ອາ​ເມ​ລິ​ກາ​ຄວນ​ຫຼີກ​ເວັ້ນ​ໃນ​ການ​ສົ່ງ​ຂໍ້​ມູນ​ຂ່າວ​ສານ​ອັນ​ຜິດ​ພາດ​ໃຫ້​ປະ​ເທດ​ທີ່​ກ່ຽວ​ຂ້ອງ

(GMT+08:00) 2012-05-02 14:38:06     cri
ການ​ສົນທະນາ​ຍຸດ​ທະ​ສາດ​ແລະ​ເສດຖະກິດ​ຈີນ​ອາ​ເມ​ລິ​ກາ​ຄັ້ງ​ທີ4​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ3​ຫາ​ວັນ​ທີ4​ພຶດສະພາ​ນີ້​ຕາມ​ແຜນການ​ທີ່​ກຳນົດ​ໄວ້.ສອງ​ຝ່າຍ​ຈະ​ລົງ​ເລິກ​ແລກ​ປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ມີ​ການ​ປະຕິບັດ​ຕົວ​ຈິງ​ໃນ​ຂົງ​ເຂດ​ອັນ​ກວ້າງ​ຂວາງ​ເຊັ່ນ​ຜັນ​ຂະ​ຫຍາຍ​ຄວາມ​ຮັບ​ຮູ້​ທີ່​ຄື​ກັນ​ລະຫວ່າງ​ປະມຸກ​ລັດ​ສອງ​ປະ​ເທດ​ຕື່ມ​ອີກ,​ຊຸກ​ຍູ້​ການ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ,ລົງ​ເລິກ​ການ​ແລກ​ປ່ຽນ​ຄວາມ​ເຫັນ​ແລະ​ປະ​ສານ​ງານ​ກ່ຽວ​ກັບ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ມະ​ຫາ​ພາກ,​ບັນ​ຫາ​ສຳ​ຄັນ​ໃນ​ສາ​ກົນ​ແລະ​ພາກ​ພື້ນ,​ຊຸກ​ຍູ້​ເສດ​ຖະ​ກິດ​ການ​ຄ້າ​ແລະ​ອື່ນໆ.

ກົນ​ໄກ​ການ​ສົນທະນາ​ຍຸດ​ທະ​ສາດ​ແລະ​ເສດຖະກິດ​ຈີນ​ອາ​ເມ​ລິ​ກາ​ແມ່ນ​ປະມຸກ​ລັດ​ຈີນ​ແລະ​ອາ​ເມ​ລິ​ກາ​ຮ່ວມ​ກັນ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ2009,ຊຶ່ງ​ມີ​ຈຸດປະສົງ​ອັນ​ພົ້ນ​ເດັ່ນ​ຄື​​ເປັນ​ກົນ​ໄກ​ສົນທະນາ​ລະດັບ​ສູງ​ລະຫວ່າງ​ພາກ​ສ່ວນ​ຕ່າງໆ​ແລະ​ມີ​ລັກສະນະ​ສ້າງ​ນະ​ໂຍບາຍ​ໄດ້​ຫຼາຍ,ຊຶ່ງ​ການ​ສ້າງ​ຕັ້ງ​ກົນ​ໄກ​ນີ້​ເພື່ອ​ເປັນ​ມາດ​ຕະການ​ໃນ​ການ​ປະດິດ​ສ້າງ​ທີ່​ເພີ່ມ​ທະວີ​ການ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,ຫຼີກ​ລ້ຽງ​ການ​ວິນິ​ໄສ​ທາງ​ດ້ານ​ຍຸດ​ທະ​ສາດ​ຢ່າງ​ຜິດພາດ,​ເພີ່ມ​ຜົນ​ປະ​ໂຫຍ​ດຮ່ວມ.ປີ​ນີ້​ພໍດີ​ຖືກ​ກັບ​​ໂອກາດ​ທີ່​ອາ​ເມ​ລິ​ກາຈະ​ຈັດການ​ເລືອກ​ຕັ້ງ​ປະທານາທິບໍດີ,ພັກ​ກອມ​ມູນິດ​ຈີນ​ຈະ​ຈັດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ18,ສະ​ນັ້ນ,ການ​ຮັບປະກັນ​ໃຫ້ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ພັດທະນາ​​ໄປຢ່າງ​ໝັ້ນ​ທ່ຽງ​ນັ້ນຈິ່ງ​ມີ​ຄວາມ​ສຳຄັນ​ຫຼາຍ​ທີ່​ສຸດ,ຊຶ່ງ​ນີ້​ກໍ່​ເປັນ​ເນື້ອ​ໃນ​ອັນ​ໃໝ່​ຂອງ​ການ​ສົນທະນາ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ໃນ​ຄັ້ງ​ນີ້.

ນັບ​ຕັ້ງ​ແຕ່​ອາ​ເມ​ລິ​ກາ​ຖະ​ແຫຼ​ງຢ່າງ​ເປີດ​ເຜີຍວ່າ​ຈະ​ກັບ​ຄືນ​ສູ່​ອາຊີມາ​ນີ້,ການ​ກະທຳ​ບາງ​ຢ່າງ​ຂອງ​ອາ​ເມ​ລິ​ກາ​ຢູ່​ພາກ​ພື້ນ​ອາຊີ​ປາຊີ​ຟິກກາຍ​ເປັນ​ສິ່​ງທີ່ໜ້າ​ສົງ​ໃສ​ຫຼາຍ.​ເມື່ອ​ບໍ່​ດົນ​ມາ​ນີ້,ອາ​ເມ​ລິ​ກາ​ໄດ້​ເພີ່ມກຳລັງ​ທະຫານ​ຢູ່​ອາຊີ​ປາຊີ​ຟິກ​ໂດຍ​ສະ​ເພາະ​ແມ່ນ​ພາກ​ພື້ນ​ປາຊີ​ຟິກຕາ​ເວັນ​ຕົກ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ການ​ທະຫານ​ກັບ​ຫຼາຍ​ປະ​ເທດ​ເຊັ່ນ​ຟີ​ລິ​ບປິນ,ຫວຽດນາມ​ແລະ​ອົສຕຼາລີ,ສ້າງ​ຖານ​ທັບ​ແຫ່ງ​ໃໝ່,​ແຜ່​ຂະ​ຫຍາຍ​ຂອບ​ເຂດ​ຈັດ​ວາງ​ກຳ​ລັງ​ຮົບ​ໃຫ້​ກວ້າງ​ອອກ,​ຈັດການ​ຊ້ອມ​ຮົບ​ທີ່​ມີ​ຂະໜາດ​ນັບ​ມື້ນັບ​ໃຫຍ່​ຂຶ້ນ,ຂາຍ​ອາ​ວຸດ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ,​ແລະ​ຍັງ​ໄດ້​ວາງ​ແຜນ​ຈະ​ສ້າງ​ຕັ້ງ​ລະບົບ​ຕ້ານ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຕື່ມ​ອີກ,​ຊຶ່ງ​ມາດ​ຕະ​ການ​ແລະ​ການ​ກະ​ທຳ​ເຫຼົ່າ​ນີ້​​ເປັນ​ປັດ​ໄຈ​ທີ່​ສ້າງ​ຄວາມ​ບໍ່​ສະ​ຫງົບ​ຢູ່​ພາກ​ພື້ນ​ແຫ່ງ​ນີ້.

ຈີນ​ຍິນ​ດີ​ຕ້ອນຮັບ​ອາ​ເມ​ລິ​ກາ​ໃນ​ການ​ເສີມ​ຂະຫຍາຍ​ບົດບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ຢູ່​ພາກ​ພື້ນ​ອາຊີ​ປາຊີ​ຟິກ,ຊຶ່ງ​ຫຼັກ​ໝັ້ນ​ນີ້​ຈະ​ບໍ່​ມີ​ການ​ປ່ຽນ​ແປງ.ອາ​ເມ​ລິ​ກາ​ຄວນ​​ເຮັດ​ໃຫ້ຄຳ​ເວົ້າ​ແລະການ​ກະທຳຕົວ​ຈິງມີ​ຄວາມ​ເປັນ​ເອກະ​ພາບ​ກັນ,ຫຼີກ​ເວັ້ນບໍ່​ສົ່ງ​ຂໍ້​ມູນ​ຂ່າວ​ສານ​ອັນ​ຜິດພາດ​ໃຫ້​ແກ່​ປະ​ເທດ​ທີ່​ກ່ຽວຂ້ອງ,ບໍ່​ຄວນ​ຊ່ວຍ​ຊູ​ຍູ້​ໜູນ​ໃຫ້​ປະ​ເທດ​ເຫຼົ່ານີ້ສ່ຽງ​ໄພ​ໃນ​ການ​ທ້າ​ທາຍ​ເກາະ​ຜິດຕໍ່​ຈີນ​ໃນ​ເວລາ​ປະຕິບັດ​ຕໍ່​ບັນຫາ​ທີ່​ກ່ຽວ​ພັນ​ເຖິງ​ຄວາມ​ຂັດ​ແຍ່ງ​ທາງ​ດ້ານ​ຜືນ​ແຜ່ນດິນ​ໃນ​ທະ​ເລຈີນ​ໃຕ້.

ເມື່ອ​ກ້າວ​ເຂົ້າ​ສູ່​ທົດ​ສະ​ວັດ​ທີ​ສອງ​ຂອງ​ສະຕະວັດ​ທີ21,ລະຫວ່າງ​ສອງ​ປະ​ເທດ​ໃຫຍ່​ທີ່​ຕ່າງຢູ່​ຝັ່ງ​ຕາ​ເວັນ​ຕົກ​ແລະ​ຝັ່ງ​ຕາ​ເວັນ​ອອກ​ຂອງ​ມະຫາ​ສະໝຸດ​ປາຊີ​ຟິກມີ​ຄວາມ​ເພິ່ງ​ພາ​ອາ​​ໄສ​ກັນ​ທາງ​ດ້ານ​​ເສດຖະກິດ​ແລະ​ຍຸດ​ທະ​ສາດ​ທີ່​ຂຶ້ນ​ສູ່​ລະດັບ​ສູງອີກ​​ເທື່ອ​ໃໝ່,ມີ​ຜົນ​ປະ​ໂຫຍ​ດຮ່ວມ​ເພີ່ມ​ຫຼາຍ​ຂຶ້ນ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ.ການຮ່ວມມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ແມ່ນ​ທ່າ​ອ່ຽງລວມທີ່ຈະ​ຕ້ອງ​ເປັນ​ໄປ,ຍິ່ງ​ແມ່ນ​ເສັ້ນ​ທາງ​ທີ່​ຕ້ອງ​ເດີນ​ຜ່ານ​ຜ່າ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ.