ຈີນ​ມີ​ອະທິປະ​ໄຕ​ຕໍ່​ເກາະ​ຮວງ​ຢຽນ​ແມ່ນ​ມີ​ຫຼັກ​ຖານ​ທາງ​ກົດໝາຍ​ຢ່າງ​ຄົບຖ້ວນ

(GMT+08:00) 2012-04-26 16:59:29     cri
ຈີນ​ມີ​ອະທິປະ​ໄຕ​ຕໍ່​ເກາະ​ຮວງ​ຢຽນ​ແມ່ນ​ມີ​ຫຼັກ​ຖານ​ທາງ​ກົດໝາຍ​ຢ່າງ​ຄົບ​ຖ້ວນ

ໜຶ່ງ, ຈີນ​ໄດ້​ພົບ​ເຫັນ​ແລະ​ຕັ້ງ​ຊື່​​ໃຫ້ເກາະ​ຮວງ​ຢຽນກ່ອນ​ໝູ່, ຈັດ​​ເກາະ​ຮວງ​ຢຽນ​​ເຂົ້າ​ໃນ​ອານາ​ເຂດ​ຂອງ​ຈີນ​ແລະ​ດຳ​ເນີນ​ການ​ປົກຄອງ​ອະທິປະ​ໄຕ.

ຕາມ​ຂໍ້​ມູນ​ປະຫວັດສາດ, ປີ 1279, ທ່ານ​ໂກ່​ວ​ໂສ​ວຈິ້ງ, ນັກດາລາສາດ​ທີ່​ມີ​ຊື່​ສຽງຂອງລາຊະວົງ​ຢວນ​ຂອງ​ຈີນ​​ໄດ້​​ໄປ​"ວັດ​ແທກ​ຢູ່ 4 ທະ​ເລ"ຕາມ​ພະ​ລາຊະ​ໂອງການ​ຂອງ​ຮ໋ອງ​ເຕ. ຈຸດ​ວັດ​ແທກ​ຢູ່​ທະ​ເລ​ຈີນ​ໃຕ້​ກໍ່​​ແມ່ນ​ເກາະ​ຮວງ​ຢຽນ. ​ເລື່ອງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຢ່າງ​ໜ້ອຍ​ໃນ​ລາຊະວົງ​ຢວນຈີນ​ກໍ່​ໄດ້​ພົບ​ເຫັນ​​ເກາະ​ຮວງ​ຢຽນ​ແລ້ວ.

​ເດືອນ​ມັງກອນປີ 1935, ​​ຄະນະ​ກຳມະການ​ສຳ​ຫຼວດ​ທາງ​ນ້ຳ​ແລະ​ທາງບົກ​ທີ່​ປະກອບ​ດ້ວຍ​ເຈົ້າ​ໜ້າ​ທີ່​ກະຊວງ​ພາຍ​ໃນ, ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ກອງ​ທັບ​ເຮືອ​ແລະ​ກະຊວງ​ສຶກສາ​ທິການ​ຈີນ​ໄດ້​ເຜີຍ​ແຜ່​ເກາະດອນ​ໃນ​ທະ​ເລ​ຈີນ​ໃຕ້ 132 ​ແຫ່ງ, ​ໃນ​ນັ້ນ​ເກາະ​ຮວງ​ຢຽນກໍ່​ມີ​ເກາະ​ໜຶ່ງ​ໃນໝູ່​ເກາະ​ຈົ່ງຊາ​ເຊິ່ງຢູ່​ໃນ​ອານາ​ເຂດ​ຂອງ​ຈີນ. ປີ 1983 ຄະນະ​ກຳມະການ​ຕັ້ງ​ຊື່​ທ້ອງ​ຖິ່ນ​ແຫ່ງ​ຊາດ​ຈີນ​ປະກາ​ດຊື່​ຂອງ​ເກາະ​ທະ​ເລ​ຈີນ​ໃຕ້​ສ່ວນ​ໜຶ່ງ​​ໄດ້​ກຳນົດ​ເອົາ​ເກາະ​ຮວງ​ຢວນ​ເປັນ​ຊື່​ມາດຕະຖານ, ພ້ອມ​ກັນ​ນັ້ນ​ຕັ້ງ​ຊື່ສຳຮອງວ່າ​ເກາະ​ມິນ​ຈູ​ຫຼື​ເກາະ​ປະຊາທິປະ​ໄຕ. ​ແຜນ​ທີ່​ທີ່​ລັດຖະບານ​ຈີນ​ຊຸດ​ຕ່າງໆ​ພິມ​ຈຳໜ່າຍ​ນັ້ນ​ກໍ່​ລ້ວນ​ແຕ່​ໄດ້​ໝາຍເກາະ​ຮວງ​ຢຽນ​ເປັນ​ຜືນ​ແຜ່ນດິນ​ຂອງ​ຈີນ. ​ເລື່ອງ​ເຫຼົ່າ​ນີ້​ລ້ວນ​ແຕ່​ມີ​ຜົນ​ສັກສິດກ່ອນ​"ສົນທິສັນຍາ​ວ່າ​ດ້ວຍທະ​ເລ​ຂອງ​ອົງການສະຫະ​ປະຊາ​ຊາດ"ທີ່ມີ​ຜົນ​ບັງຄັບ​ໃຊ້​ໃນ​ປີ 1994.

ສອງ. ຈີນ​ໄດ້​ດຳ​ເນີນ​ການພັດທະນາ​ແລະ​ນຳ​ໃຊ້​ເກາະ​ຮວງ​ຢຽນຕະຫຼອດ​ມາ

ຕັ້ງ​ແຕ່ສະ​ໄໝບູຮານ​ນະ​ການ​ມາ​ແລ້ວ, ​ຊາວ​ປະມົງ​ຂອງ​ຈີນ​ກໍ​ໄດ້​ໄປ​ຫາ​ປາຢູ່​ເຂດ​ທະ​ເລ​ເກາະ​ຮວງ​ຢຽນ​ເລື້ອຍໆ. ອົງການ​ສະຖິຕິ​ແຫ່ງ​ຊາດ​ຈີນ, ອົງການແຜ່ນດິນ​ໄຫວ​ແຫ່​ງຊາດ​ຈີນ​ແລະ​ອົງການ​ທະ​ເລ​ແຫ່ງ​ຊາດ​ຈີນ​ໄດ້​ໄປ​​ເກາະ​ຮວງ​ຢຽນ​ແລະ​ເຂດນ່ານ​ນ້ຳ​ຢູ່ໃກ້​ເກາະ​ຢວງຢຽນ​ເພື່ອ​ດຳ​ເນີນ​ການ​ຄົ້ນຄວ້າວິທະຍາສາດ.

ສາມ. ການ​ວິຈານ​ຕໍ່​ຄຳ​ຮ້ອງ​ຂໍ​ຂອງຟີ​ລິບ​ປີນຕໍ່​ເກາະ​ຮວງ​ຢຽນ

ຜືນ​ແຜ່ນດິນ​ຂອງ​ຟີ​ລິບ​ປີນຖືກ​ກຳນົດ​ຢູ່​ໃນ​ສົນທິສັນຍາ​ສາກົນຫຼາຍ​ສະບັບ, ​ໃນ​ສົນທິ​ສັນຍາ​​ເຫຼົ່າ​ນີ້​ບໍ່​ມີສະບັບ​ໃດ​ຈັດ​ເອົາ​ເກາະ​ຮວງ​ຢຽນ​​ເຂົ້າ​ໃນ​ຂອບ​ເຂດ​ຜືນ​ແຜ່ນດິນ​ຂອງ​ຟີ​ລິບ​ປີນ. "ສົນທິສັນຍາປາຣີລະຫວ່າງ​ສະຫະລັດ​ອາ​ເມ​ລິ​ກາ​ກັບ​ແອ​ສປາຍ"ສະບັບປີ1898, "ສົນທິສັນຍາ​ວໍ​ຊິງ​ຕັນລະຫວ່າງ​ສະຫະລັດ​ອາ​ເມ​ລິ​ກາ​ກັບ​ແອ​ສປາຍ"ສະບັບປີ1990​ແລະ"ສົນທິສັນຍາ​ລະຫວ່າງ​ອັງກິດ​ກັບ​ສະຫະລັດ​ອາ​ເມ​ລິ​ກາ"ສະບັບປີ1930 ​ໄດ້​ກຳນົດ​ວ່າ​ເ​ສັ້ນຊາຍ​ແດນ​ຕາ​ເວັນ​ຕົກ​ຂອງ​ຟີ​ລິບ​ປີນ​ແມ່ນ​ເສັ້ນ​ແວງ​ຕາ​ເວັນ​ອອກ 118°, ​ເກາະ​ຮວງ​ຢຽນ​ແມ່ນ​ຢູ່​ນອກ​​ເສັ້ນ​ນີ້. ລັດຖະທຳ​ມະ​ນູນຟີ​ລິບ​ປີນ​ສະບັບ​ປີ 1935, ສົນທິສັນຍາ​ການ​ພົວພັນ​ປົກກະຕິອາ​ເມ​ລິ​ກາ​ຟີ​ລິບ​ປີນ​ສະບັບປີ 1947, ສົນທິສັນຍາ​ພັນທະ​ມິດ​ການ​ທະຫານ​ອາ​ເມ​ລິ​ກາ​ຟີ​ລິບ​ປີນ​ສະບັບປີ 1952, ດຳລັດ​ເລກທີ 3046ຂອງ​ຟີ​ລິບ​ປີນ​ກ່ຽວ​ກັບ​ເສັ້ນ​ພື້ນຖານ​ນ່ານທະ​ເລ​ທີ່ອອກ​ໃນ​ວັນ​ທີ 17 ​ມິຖຸນາ​ 1961​ ແລະ​ດຳ​ລັດສະບັບ​ດັດ​ແກ້​ກ່ຽວ​ກັບ​ເສັ້ນ​ພື້ນຖານ​ນ່ານທະ​ເລ​ຂອງ​ຟີ​ລິບ​ປີນ​ທີ່​ອອກ​ໃນປີ 1968ລ້ວນ​ແຕ່​ໄດ້​ກ້າວ​ຢ້ຳຜົນ​ສັກສິດ​ທາງ​ດ້ານ​ກົດໝາຍ​ຂອງ​ສົນທິສັນຍາ​ສາມ​ສະບັບ​ດັ່ງກ່າວ, ​​ໂດຍ​ໄດ້​ກຳນົດ​ຂອບ​ເຂດ​ຜື​ນ​ແຜ່ນ​ດິນ​ຂອງ​ຟີ​ລິບ​ປີນ​ຢ່າງ​ຈະ​ແຈ້ງ, ຈຸດ​ພື້ນຖານ​ແລະ​ເສັ້ນ​ພື້ນຖານຂອງ​ນ່ານທະ​ເລ​ຟີ​ລິບ​ປີນລ້ວນ​ແຕ່​ບໍ່​ລວມທັງເກາະ​ຮວງ​ຢຽນ. ຄວາມ​ຈິງເຫຼົ່າ​ນີ້ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ແລ້ວວ່າ, ​ເກາະ​ຮວງ​ຢຽນບໍ່​ແມ່ນ​ຜືນ​ແຜ່ນດິນ​ຂອງ​ຟີ​ລິບ​ປີນທັງ​ນັ້ນ.

ກ່ອນ​ປີ 1997, ຟີ​ລິບ​ປີນ​ບໍ່​ເຄີຍ​ມີ​ຄວາມ​ເຫັນ​ຕ່າງ​ກັນ​ຕໍ່​ລັດຖະບານ​ຈີນທີ່​ນຳ​ໃຊ້​ສິດ​ອະທິປະ​ໄຕ​ໃນ​ການ​ຄຸ້ມ​ຄອງ​, ນຳ​ໃຊ້​​ແລະ​ພັດທະນາເກາະ​ຮວງ​ຢຽນຈັກ​ເທື່ອ, ​ແລະ​ຍັງ​ເຄີຍກ່າວຫຼາຍ​ເທື່ອ​ວ່າ​​ເກາະ​ຮວງ​ຢຽນຢູ່​ນອກ​ຂອບ​ເຂດ​ຜືນ​ແຜ່ນດິນ​ຂອງຟີ​ລິບ​ປີນ​. ​ໃນ​ຈົດໝາຍ​ທີ່​ທ່ານ​ເປ​ເອນ​ວິນິ​ໂດ, ​ເອກ​ອັກຄະ​ລັດຖະທູດ​ຟີ​ລິບ​ປີນ​ປະຈຳ​ເຢຍລະ​ມັນ​ຝາກ​ໄປ​ຍັງຜູ້​ນິຍົມ​ວິທະຍຸ​ເຢຍລະ​ມັນ​ໃນ​ວັນ​ທີ 5 ກຸມພາ​ 1990, ກໍ່​ເຄີຍ​ກ່າວ​ຢ່າງ​ຈະ​ແຈ້ງວ່າ"ຕາມກະຊວງ​​ແຜນ​ທີ່​ແລະຊັບພະຍາກອນ​ຂໍ້​ມູນ​ຂ່າວສານ​ແຫ່ງ​ຊາດ​ຟີ​ລິບ​ປີນ, ​ເກາະ​ຮວງ​ຢຽນບໍ່​ຢູ່​ໃນ​ຂອບ​ເຂດ​ຜືນ​ແຜ່ນດິນ​ຂອງ​ຟີ​ລິບ​ປີນ." ​ໃນ​​​ໃນ​ເອກະສານ​ທີ່ກະຊວງ​ແຜນ​ທີ່​ແລະ​ຊັບພະຍາກອນ​ຂໍ້​ມູນ​ຂ່າວສານ​ຟີ​ລິບ​ປີນ​ແລະສະໜອງ​ໃຫ້​ໃນ​ວັນ​ທີ 18 ຕຸລາ​ປີ 1994​ແລະ​ເອກະສານ​ຂອງ​ສະມາຄົມວິທະຍຸ​ຟີ​ລິບ​ປີນ​ແຈ້ງ​ໃຫ້​ສະມາຄົມ​ວິທະຍຸ​ສະໝັກ​ຫຼິ້ນອາ​ເມ​ລິ​ກາ​ໃນ​ວັນ​ທີ 18 ພະຈິກ​ 1994ນັ້ນ, ກໍ່​ລ້ວນ​ແຕ່​ໄດ້​ຮັບຮອງ​ຄັກ​​ແນ່​ວ່າ"ຊາຍ​ແດນ​ແລະ​ອະທິປະ​ໄຕ​ຂອງ​ຜືນ​ແຜ່ນດິນ​ຟີ​ລິບ​ປີນ​ແມ່ນ​ກຳນົດ​ຕາມມາດຕາ​ທີ 3 ຂອງ​ສົນທິ​ສັນຍາ​ປາຣີສະບັບ​ວັນ​ທີ 10 ທັນ​ວາ 1989, ​ເກາະ​ຮວງ​ຢຽນ​ແມ່ນ​ຢູ່​ນອກ​ຊາຍ​ແດນ​ຂອງ​ຟີ​ລິບ​ປີນ."