ກອງທັບ​ອາກາດ​ຈີນ​ໄດ້ລາດຕະ​ເວນ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ເຂດ​ຈຳ​ແນ​ກປ້ອງ​ກັນ​ອາກາດ​ທະ​ເລ​ຈີນ​ຕາ​ເວັນ​ອອກ

(GMT+08:00) 2013-11-24 14:37:45     cri
ຕາມ​ຂ່າວສານ​ຈີນ, ວັນ​ທີ 23 ພະຈິກ​ນີ້, ພັນເອກ​ເສິ່ນຈິ້ນ​ເຄີ່ ​ໂຄສົກ​ກອງທັບ​ອາກາດ​ຈີນ​ກ່າວ​ວ່າ, ພາຍຫຼັງ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ໄດ້ປະກາດ​ການ​ຂີດ​ແບ່ງ​ເຂດ​ຈຳ​ແນ​ກປ້ອງ​ກັນ​ອາກາດ​ຢູ່​ທະ​ເລ​ຈີນ​ຕາ​ເວັນ​ອອກ​ແລ້ວ, ກອງທັບ​ອາກາ​ດຈີນ​ໄດ້​ດຳ​ເນີນ​ການ​ລາດຕະ​ເວນຢູ່​ເທິງ​ທ້ອງຟ້າ​ເຂດ​ນີ້​ເປັນ​ຄັ້ງ​ທຳ​ອິດ.

​ຕາມ​ຂ່າວ​ຈາກເວັບ​ໄຊ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​, ທ່ານ​ເສີ່​ນຈິ້ນ​ເຄີ່ກ່າວ​ວ່າ, ​ເທື່ອ​ນີ້, ກອງທັບ​ອາກາດ​ຈີນ​ໄດ້​ສົ່ງຍົນ​ສອບ​ແນມ​ຂະໜາດ​ໃຫຍ່​ 2 ລຳ​ໄປ​ປະຕິບັດ​ໜ້າ​ທີ່​ລາດຕະ​ເວນ​ຢູ່​ເທິງ​ທ້ອງຟ້າ. ພ້ອມ​ກັນ​ນັ້ນ, ​ໄດ້ສົ່ງຍົນ​ເຕືອນ​ໄພ​ແລະ​ຍົນ​ສູ້​ຮົບ​ໄປ​ປ້ອງ​ກັນ​ແລະ​ບັນຊາ​.

ທ່ານ​ກ່າວ​ວ່າ: "ກອງທັບ​ອາກາດ​ຈີນ​ດຳ​ເນີນ​ການ​ລາດຕະ​ເວນຢູ່​ເທິງ​ທ້ອງຟ້າເຂດ​ຈຳ​ແນ​ກປ້ອງ​ກັນ​ອາກາດ​ຢູ່​ທະ​ເລ​ຈີນ​ຕາ​ເວັນ​ອອກ, ສອດຄ່ອງ​ກັບ​ການ​ກະທຳ​ທົ່ວ​ໄປ​ຂອງ​ສາກົນ. ຖ້ຽວ​ບິນ​ສາກົນ​ສາມາດ​ບິນ​ຜ່ານ​ເຂດ​ຈຳ​ແນ​ກປ້ອງ​ກັນ​ອາກາດ​ຢູ່​ທະ​ເລ​ຈີນ​ຕາ​ເວັນ​ອອກ​ຢ່າງ​​ເປັນ​ປົກະຕິ, ຈະ​ບໍ່​ມີ​ການ​ກະທົບ​ຢ່າງ​ໃດ."