ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຂຽນ​ບົດ​ຄວາມກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ການ​ຮ່ວມ​ມື

(GMT+08:00) 2012-05-25 17:00:32     cri
ໜັງສືພິມ​ເດີ​ພະນົມ​ເປັນ​ໂພສຂອງ​ກຳປູ​ເຈຍ​ສະບັບ​ວັນ​ທີ24​ພຶດສະພາ​ນີ້​ແລະ​ໜັງສືພິມ​ຈາ​ກາຕາ​ໂພສຂອງ​ອິນ​ໂດ​ເນ​ເຊຍ​ສະບັບ​ວັນ​ທີ25​ພຶດສະພາ​ນີ້​ໄດ້​ລົງ​ພິມ​ບົດ​ຄວາມ​ຂອງ​ທ່ານ​ນາງ​ຟູ້ອິງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ພາຍ​ໃຕ້​ຫົວ​ຂໍ້​ທີ່​ວ່າ"ຄວາມ​ປອດ​ໄພ​ດ້ານ​ການ​ຮ່ວມ​ມື",ຊຶ່ງ​ບົດ​ຄວາມ​ຂຽນ​ວ່າ:​ເຈົ້າ​ໜ້າ​ທີ່​ອາວຸ​ໂສຂອງ​ຈີນ,ບັນດາ​ປະ​ເທດ​ອາ​ຊຽນ​ແລະ​ປະ​ເທດ​ນອກ​ພາກ​ພື້ນ​​ເຕົ້າ​ໂຮມ​ກັນ​ປະຊຸມຢູ່​ນະຄອນຫຼວງ​ພະນົມ​ເປັນ.ຈະ​ສ້າງ​ອາຊີ​ຕາ​ເວັນ​ອອກ​ທີ່​ມີ​ຄວາມປອດ​ໄພ​ແນວ​ໃດ?​ໃຊ້​​ໂອກາດ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສຄົ້ນ​ຄິດ​ບັນຫາ​ນີ້​ແມ່ນ​ເໝາະ​ສົມ​ທີ່​ສຸດ.

ການ​ສົນທະນາ​ແລະ​ຮ່ວມ​ມື​ກັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ແມ່ນ​ສອດຄ່ອງ​ກັບ​ທ່າ​ອ່ຽງລວມ​ແຫ່ງ​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ໂລກ,​ສອງ​ຝ່າຍໄດ້​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ແລະ​ສ້າງ​ແນວ​ຄິດ​ຄວາມ​ປອດ​ໄພ​ທີ່​ໃໝ່​ອ່ຽມ​ໜຶ່ງ.

ເນື້ອ​ໃນ​ສຳຄັນ​ຂອງ​ແນວ​ຄິດ​ຄວາມ​​ປອດ​ໄພ​ແມ່ນ​ສະ​ເໝີ​ພາບ​ແລະ​ການ​ຮ່ວມ​ມື,ສະ​ນັ້ນ​ສາມາດ​ເອີ້ນ​ວ່າຄວາມ​ປອດ​ໄພ​ດ້ານ​ການ​ຮ່ວມ​ມື.

ແຫຼ່ງຄວາມ​ປອດ​ໄພ​ດ້ານ​ການ​ຮ່ວມ​ມື​ແມ່ນ​ກຳລັງ​ແຮງ​ຊຸກ​ຍູ້​ໃຫ້ເສດຖະກິດ​ພັດທະນາ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ​ຢ່າງ​ຕໍ່​ເນື່ອງ.ປະຫວັດສາດ60​ກວ່າ​ປີ​ຂອງ​ອາຊີ​ພາຍຫຼັງ​ສົງຄາມ​ໂລກ​ຄັ້ງ​ທີ2ສະ​ແດງ​ໃຫ້​ເຫັນ​ວ່າກຳລັງ​ອາວຸດ​ຫຼືກຸ່ມ​ການ​ເມືອງ​​ໃດໜຶ່ງລ້ວນ​ແຕ່​ບໍ່​ສາມາດ​ຮັບປະກັນ​ໃຫ້​ມີ​ສັນຕິພາບ​ຖາວອນ.

ຄວາມ​ປອດ​ໄພ​ດ້ານ​ການ​ຮ່ວມ​ມື​ຕ້ອງການ​ໃຫ້​ປະ​ເທດ​ໃນ​ພາກ​ພື້ນ​ນີ້​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັນ.​ໃນ20ປີຜ່ານມາ,ປະ​ເທດ​ອາຊີ​ອີງ​ໃສ່​ຄວາມ​ພະຍາຍາມ​ຂອງ​ຕົນ​ໃນການແກ້​ໄຂ​ຄວາມ​ຂັດ​ແຍ່ງ​ຢ່າງ​ຫຼວງ​ຫຼາຍ.ປະ​ເທດ​ອາຊີ​ຄວນ​ສືບ​ຕໍ່​ສ້າງ​ເງື່ອ​​ນໄຂ,​ແກ້​ໄຂ​ບັນຫາ​ດ້ວຍ​ວິທີ​ຂອງ​ຕົນ.

ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ມີ​ຜົນ​ສະທ້ອນ​ອັນ​ສຳຄັນ​ຕໍ່​ຄວາມ​ປອດ​ໄພ​ຂອງ​ອາຊີ​ຕາ​ເວັນ​ອອກ.ຈີນ​ແລະ​ອາ​ເມ​ລິ​ກາ​ຄວນ​ສົນທະນາ​ກັນ​ແລະ​ຮ່ວມ​ມື​ກັນ​ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ,​ບໍ່​ຄວນສ້າງ​ຄວາມ​ຫຍຸ້ງຍາກ​​ໃຫ້ແກ່​ກັນ,​ເຮັດ​ແນວ​ນີ້​,ປະ​ເທດ​ໃນ​ພາກ​ພື້ນ​ນີ້​ຈິ່ງ​ຈະ​ບໍ່​ຮູ້ສຶກ​ຍາກ​ໃຈ.

ເກາະ​ຫວງ​ຢຽນ​ແມ່ນ​ດິນ​ແດນ​ຂອງ​ຈີນ,ຜ່ານ​ມາ​ບໍ່​ເຄີຍ​ມີ​ຄວາມ​ຂັດ​ແຍ່ງ​ຫຍັງ​ເລີຍ.​ໃນ​ສະຕະວັດ​ທີ21​ຊູ່​ມື້​ນີ້,ການຕັ້ງ​ຊື່​ໃໝ່​​ໃຫ້ດິນ​ແດນ​ຂອງ​ປະ​ເທດ​ອື່ນ​ຫຼື​ມີ​ເຈດ​ຕະນາ​ຍື່ນ​ບັນຫາ​ນີ້​ໃຫ້​ສານ​ສາກົນ​ຕັດສິນ​ນັ້ນ​ແມ່ນ​ບໍ່​ມີ​ເຫດຜົນ​ເລີຍ.ຖ້າວ່າ​ປ່ອຍປະ​​ໃຫ້​ດຳ​ເນີນ​ການ​ແບບ​ນີ້​ຕໍ່​ໄປ,ກໍ່​ມີ​ແຕ່​ຈະ​ສ້າງ​ຄວາມ​ວຸ້ນວາຍ​ສັບສົນເທົ່າ​ນັ້ນ.

ຈີນ​ຖື​ປະ​ເທດ​ອາ​ຊຽນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ,ພວກ​​ເຮົາສາມາດ​ບັນລຸ​ສັນຕິພາບ​ແລະ​ຄວາມຈະ​ເລີ​ນຮຸ່ງ​ເຮືອງ​ຖາວອນ​ຢູ່​ບົນ​ພື້ນຖານ​ທີ່​ຮ່ວມ​ມື​ກັນ,ນີ້​ແມ່ນ​ຄວາມ​ປາຖະໜາ​ຮ່ວມ​ຂອງ​ຈີນ,ອາ​ຊຽນ​ແລະ​ປະ​ເທດ​ອາຊີ.