ກອງປະຊຸມການປ່ຽນແປງຂອງດິນຟ້າອາກາດວັກໂຊວີໄດ້ກ້າວເຖິງຂັ້ນເຊັນສັນຍາແລ້ວໄດ້ອັດລົງ
(GMT+08:00) 2013-11-24 14:16:58 cri
ຕາມຂ່າວສານຊິນຮວາ, ຕອນຄ່ຳວັນທີ 23 ພະຈິກນີ້, ຢູ່ນະຄອນຫຼວງວັກໂຊວີຂອງໂປໂລຍ, ກອງປະຊຸມຝ່າຍເຊັນສັນຍາຄັ້ງທີ 19 ຂອງ "ສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດສະຫະປະຊາຊາດ" ກໍຄື ກອງປະຊຸມຝ່າຍເຊັນສັນຍາຄັ້ງທີ 9 ຂອງ "ອະນຸສັນຍາກຽວໂຕ" ໄດ້ກ້າວເຖິງຂັ້ນເຊັນສັນຍາແລ້ວອັດລົງ.
ເຖິງວ່າຄວາມຮຽກຮ້ອງຕ້ອງການທີ່ສົມເຫດສົມຜົນບາງຢ່າງທີ່ປະເທດພວມພັດທະນາສະເໜີອອກມາບໍ່ໄດ້ຮັບການຕອບສະໜອງໝົດ, ແຕ່ຄະນະຜູ້ແທນຈີນກ່າວວ່າ, ບໍ່ວ່າການເຈລະຈາມີຄວາມຄືບໜ້າແນວໃດ, ຈີນລ້ວນແຕ່ຈະຍຶດໝັ້ນເດີນຕາມເສັ້ນທາງພັດທະນາແບບກາກບອນຕ່ຳ.
ຄະນະຜູ້ແທນຈີນສະເໜີໃຫ້ຮູ້ວ່າ, ກອງປະຊຸມຄັ້ງນີ້ໄດ້ມີການຕົກລົງສຸດທ້າຍຕໍ່ 3 ບັນຫາສຳຄັນທີ່ຝ່າຍຕ່າງໆສົນໃຈນຳ ຄື ຂະບວນການແທ່ນດູບັນ, ກົນໄກທົດແທນຄວາມເສຍຫາຍ ແລະບັນຫາເງິນທຶນ, ໄດ້ຮັບຜົນທີ່ຝ່າຍຕ່າງໆລ້ວນແຕ່ບໍ່ພໍໃຈແຕ່ຍັງສາມາດຮັບເອົາໄດ້.
ກອງປະຊຸມຄັ້ງນີ້ຈັດຂຶ້ນໃນວັນທີ 11 ພະຈິກນີ້, ຄວນອັດລົງໃນວັນທີ 22 ພະຈິກນີ້ຕາມແຜນການ, ແຕ່ຍ້ນວ່າປະເທດທີ່ໄດ້ພັດທະນາແລ້ວກັບປະເທດທີ່ພວມພັດທະນາມີຄວາມຂັດແຍ້ງກັນຢ່າງໃຫຍ່ຫຼວງ ໃນບັນຫາສຳຄັນຕ່າງໆ ເຊັ່ນ: ຫຼັກການພື້ນຖານແຫ່ງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ກົນໄກທົດແທນຄວາມເສຍຫາຍ ແລະບັນຫາເງິນທຶນ, ກອງປະຊຸມຈິ່ງຈຳເປັນຕ້ອງປຶກສາຫາລືຕໍ່ໄປ, ເລີຍແກ່ຍາວໄປຮອດຕອນຄ່ຳວັນທີ 23 ພະຈິກແລ້ວຈິ່ງອັດລົງ.
![](/images/spacer.gif)