ເອກ​ອັກຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ​ກ່າວ​ວ່າ​ເຫດ​ການ​ເກາະ​ຫວງ​ຢຽນ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ການ​ພົວ​ພັນ​ສອງ​ຝ່າຍ​ຈີນ​ແລະ​ຟີ​ລິບ​ປິນ​ຊຶ່ງ​ລວມ​ທັງ​ການ​ພົວ​ພັນ​ທາງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ

(GMT+08:00) 2012-05-10 15:54:32     cri
ຟີ​ລິບ​ປິນກໍ່​ເລື່ອງ​ກໍ່​ລາວຢູ່​ເຂດ​ທະ​ເລ​ເກາະ​ຫວງ​ຢຽນຂອງ​ຈີນ​ມາ​ໄດ້​ເກືອບ1​ເດືອນ​ແລ້ວ.ທ່ານ​ນາງ​ຖົງ​ສ້ຽວ​ຫຼິງ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວCRI​ໃນ​ວັນ​ທີ8​ພຶດສະພາ​ນີ້​ວ່າ:ຖ້າວ່າ​ລັດຖະບານຟີ​ລິບ​ປິນ​ເຮັດ​ຕາມ​ລຳພັງ​ໃຈໃນ​ເຫດການ​ເກາະ​ຫວງ​ຢຽນ,ມັນ​ຈະ​ສ້າງ​ຜົນ​ເສຍ​ຫາຍ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ຈີນ​ຟີ​ລິບ​ປິນຊຶ່ງ​ລວມທັງ​ການ​ພົວພັນ​ທາງ​ດ້ານ​ເສດຖະກິດ​ການ​ຄ້າ.

ຕາມ​ສະຖິຕິ: ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຟີ​ລິບປິນກັບ​ຈີນ​ໃນ​ປີ2011ຜ່ານມາ​ມີ​ຫຼາຍ​ກວ່າ30​ຕື້​ໂດ​ລາ​ຊຶ່ງ​ສ້າງ​ສະຖິຕິ​ສູງສຸດ​ເທື່ອ​ໃໝ່​ໃນ​ປະ​ຫວັດ​ສາດ.​ໃນ​ຕົ້ນ​ປີ​ນີ້, ລັດຖະມົນຕີ​ຊ່ວຍວ່າ​ການ​ກະຊວງ​ອຸດສາຫະກຳ​ການ​ຄ້າຂອງ​ຟີ​ລິບ​ປິນກ່າວ​ວ່າ,ຟີ​ລິບ​ປິນຈະ​ປັບປຸງ​ທິດ​ທາງ​ການ​ສົ່ງ​ອອກ​ສິນຄ້າ,ຈະ​ຫັນ​ຈຸດ​ສຸມ​ໃນ​ການ​ສົ່ງ​ອອກ​ສິນຄ້າ​ຈາກ​ເອີ​ລົບ​ແລະອາ​ເມ​ລິ​ກາ​ໄປ​ສູ່​ຈີນ​ພ້ອມ​ດ້ວຍ​ອົງ​ກອນ​ເສດຖະກິດ​ອື່ນໆ​ທີ່​ໄດ້​ລົງ​ນາມ​ໃນ​ສັນຍາ​ເຂດ​ການ​ຄ້າ​ເສ​ລີ.​ນັກ​ທຸ​ລະ​ກິດ​ຟີ​ລິບ​ປິນ​ຄາດ​ຄະ​ເນ​ວ່າ:​ຈີນ​ຈະ​ກາຍ​ເປັນ​ຕະ​ຫຼາດ​ເປົ້າ​ໝາຍ​ໃນ​ການ​ສົ່ງ​ອອກ​ສິນ​ຄ້າ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຟີ​ລິບ​ປິນ​ໃນ​ປີ​2016.

ຫາງ​ສຽງ​ໄດ້​ເຫັນ​ວ່າ:ປະທານ​ສະມາຄົມ​ນັກທຸ​ລະ​ກິດການ​ປູກ​ກ້ວຍ​ຫອມ​ແລະ​ການ​ສົ່ງ​ອອກ​ກ້ວຍ​ຫອມ​ຂອງຟີ​ລິບ​ປິນກ່າວ​ໃນ​ຫວ່າງ​ບໍ່​ດົນ​ມາ​ນີ້ວ່າ,​ໄລຍະ​ມໍ່ໆ​ມາ​ນີ້,​ໃນ​ເວລາ​ຟີ​ລິບ​ປິນສົ່ງ​ອອກ​ກ້ວຍ​ຫອມ​ງວດ​ໜຶ່ງ​ໄປ​ຈີນ​ນັ້ນ​ບໍ່​ສາມາດ​ຜ່ານ​ການ​ກວດກາ​ພະຍາດ​ຂອງ​ຈີນ​ໄດ້.ທ່ານ​ກ່າວ​ວ່າ,​ກ້ວຍ​ຫອມ75​ລ້ານ​ແກັດ​ທີ່​ຟີ​ລິບ​ປິນ​ສົ່ງ​ອອກ​ໄປ​ຕ່າງປະ​ເທດ​ໃນ​​ແຕ່ລະ​ປີ​ນັ້ນ,ມີ​ຫຼາຍ​ກວ່າ​ເຄິ່ງໜຶ່ງ​ແມ່ນ​ສົ່ງ​ໄປ​ປະ​ເທດ​ຈີນ.​ຖ້າ​ວ່າ​ສູນ​ເສຍ​ຕະ​ຫຼາດ​ຈີນ,​ອຸດ​ສາ​ຫະ​ກຳ​ການ​ຜະລິດ​ກ້ວຍ​ຫອມ​ຂອງ​ຟີ​ລິບ​ປິນຈະ​ໄດ້​ຮັບ​ຜົນ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ.ບັນຫາ​​ເກາະ​ຫວງ​ຢຽນອາດ​ຈະ​ສ້າງ​ຜົນ​ເສ​ຍຫາຍ​ໃຫ້​ແກ່​ການ​ພົວພັນ​ການ​ຄ້າ​ລະຫວ່າງ​ຟີ​ລິບ​ປິນກັບ​ຈີນ.

ກ່ຽວ​ກັບ​ເລື່ອງ​ທີ່​ກ້ວຍ​ຫອມ​ຂອງ​ຟີ​ລິບ​ປິນບໍ່​ສາມາດ​ຜ່ານ​ການ​ກວດກາ​ພະຍາດ​ຂອງ​ຈີນ​ໃນ​ເທື່ອ​ນີ້,ທ່ານ​ນາງຖົງ​ສ້ຽວ​ຫຼີງ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະຈຳ​ອາ​ຊຽນກ່າວ​ວ່າ:"​ເລື່ອງ​ນີ້​ແມ່ນ​ເລື່ອງ​ປົກກະຕິ​ແລະ​ເກີດ​ຂຶ້ນ​ເລື້ອຍໆ​ໃນ​ເສດ​ຖະ​ກິດ​ການ​ຄ້າ.​ຂ້າ​ພະ​ເຈົ້າ​ເຫັນ​ວ່າບໍ່​ຄວນ​ເອົາ​ເຫດ​ການ​ນີ້​ໄປ​ພົວ​ພັນ​ກັບ​ເຫດ​ການ​ເກາະ​ຫວງ​ຢຽນ.ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ພາກ​ສ່ວນ​ເສດຖະກິດ​ການ​ຄ້າ​ແລະ​ອົງ​ການ​ກວດ​ກາ​ພະ​ຍາດ​ຂອງ​ຈີນ​ຈະ​ອີງ​ຕາມ​ກົດ​ໝາຍ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ກໍ່​ຄື​ທຳນຽມ​​ສາກົນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ສິນ​ຄ້າ."

ທ່ານ​ນາງ​ຖົງ​ສ້ຽວ​ຫຼິງ​ຍັງ​ກ່າວ​ຕື່ມ​ອີກ​ວ່າ:"ຫາກ​ສະຖານະ​ການ​ຢູ່​ເກາະ​ຫວງ​ຢຽນ​ສືບ​ຕໍ່​ຂະ​ຫຍາຍ​ກວ້າງ​ອອກ,​ມັນ​ຈະ​ສ້າງ​ຜົນ​ສະ​ທ້ອນ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ຟີ​ລິບ​ປິນ​ໃນ​ທຸກ​ດ້ານ​ຫຼື​ບໍ່​ນັ້ນ,​ຂ້າ​ພະ​ເຈົ້າ​ຄິດ​ວ່າ​ມັນ​ເປັນ​ເລື່ອງ​ທີ່​ແນ່​ນອນ.​ທ່າ​ທີ​ແລະ​ຫຼັກ​ໝັ້ນ​ຂອງ​ລັດ​ຖະ​ບານ​ຈີນ​ໃນ​ປະຈຸ​ບັນ​ແມ່ນ​ຈະ​ແຈ້​ງທີ່​ສຸດ,ຈີນ​ຍັງ​ສືບ​ຕໍ່​ສຸມ​ກຳ​ລັງ​ໃນ​ການ​ຊອກ​ຫາ​ວິ​ທີ​ທາງ​ການ​ທູດ​ເພື່ອ​ແກ້​ໄຂ​ເຫດ​ການ​ເກາະ​ຫວງ​ຢຽນ,​ແລະ​ກໍ່​ຫວັງ​ວ່າ​ສະ​ຖາ​ນະ​ການ​ຢູ່​​ເຂດ​ເກາະ​ຫວງ​ຢຽນ​ຈະ​ສາ​ມາດ​ກັບ​ຄືນ​ສູ່​ຄວາມ​ສະ​ຫງົບ​ໂດຍ​ໄວ.​ສ່ວນ​ກ່ຽວ​ກັບ​ການ​ພົວ​ພັນ​ທາງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ການ​ພົວ​ພັນ​ອື່ນໆ,​ຖ້າ​ວ່າ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ຟີ​ລິບ​ປິນ​ໄດ້​ຮັບ​ຜົນ​ກະ​ທົບ​ຍ້ອນ​ເຫດ​ການ​ເກາະ​ຫວງ​ຢຽນ,​ຄິດ​ວ່າ​ຄົງ​ຈະ​ສະ​ແດງ​ອອກ​ມາ​ຢ່າງ​ຈະ​ແຈ້ງ​ໃນ​ທຸກໆ​ດ້ານ."