ຜູ້​ຂຽນ​ບົດ​ຄວາມ《​ເກາະ​ຫວງ​ຢຽນຂຶ້ນ​ກັບ​ຈີນ》ຂອງ​ຟີ​ລິບ​ປິນກ່າວ​ວ່າ,ຂ້ອຍ​ພຽງ​ແຕ່ເວົ້າ​ຕາມຄວາມ​ເປັນ​ຈີ​ງທີ່​ຈະ​ແຈ້ງ​

(GMT+08:00) 2012-05-10 16:27:48     cri
ຕາມ​ຂ່າວສານ​ຊີ​ນຮວາ:ໜັງສືພິມ《ມະ​ນີລາ​ ສ​ແຕນ​ດາດ ​ທູ​ເດ》ຂອງ​ຟີ​ລິບ​ປິນສະບັບ​ວັນ​ທີ 28 ​ເມສາ​ແລ້ວ​ນີ້​ໄດ້ລົງ​ພິມ​ບົດ​ຄວາມ​ທີ່ລົງ​ນາມ​ຂອງ​ທ່ານ​ວິກ​ຕໍ ອາ​ເຊັສ,ນັກ​ລົງທຶນ​ຟີ​ລິບ​ປິນທີ່​ມີ​ຫົວ​ຂໍ້​ວ່າ《​ເກາະ​ຫວງ​ຢຽນ​ຂຶ້ນ​ກັບ​ຈີນ》,​ເຫັນ​ວ່າ,​ເກາະ​ຫວງ​ຢຽນ​ແມ່ນ​ຂຶ້ນ​ກັບ​ຈີນ​ແທ້ໆ,​​ເຈດ​ຈຳນົງຂອງ​ຟີ​ລິບປິນບໍ່​ສາມາດ​ປ່ຽນ​​ແປງ​ຄວາມ​ຈີ​ງດັ່ງກ່າວ​ໄດ້.​ເມື່ອ​ບໍ່​ດົນ​ມາ​ນີ້,​​ໃນ​ເວລາ​ທ່ານ​ວິກ​ຕໍ ອາ​ເຊັສ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ,ທ່ານ​ກ່າວ​ວ່າ,"ຂ້ອຍ​ບໍ່​ຢ້ານ​ລັດຖະບານ,ຫຼັກ​ໝັ້ນ​ຂອງ​ຂ້ອຍ​ແມ່ນ​ມີ​ຫຼັກ​ອ້າງ​ອີງ​ທີ່​ເປັນຄວາມ​ຈີ​ງ,ຂ້ອຍ​ພຽງ​ແຕ່​ເວົ້າຕາມ​ຄວາມ​ເປັນ​ຈີ​ງທີ່​ຈະ​ແຈ້ງ​ເທົ່າ​ນັ້ນ."

ບົດ​ຄວາມ《​ເກາະ​ຫວງ​ຢຽນຂຶ້ນ​ກັບ​ຈີນ》ຊີ້​ໃຫ້​ເຫັນຄວາມ​ຈີ​ງຫຼາຍຂໍ້​​ເຊັ່ນ ລາຊະວົງ​ຢວນຂອງ​ຈີນ​ໄດ້ຂີດ​ໝາຍໃນ​ແຜນ​ທີ່​​ເກາະ​ຫວງ​ຢຽນ​​ເມື່ອ​ປີ 1279,ການ​ບັນທຶກ​ຕໍ່​ເກາະ​ຫວງ​ຢຽນ​ໃນ​ເອກະສານ​ສຳ​ຫຼວດວິທະຍາສາດ​ຍຸກ​ປະຈຸ​ບັນ​ແລະສະ​​ໄໝ​ໃໝ່​ຂອງ​ຈີນ​ແລະ​ອື່ນໆ,​ໄດ້​ຢືນຢັນ​ວ່າເກາະ​ຫວງ​ຢຽນ​ແມ່ນຂຶ້ນ​ກັບ​ຈີນ​ແທ້ໆ.

ເມື່ອ​ເວົ້າ​ເຖິງ​ເປັນ​ຫຍັງ​ຈຶ່ງ​ຂຽນ​ບົດ​ຄວາມ​ນີ້,ທ່ານ​ອາ​​ເຊັສກ່າວ​ວ່າ,ທ່ານ​ເຮັດ​ແນວ​ນີ້​ແມ່ນ​ເພື່ອ​ບອກ​ໃຫ້​ຜູ້​ອ່ານຮູ້​ວ່າ,​ໃນ​ບັນຫາ​ເກາະ​ຫວງ​ຢຽນ,​ເນື້ອ​ໃນ​ທີ່ໜັງສືພິມ​ຟີ​ລິບ​ປິນຂຽນ​ນັ້ນແມ່ນບໍ່​ມີ​ມູນ​ຄວາມ​ຈີ​ງ.

ທ່ານ​ອາ​ເຊັສກ່າວ​ວ່າ,ທ່ານ​ເຄີຍ​ໄປ​ຢ້ຽມຢາມ​​ແຜ່ນດິນ​ໃຫຍ່​ຈີນ​ແລະ​ໄຕ້​ຫວັນຂອງຈີນຫຼາຍ​ເທື່ອ,​ແລະ​​ເຄີຍ​ໄປ​ຮອດ​ປັກ​ກິ່ງ,ຊຽງ​ໄຮ້,ກວາງ​ໂຈ່ວ,​​ເຊ້ຍ​ເໝິນ​ແລະ​ເຊິ່ນ​ເຈິ້ນ.ທ່ານ​​ແລະ​ຄອບຄົວ​ຂອງ​ທ່ານ​ລ້ວນ​ແຕ່​ມັກ​ຈີນ,ຈີນ​ແລະ​ປະຊາຊົນ​ຈີນ​ໄດ້​ສ້າງ​ຄວາມປະ​ທັບ​ໃຈຢ່າງ​ເລິກ​ເຊິ່ງ​​​ໃຫ້​ແກ່ເຂົາ​ເຈົ້າ.​ແຕ່​ທ່ານ​ບໍ່​ໄດ້ດຳ​ເນີນທຸລະ​ກິດ​ໃດ​ໆ​ຢູ່​ຈີນ.

ທ່ານ​ອາ​ເຊັສ​ເຫັນ​ວ່າ,ການ​ກະທຳ​ຂອງລັດຖະບານ​ຟີ​ລິບ​ປິນທີ່ຮຽກຮ້ອງ​ໃຫ້​ຈີນ​ເຫັນ​ດີ​ຍື່ນ​ບັນຫາ​ເກາະ​ຫວງ​ຢຽນ​ໃຫ້​ສານ​ກົດໝາຍ​ທະ​ເລ​ສາກົນ​ຕັດສິນນັ້ນ​ແມ່ນ​ບໍ່​ຊອບດ້ວຍ​ກົດໝາຍ.ທ່ານ​ກ່າວ​ວ່າ,​ໃນ​ສະພາບ​ທີ່​ອັດຕາ​ສະໜັບ​ສະ​ໜູນຫຼຸດ​ຕ່ຳລົງ​ແລະ​ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ​ຈາກ​ປະຊາຊົນຫຼຸດ​ໜ້ອຍ​ລົງເປັນ​ກ້າວໆ,ລັດຖະບານ​ອາ​ກີ​ໂນ​ພວມ​ເຈດ​ຕະນາ​ໃຊ້​ຮູບ​ການ​ນີ້​ມາຍາດການ​ສະໜັບສະໜູນ​ຄືນຈາກ​ປະຊາຊົນ​ຟີ​ລິບ​ປິນ.