ​ມາ​ນີລາ​ຂອງ​ຟີ​ລິບ​ປິນ, ທ່ານນາງ​ຈ້າວ​ປາຍ​ເກີ ຮອງ​ປະທານ​ຜູ້​ປະຈຳການ​ຂອງ​ສະພາກາ​ແດງ​ຈີນ​ກ່າວ​ວ່າ, ພາຍຫຼັງ​ສະພາ​ກາ​ແດງ​ຟີ​ລິບ​ປິນຂໍ​ຄວາມ​ຊ່ວຍ​ເຫຼືອ​​​ແລ້ວ, ສະພາກາ​ແດງ​ຈີນ​ໄດ້​ດຳ​ເນີນ​ງານ​ຢ່າງ​ວ່ອ​ງ​ໄວ, ​ໃຫ້ການ​ຊ່ວຍ​ເຫຼືອ​ຫຼາຍ​ດ້ານ​​ໃຫ້​ແກ່​ເຂດ​ປະສົບ​ໄພ​ພາຍຸ​​ໃຕ້​ຝຸ່ນ "​ໄຮ​ຢ້ຽນ" ຂອງ​ຟີ​ລິບ​ປິນ.

ທ່ານນາງ​ຈ້າວ​ປາຍ​ເກີ​ກ່າວ​ວ່າ, ​ໃນ​ດ້ານ​ກຳລັງ​ຄົນ, ສະພາກາ​ແດງ​ຈີນ​ໄດ້​ສົ່ງ​ທີ​ມ​ຊ່ວຍ​ເຫຼືອ​ວິຊາ​ການ​ສອງ​ທີ​ມລວມ 30 ຄົນ​ໄປ​ຟີ​ລິບ​ປິນ, ນອກຈາກ​ພະນັກງານ​ກອບ​ກູ້​ວິຊາ​ການ​ແລະ​ແພດ​ໝໍ​ແລ້ວ, ຍັງ​ມີ​ພະນັກງານ​ປິ່ນປົວ​ດ້ານ​ຈິດ​ໃຈ​ໄປ​ຊ່ວ​ຍ​ເຫຼືອ​ປະຊາຊົນ​ຜູ້​ປະສົບ​ໄພ. ​ໃນ​ດ້ານ​ກຳລັງ​ວັດຖຸ, ທີ​ມ​ຊ່ວຍ​ເຫຼືອ​ຍັງ​ໄດ້​ນຳ​ເອົາ​ອຸປະກອນ​ກູ້​ໄພ​ແລະ​ປິ່ນປົວ​ທີ່​ມີ​ມູນ​ຄ່າ 2 ລ້ານ​ຢວນ​ໄປ​ນຳ, ອຸປະກອນ​ເຫຼົ່າ​ນີ້​ຈະ​ມອບ​ໃຫ້​ຟີ​ລິບ​ປິນ ພາຍຫຼັງ​ວຽກ​ງານ​ຊ່ວຍ​ເຫຼືອ​ສິ້ນ​ສຸດ​ລົງ​ແລ້ວ.

ນອກ​ນີ້, ສະພາກາ​ແດງ​ຈີນ​ຍັງ​ໄດ້​ຊ່ວຍ​ເຫຼືອ​ຕູບ​ຜ້າ​ເຕັ້ນ 2 ພັນ​ໜ່ວຍ, ຜ້າ​ຂົນໜູ​​ແລະ​ກະ​ເປົາ​ນອນ 2 ພັນ​ຊຸດ ​ເໝົາ​ຍົນ​ສົ່ງ​ໄປ​ຮອດ​ເມືອງ​ເຊ​ບູ ທາງ​ພາກ​ກາງ​ຟີ​ລິບ​ປິນ​ໃນ​ວັນ​ທີ 21 ພະຈິກ​ນີ້, ວັດຖຸ​ເຫຼົ່າ​ນີ້​ຈະ​ໃຫ້​ລັດຖະບານ​ຟີ​ລິບ​ປິນ​ແຈກ​ຢາຍ​ໃຫ້​ປະຊາຊົນຢູ່​ເຂດ​ປະສົບ​ໄພ.