ໜັງສືພິມຟີລິບປິນລົງພິມບົດຄວາມໂດຍຂຽນວ່າເກາະຫວງຢຽນແມ່ນດິນແດນຂອງຈີນແທ້
(GMT+08:00) 2012-05-10 17:02:42 cri
ມັນເປັນຂອງຈີນ
ຂຽນໂດຍນັກລົງທຶນຂອງຟີລິບປີນລົງພິມໃສ່ໜັງສືພິມມານີລາສະແຕນດາດທູເດຂອງຟີລິບປີນສະບັບວັນທີ 28 ເມສາປີ 2012
ດອນສະຄາບໍໂຣ(ຈີນເອີ້ນວ່າເກາະຫວງຢຽນ)ແມ່ນເປັນຂອງຈີນແທ້ໆ, ຈີນໄດ້ພົບເຫັນມັນໃນລາຊະວົງຢວນປີ 1279 ແລະໄດ້ໝາຍເຂົ້າໃນແຜນທີ່ຂອງຕົນ. ແຕ່ເວລານັ້ນເປັນຕົ້ນມາ,ຊາວປະມົງຂອງແຜ່ນດິນໃຫຍ່ແລະໄຕ້ຫວັນຂອງຈີນກໍ່ເຄື່ອນໄຫວຫາປາຢູ່ແຫ່ງນີ້. ທ່ານໂກ່ວໂສວຈິ້ງ, ນັກດາລາສາດ, ນັກຄະນິດສາດທັງເປັນວິສະວາກອນລາສະວົງຢວນຂອງຈີນໄດ້ວັດແທຢູ່ທະເລຈີນໃຕ້, ຈຸດວັດແທກຢູ່ທະເລຈີນໃຕ້ກໍ່ແມ່ນດອນສະຄາບໍໂຣເຊິ່ງເປັນສ່ວນໜຶ່ງຂອງໝູ່ເກາະຈົ່ງຊາ.
ທຽບກັບເລື່ອງນີ້, ແຜນທີ່ເກົ່າແກ່ບູຮານທີ່ເປັນຫຼັກຖານຂອງກະຊວງການຕ່າງປະເທດຂອງພວກເຮົາຫາກແມ່ນແຕ້ມໃນປີ 1820, ສວຍກວ່າແຜນທີ່ຂອງຈີນ 541 ປີ. ທ່ານເອດກາໂຕ ອັນຈະລາ ສະມາຊິກສະພາສູງພັດກ່າວວ່າແຜນທີ່ສະບັບນີ້ມີອິດທິພົນຫຼາຍກວ່າແຜນທີ່ເກົ່າແກ່ຂອງຈີນ, ນີ້ເຮັດໃຫ້ຂ້າພະເຈົ້າປະຫຼາດໃຈທີ່ສຸດ.
ແຕ່ສິ່ງທີ່ເຮັດໃຫ້ຂ້າພະເຈົ້າຮູ້ສຶກແປກໃຈນັ້ນແມ່ນບົດຄວາມທີ່ຂຽນໂດຍຄຸນພໍ່ວໍຄິນ ເປນັສລົງພິມໃສ່ໜັງສືພິມອີກສະບັບໜຶ່ງໃນວັນທີ 22 ເມສານີ້. ໃນຖານະເປັນຜູ້ຕົ້ນຕໍ່ຜູ້ໜຶ່ງໃນການສ້າງ"ລັດຖະທຳມະນູນຟີລິບປີນ"ສະບັບປີ 1987, ລາວໄດ້ຖື"ສົນທິສັນຍາວ່າດ້ວຍທະເລຂອງອົງການສະຫະປະຊາຊາດ"ທີ່ຮັບຮອງໃນປີ 1982 ເປັນພື້ນຖານທີ່ລາວປົກປັກຣັກສາອະທິປະໄຕຂອງຟີລິບປີນ. ພາຍຫຼັງມາເຖິງວ່າລາວໄດ້ຮັບຮູ້ເລື່ອງດອນສະຄາບໍໂຣແມ່ນຢູ່ນອກຂອບເຂດຜືນແຜ່ນດິນຂອງຟີລິບປີນທີ່"ສົນທິສັນຍາປາຣີລະຫວ່າງສະຫະລັດອາເມລິກາກັບແອສປາຍ"ກຳນົດໄວ້, ນີ້ແມ່ນຄວາມເວົ້າຫຼອກລວງແບບໃດ?
ໃນປີ 1946 ຟີລິບປີນຫຼຸດພົ້ນອອກຈາກຫົວເມືອງຂຶ້ນອາເມລິກາປະກາດເປັນເອກະລາດ, ຜືນແຜ່ນດິນຂອງພວກເຮົາຄວນມີບ່ອນໃດ) ເປັນຫຍັງລັດຖະທຳມະນູນຂອງພວກເຮົາສະບັບປີ 1899, ສະບັບປີ 1935, ສະບັບປີ 1943, ສະບັບປີ 1973, ສະບັບປີ 1986ແລະສະບັບປີ 1987ລ້ວນແຕ່ບໍ່ໄດ້ຈົດເອົາໝູ່ເກາະນານຊາແລະດອນສະຄາບໍໂຣໃນຂອບເຂດຂຶ້ນກັບຜືນແຜ່ນດິນຂອງຟີລິບປີນ? ພວກເຮົາໄດ້ເກາະດອນເຫຼົ່ານີ້ຈາກບ່ອນໃດແລະຈາກໃຜ? ພວກເຮົາແມ່ນໄດ້ເກາະເຫຼົ່ານີ້ຢ່າງບໍ່ມີສາເຫດບໍ່?
ໃນທ້າຍຊຸມປີ 1970, ຈີນເຄີຍດຳເນີນການສຳຫຼວດວິທະຍາສາດຢູ່ດອນສະຄາບໍໂຣແລະເຂດອ້ອມຂ້າງ, ແລ້ວຕັ້ງຫຼັກໝາຍດິນແດນ. ແຕ່ໃນປີ 1997 ຟີລິບປີນໄດ້ທຳລາຍຫຼັກໝາຍດິນແດນດັ່ງກ່າວຢ່າງບໍ່ໄດ້ຮັບການມອບສິດ.
ຈົນຮອດຊຸມປີ 1990, ແຜນທີ່ທີ່ລັດຖະບານຟີລິບປີນປະກາດນັ້ນລ້ວນແຕ່ບໍ່ໄດ້ຈົດເອົາໝູ່ ແລະດອນສະຄາບໍໂຣເຂົ້າໃນຜືນແຜ່ນດິນຂອງຟີລິບປີນ. ດຳລັດເລກ 3046 ທີ່ສະພາພວກເຮົາຮັບຮອງໃນປີ 1961 ກໍ່ໄດ້ສະກັດກັ້ນພວກເຮົາມີສິດອະທິປະໄຕຢູ່ເໜືອເກາະດອນດັ່ງກ່າວ.
ແຕ່ວ່າຜ່ານເວລາໄປ 48 ປີທີ່ຍາວນານ, ຄືໃນວັນທີ 10 ມີນາປີ 2009, ພວກເຮົາໄດ້ປັບປຸງດຳລັດດັ່ງກ່າວ, ປະກາດແຕ່ຝ່າຍດຽວວ່າເກາະດອນທີ່ມີການຖົກຖຽງເຫຼົ່ານີ້ຂຶ້ນກັບພວກເຮົາ.
ແຕ່ວ່າມີເລື່ອງໜຶ່ງທີປະຕິເສດບໍ່ໄດ້ກໍ່ຄື, ມີສົນທິສັນຍາສາກົນສາມສະບັບລ້ວນແຕ່ໄດ້ສະໜັບສະໜູນຈີນມີອະທິປະໄຕຢູ່ເໜືອເກາະດອນດັ່ງກ່າວກໍຄື: "ສົນທິສັນຍາປາຣີລະຫວ່າງສະຫະລັດອາເມລິກາກັບແອສປາຍ"ສະບັບປີ1898", "ສົນທິສັນຍາວໍຊິງຕັນລະຫວ່າງສະຫະລັດອາເມລິກາກັບແອສປາຍ"ສະບັບປີ1990ແລະ"ສົນທິສັນຍາລະຫວ່າງອັງກິດກັບສະຫະລັດອາເມລິກາ"ສະບັບປີ1930, ລ້ວນແຕ່ໄດ້ກຳນົດວ່າເສັ້ນຊາຍແດນຕາເວັນຕົກຂອງຟີລິບປີນແມ່ນທີ່ຖືກຈຳກັດຢູ່ເສັ້ນແວງຕາເວັນອອກ 118 ອົງສາ .
ນອກນີ້, ຟີລິບປີນກ່າວວ່າຫຼັກອ້າງອີງທີ່ມີອະທິປະໄຕຢູ່ເໜືອເກາະດອນເຫຼົ່ານີ້ພຽງແມ່ນອາໄສ"ສົນທິສັນຍາວ່າດ້ວຍກົດໝາຍທະເລຂອງອົງການສະຫະປະຊາຊາດ"ທີ່ຮັບຮອງໃນປີ 1982. ສິ່ງທີ່ຂ້າພະເຈົ້າຮູ້ຈັກນັ້ນ, ນີ້ພຽງແຕ່ແມ່ນສົນທິສັນຍາສະບັບໜຶ່ງທໍ່ນັ້ນ, ບໍ່ສາມາດໂຄ່ນລົ້ມຫຼືເຂົ້າແທນສັນຍາທີ່ເຊັນກັນຢູ່ລະຫວ່າງນັກລ່າເມືອງຂຶ້ນ. ຖ້າວ່າຖືກເຫັນເປັນ"ກົດໝາຍ"ສະບັບໜຶ່ງ, ມັນກໍ່ບໍ່ສາມາດມີສິດບັງຄັບໃຊ້ແລະປ່ຽນແປງເລື່ອງຈິງໃນເມື່ອກ່ອນ.