ວັນ​ທີ 23 ພະຈິກ​ນີ້​ອີຣັກ​ໄດ້​ເກີດ​ເຫດ​ການ​ຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ເຮັດ​ໃຫ້ 118 ຄົນ​ເສຍ​ຊີວິດ​ແລະ​ໄດ້​ຮັບ​ບາດ​ເຈັບ

(GMT+08:00) 2013-11-24 14:10:17     cri
ຕາມ​ຂ່າວສານ​ຊິນຮວາ, ວັນ​ທີ 23 ພະຈິກ​ນີ້, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ອີຣັກ​ແຈ້ງວ່າ, ມື້​ດຽວ​ກັນ, ອີຣັກ​ໄດ້​ເກີດ​ເຫດການ​ຫຼອນ​ໂຈມ​ຕີ​ແບບ​ກໍ່ການ​ຮ້າຍ ​ເຊັ່ນ: ​ເຫດການ​ລະ​ເບີດ, ການ​ລັດ​ຍິງ ​ແລະ​ອື່ນໆ, ຢ່າງ​ໜ້ອຍ​ເຮັດ​ໃຫ້​ມີ 23 ຄົນ​ເສ​ຍຊີວິດ, 95 ຄົນ​ໄດ້​ຮັບ​ບາດ​ເຈັບ.

ນັບ​ແຕ່​ຕົ້ນ​ປີ​ນີ້​ມາ, ​ອີຣັກ​ໄດ້​ເກີດເຫດການ​ຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ແລະ​ການ​ໃຊ້​ກຳລັງ​ຮຸນ​ແຮງ​ເລື້ອຍໆ, ມີ​ສະຖານະ​ການ​ດ້ານ​ຄວາມ​ໝັ້ນຄົງ​ທີ່​ຂ້ຽວຂາດ. ຕາມ​ສະຖິຕິ, ນັບ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ຕຸລາ​ປີ​ນີ້, ຈຳນວນປະຊາຊົນ​ອີຣັກທີ່ເສຍ​ຊີວິດມີ​ເກືອບ 7 ພັນ​ຄົນ ແລະ​ຜູ້ໄດ້​ຮັບ​ບາດ​ເຈັບມີ​ 1 ໝື່ນ 6 ພັນ​ຄົນ.