ນາຍົກ​ຈີນ​ໄດ້ຂຽນ​ບົດ​ຄວາມລົງ​ໃສ່ໜັງສືພິມ​ອັງກິດ​: ​ໃຫ້​ຜົນ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​​ເອີ​ລົບ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ຈີນ​ແລະ​ເອີ​ລົບ

(GMT+08:00) 2013-11-23 16:01:46     cri
ຕາມ​ຂ່າວສານ​ຈີນ: ວັນ​ທີ 22 ພະຈິກ​ນີ້, ທ່ານ​ຫຼີ​ເຄີ້ສ໋ຽງ ນາຍົກລັດຖະມົນຕີຈີນ​ໄດ້ຂຽນ​ບົດ​ຄວາມ​ລົງ​ນາມໃສ່ໜັງສືພິມ​ໂທລະ​ສານ​ລາຍ​ວັນ​ຂອງ​ອັງກິດ ​ທີ່​ພາດ​ຫົວ​ເລື່ອງວ່າ: "ຈີນ​ແລະ​ເອີ​ລົບ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຢ່າງ​ກວ້າງຂວາງ​ຈາກ​ການ​ພົວພັນ​ໝູ່ຄູ່​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ". ​ໃນ​ບົດ​ຄວາມ, ທ່ານ​ຫຼີ​ເຄີ້ສ໋ຽງ​ໄດ້​ຮຽກຮ້ອງ​ໃຫ້​ຈີນ​ກັບ​ເອີ​ລົບ​ຈົ່ງ​ກຳ​ໂອກາດ, ​ເຮັດ​ໃຫ້​ຜົນ​ການ​ຮ່ວມ​ມື​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ສອງ​ຝ່າຍ.

ການ​ພົບ​ປະລະ​ຫວ່າງ​ຜູ້ນຳ​ຈີນ​-​ເອີ​ລົບ​ຄັ້ງ​ທີ16 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ອາທິດ​ນີ້ ​ໄດ້​ເປີດ​ເຜີຍ "​ແຜນ​ຍຸດ​ທະ​ສາດ2020 ​ແຫ່ງ​ການ​ຮ່ວມ​ມື​ຈີນ-​ເອີ​ລົບ", ປະກາດວ່າ​ເລີ່​ມການ​ເຈລະຈາ​ສັນຍາ​​ການ​ລົງທຶນ​ຈີນ-​ເອີ​ລົບ, ສະ​ເໜີ​ເປົ້າ​ໝາຍ​ທີ່​ໃຫ້​ຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ເອີ​ລົບ​ມີ​ເຖິງ 1 ພັນ​ຕື້​​ໂດ​ລາ​ໃນ​ປີ 2020. ທ່ານ​ຫຼີ​ເຄີ້ສ໋ຽງ​ເຫັນ​ວ່າ, ນີ້​ແມ່ນ​ໝາກຜົນ​ທີ່​ຕ້ອງ​ພະຍາຍາມ​ສຸດ​ຂີດ​ຈິ່ງ​ຈະ​ສາມາດ​ບັນລຸ​ໄດ້, ​ແຕ່​ກໍ​ມີ​ຄວາມ​ສາມາດ​ແລະ​ມີ​ເງື່ອນ​ໄຂ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ. ທ່ານ​ຊີ້​ອອກ​ວ່າ, ນີ້​ຈະ​ອຳນວຍ​ໂອກາດ​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ເອີ​ລົບ ​ເຊິ່ງລວມທັງ​ອັງກິດ.