ຍີ່ປຸ່ນ​ຢາກ​ເພີ່ມບົດບາດ​ອິດ​ທິພົນ​ຢູ່​ອາຊີ​ໂດຍ​ຜ່ານ​ການ​ຊ່ອຍ​ເຫຼືອ​ປະ​ເທດ​ອາ​ຊຽນ

(GMT+08:00) 2012-04-23 13:43:36     cri
ຕາມ​ຂ່າວ​ໜັງສືພິມ​ປະຊາຊົນ​ລາຍ​ວັນ​ແຈ້ງວ່າ: ວັນ​ທີ 21 ​ເມສາ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ຍີ່ປຸ່ນ​ກັບ 5 ປະ​ເທດ​ເຂດ​ລ້ອງ​ແມ່​ນ້ຳຂອງ​ຄັ້ງ​ທີ 4 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງໂຕ​ກຽວ​ຂອງ​ຍີ່​ປຸ່ນ. ຍີ່ປຸ່ນ​ປະກາດ​ວ່າ​ຈະ​ສະໜອງ​ການ​ຊ່ອຍ​ເຫຼືອ​​ໃນ​ການພັດທະນາຈຳນວນ 7 ຕື້ 400 ລ້ານ​ໂດ​ລາ​ໃຫ້​ແກ່​ 5 ປະ​ເທດ​ດັ່ງກ່າວ​ໃນ 3 ປີ​ຕໍ່ໜ້າ, ​ເພື່ອ​ຊ່ອຍ​ເຫຼືອ​ເຂົາ​ເຈົ້າ​​ໃນ​ການສ້າງ​ພື້ນຖານ​ໂຄງ​ລ່າງ. ພ້ອມ​ກັນ​ນັ້ນ​ຍີ່ປຸ່ນຕົກລົງ​ຍົກ​ເລີກ​ໜີ້​ສິນ 3 ຕື້ 700 ລ້ານ​​ໂດ​ລາ​​ໃຫ້​ແກ່​ມຽນມາ, ​ແລະ​​ເລີ່​ມຊ່ອຍ​ເຫຼືອ​ມຽນມາອີກ​ເທື່ອ​ໜຶ່ງ​ພາຍຫຼັງ 25 ປີຜ່ານ​ມາ, ຍີ່ປຸ່ນ​ຍັງ​ປະກາດ​ວ່າ​ຈະ​ເພີ່ມ​ການ​ລົງທຶນ​ຕໍ່​ມຽນມາຕື່ມ​ອີກ.

ນັກວິ​ເຄາະ​ກ່າວ​ວ່າ, ການຊ່ອຍ​ເຫຼືອ​ຕໍ່​ຕ່າງປະ​ເທດ​ແມ່ນ​ເພື່ອ​ເປົ້າ​ໝາຍ​ທີ່​ສ້າງ​ປະ​ເທດ​ໃຫຍ່​ທາງ​ການ​ເມືອງ​ຂອງ​ເຂົາ, ການ​ຊ່ອຍ​ເຫຼືອ​ການພັດທະນາ​ຂອງ​ຍີ່ປຸ່ນ​ບໍ່​ແມ່ນ​ຄື​ກັນ​ໝົດ, ຫາກ​ແມ່ນ​ມີ​ລັກສະນະ​ຄັດ​ເລືອກ​ແລະ​ມີ​ລັກສະນະ​​ເປົ້າ​ໝາຍ​ຢ່າງ​ຈະ​ແຈ້ງ, ​ຊຶ່ງ​ສະ​ແດງ​ອອກ​ທາງ​ດ້ານ​ທັດສະນ​ໃນ​ການ​ປະຕິບັດ