ອາ​ເມ​ລິ​ກາ​ແລະ​ຟິລິບ​ປິນຈັດການ​ປຶກສາ​ຫາລື​ 2+2 ​ເປັນ​ຄັ້ງ​ທຳ​ອິດ,ອາ​ເມ​ລິ​ກາ​ປະຕິ​ເສດ​ບໍ່​ໃຫ້​ຫລັກ​ຫມັ້ນ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້ອີກ​ເທື່ອ​ຫນຶ່ງ

(GMT+08:00) 2012-05-01 14:15:06     cri

ຕອນ​ບ່າຍ​ວັນ​ທີ 30 ​ເມສາ​ແລ້ວ​ນີ້​,ທ່ານ​ນາງ​ຮິ​ວລາຣີ ກຼິນຕັນ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​​ແລະທ່ານ​​ກັບ​ເລ​ອົນ ປາ​ເນ​ຕາ,ລັດຖະມົນຕີ​ວ່າການ​ກະຊວງ​ປ້ອກງັນ​ປະ​ເທດ​ອາ​ເມ​ລິ​ກາ​ກັບ​ທ່ານ​ແອ​ເບີດ ​ເດີ ​ໂຣຊາຣີ​ໂອ,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ແລະ​ທ່ານ​ໂວຣຕາ​ເຣ ກັສມິນ,ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງກັນ​ປະ​ເທດ​ຟິລິບ​ປິນ​ໄດ້​ຈັດການ​ປຶກສາ​ຫລື​ລະດັບ​ສູງ​ລະຫວ່າງ​ສອງ​ປະ​ເທດ​ຄັ້ງ​ທຳ​ອິດ.

​ເຖິງ​ວ່າການ​ເຈລະຈາ​ເທື່ອ​ນີ້​ແມ່ນ​ສອງ​ຝ່າຍ​ໄດ້​ຕົກລົງ​ກັນ​ມາ​ແຕ່​ປີ​ກາຍ​ນີ້​ກໍ່ຕາມ, ​ແຕ່​ຍ້ອນ​ສະຖານະ​ການ​ປັດຈຸບັນ,ຫາງ​ສຽງ​ລ້ວ​ນ​ແຕ່​ສຸມ​ໃສ່​ເຫດການ​ເກາະ​ຮວງ​ອຽນ.ກ່ອນ​ການ​ເຈລະຈາ,ສື່​ມວນ​ຊົນ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ​ຟິລິບ​ປິນຈະ​ສວຍ​ໂອກາດ​ນີ້​ຂໍ​ການ​ສະຫນັບສະຫນູນ​ນຳ​ອາ​ເມ​ລິ​ກາ. ​ແຕ່​ການ​ເຈລະຈາ​ເທື່ອ​ນີ້​ພຽງ​ແຕ່​ດຳ​ເນີນ​ໄປ​ເປັນ​ເວລາ​ເຄິ່ງຊົ່ວ​ໂມງ​ທໍ່​ນັ້ນ. ​ໃນ​ກອງປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຕາມ​ຫລັງ, ທ່ານນາງ​ຮິ​ວລາຣີ ກຼິນຕັນ​ກ່າວ​ວ່າ,ອາ​ເມ​ລິ​ກາ​ຄັດຄ້ານ​ການ​ນຳ​ໃຊ້​ອາວຸດຫລື​ຂົ່ມ​ຂູ່​ດ້ວຍ​ອາວຸດ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ຢູ່​ທະ​ເລ​ຈີນ​ໃຕ້.ນາງ​ເວົ້າ​ວ່າ, ອາ​ເມ​ລິ​ກາ​ຈະ​ບໍ່​ເຂົ້າ​ຂ້າງ​ຝ່າຍ​ໃດໆ​ໃນ​ການ​ຂັດ​ແຍ່ງ​ກັນດັ່ງກ່າວ, ​ແລະ​ຮຽກຮ້ອງ​ຝ່າຍ​ທີ່​ກ່ຽວຂ້ອງ​ຈົ່ງ​ແກ້​ໄຂ​ຄວາມຂດ​ແຍ່ງ​ກັນ​ໂດຍ​ຜ່ານ​ຊ່ອງ​ທາງ​ການຕ່າງປະ​ເທດ.ນີ້​ແມ່ນ​ທ່າ​ທີ​ຂອງ​ລັດຖະບານ​ອາ​ເມ​ລິ​ກາ​ຕະຫລອດ​ມາພາຍຫລັງ​ໄດ້​ເກີດ​ເຫດການ​ເກາະ​ຮວງອຽນ​ເປັນ​ຕົ້ນ​ມາ.

ກ່ອນ​ການ​ເຈລະຈາ, ທ່ານ​ໂຣຊາຣີ​ໂອ,ລັດຖະມົນຕີ​ວ່າການ​ກຊະວງ ການ​ຕ່າງປະ​ເທດ​ຟິລິບ​ປິນກ່າວ​ວ່າ, ກຳລັງທາງ​ການ​ທະຫານ​ຂອງ​ຟິລິບ​ປິ​ນອ່ອນ​ແອ​ຫລາຍ, ມີ​ແຕ່​ກຳ​ປັ່ນ​ລາດຕະ​ເວນ​ມື​ສອງ​ລຳ​ຫນຶ່ງ​ທີ່​ຊື່ຈາກ​ອາ​ເມ​ລິ​ກາທໍ່​ນັ້ນ, ສະ​ນັ້ນ​ຫວັງວ່າ​ອາ​ເມ​ລິ​ກາ​​ໃຫ້ການ​ຊ່ວຍ​ເຫລືອ.​ແຕ່​ທ່ານ​ບໍ່​ໄດ້​ອະທິບາຍ​ກ່ຽວ​ກັບ​ບັນຫາ​ນີ້​ໃນ​ກອງ​ປະຊຸມ​ຂ່າວ,ສອງ​ຝ່າຍ​ພຽງ​ແຕ່​ເນັ້ນ ​ວ່າຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ການ​ທະຫານ.ອີງ​ຕາມ​ສົນ​ຍາ​ປ້ອງ​ກັນ​ປະ​ເທດ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ຟິລິບ​ປິນ, ອາ​ເມ​ລິ​ກາ​ມີ​ແຜນການ​ຈະ​ມອບ​ກຳ​ປັ່ນ​ລາດຕະ​ເວັນ​ຮັນ​ມິ​ວຕັນ​ທີ່ກອງ​ປ້ອງ​ກັນ​ແຄມ​ທະ​ເລ​ອາ​ເມ​ລິ​ກາ​ບໍ່​ໃຊ້​ແລ້ວ​ນັ້ນ​ໃຫ້​ຟິລິບ​ປິນພາຍ​ໃນ​ປີ​ນີ້.