ກອງ​ປ້ອງ​ກັນຕົວ​ຍີ່​ປຸ່ນຈະ​ເຂົ້າ​ຮ່ວມ​ການ​ຊ້ອມຮົບ​ອາ​ເມ​ລິ​ກາ​ຟິລິບ​ປິນ​​​ເປັນ​ເທື່ອ​ທຳ​ອິດ

(GMT+08:00) 2012-03-05 10:14:01     cri
ຕາມ​ຂ່າວສານ​ຈີນ: ສື່​ມວນ​ຊົນ​ຍີ່​ປຸ່ນ​ແຈ້ງ​ວ່າ, ​ແຕ່ທ້າຍ​ເດືອນ​ມີນາຮອດ​​ເດືອນ​ເມສາປີ​ນີ້, ​ທະຫານ​ອາ​ເມ​ລິ​ກາ​ແລະ​ຟິລິບ​ປິນຈະ​ຈັດການຊ້ອມຮົບຮ່ວມຕາມ​ເວລາ​ກຳນົດ​ຢູ່​ຟິລິບ​ປິນ, ​ກອງ​ປ້ອງ​ກັນ​ຕົວ​ຍີ່ປຸ່ນຈະ​ເຂົ້າ​ຮ່ວມເປັນ​ເທື່ອ​ທຳ​ອິດ. ປະ​ເທດ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ຊ້ອມຮົບ​​ເທື່ອ​ນີ້ຍັງ​ມີ​ປະ​ເທດ​ສະມາຊິກ​ອາ​ຊຽນຈຳນວນ​ໜຶ່ງ, ​ເຊັ່ນ: ຫວຽດນາມ​ແລະ​ສິງກະ​ໂປດັ່ງ​ນີ້​ເປັນ​ຕົ້ນ. ນອກ​ນັ້ນ, ອົສຕຼາລີ​​, ສ.​ເກົາຫຼີ​ແລະ​ປະ​ເທດ​ອື່ນໆ​ກໍ່​ຈະ​ເຂົ້າ​ຮ່ວມ​ເປັນ​ຄັ້ງ​ທຳ​ອິດ.

ຂ່າວສານ​ຟິລິບ​ປິນ​ແຈ້ງວ່າ, ​ໃນ​ປີ​ທີ່​ຜ່ານ​ມາ, ການຊ້ອມຮົບຮ່ວມ​ລະຫວ່າງ​ຟິລິບ​ປິນກັບ​ອາ​ເມ​ລິ​ກາ ​ສ່ວນຫຼາຍ​ແມ່ນ​​ຈັດ​ຂຶ້ນ​ຢູ່ເກາະລູຊອນແລະ​ບໍລິ​ເວນ​ອ້ອມ​​ແອ້ມເກາະລູຊອນ​ທີ່​ຢູ່ທາງ​ພາກ​ເໜືອຂອງ​ຟິລິບ​ປິນ, ​ແຕ່​ປີ​ນີ້, ສອງ​ປະ​ເທດ​ມີ​ແຜນ​ຈະ​ຈັດການ​ຊ້ອມຮົບ​ຢູ່​​ເກາະພາລາ​ວັນ​ທີ່​ຢູ່ໃກ້​ເຂດ​ທະ​ເລ​ຈີນ​ໃຕ້.