ປະທານາທິບໍດີ​ມຽນມາ​ຍົກ​ເລີ​ກ​ການ​ໄປ​ຢ້ຽມຢາມ​ໄທ

(GMT+08:00) 2012-06-05 15:27:07     cri
ໜັງສືພິມ​ເຢິນມິນ​ຢື້​ປ້າວ​ຫຼື​ປະຊາຊົນ​ລາຍ​ວັນຂອງ​ຈີນ​ລາຍ​ງານ​ວ່າ: ສຳນັກງານ​ນາຍົກລັດຖະມົນຕີ​ໄທ​ປະກາດ​ໃນ​ວັນ​ທີ1​ມິຖຸນາ​ນີ້​ວ່າ​ໄດ້​ຮັບແຈ້ງ​ຈາກ​ລັດຖະບານມຽນມາກ່ຽວ​ກັບທ່ານ​​ເທັນ​ເຊັນ ປະທານາທິບໍດີ​ມຽນມາ​ໄດ້​ຍົກ​ເລີກ​ແຜນການ​ຢ້ຽມຢາມ​ໄທ​ຢ່າງ​ເປັນ​ທາງ​ການ​ທີ່​ກ່ອນ​ໜ້າ​ນີ້​ກຳນົດ​ວ່າ​ຈະ​ຢ້ຽມຢາມ​ໄທແຕ່​ວັນ​ທີ4​ຫາ​ວັ​ນທີ5​ມິຖຸນາ​ນີ້.

ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປ​ະ​ເທດ​ໄທ​ກ່າວ​ວ່າ:ນີ້​ແມ່ນ​ເທື່ອ​ທີ​ສອງ​ແລ້ວ​ທີ່​ທ່ານ​ເທັນ​ເຊັນ​ຍົກ​ເລີກ​ການ​ໄປ​ຢ້ຽມຢາມ​ໄທ.ກ່ອນ​ໜ້າ​ນີ້,​ລັດ​ຖະ​ບານ​ໄທ​ໄດ້​ເຊື້ອ​ເຊີນ​ທ່ານ​ເທັນ​ເຊັນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ອາຊີ​ຕາ​ເວັນ​ອອກ​ຂອງ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກມາ​ກ່ອນ,​ແຕ່​ຕໍ່​ມາ,ຝ່າຍ​ຈັດ​ກອງ​ປະຊຸມເວທີ​ປຶກສາ​ຫາລື​ໄດ້​ເຊື້ອ​ເຊີນ​ທ່າ​ນນາງ​ອ໋ອງຊ່ານ​ຊູ​ຈີ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ແລະ​ກ່າວ​ປາ​ໄສ​​ໃນ​ກອງ​ປະຊຸມ.ດ້ວຍ​ເຫດ​ນີ້,ທ່ານ​ເທັນ​ເຊັນ​ຈິ່ງ​ຍົກ​ເລີກ​ການ​ເດີນທາງ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້,​ແຕ່​ທ່ານ​ກ່າວ​ວ່າ​ຈະ​ໄປ​ຢ້ຽມຢາມ​ໄທ​ໃນ​ວັນ​ທີ4​ຫາ​ວັນ​ທີ5​ມິຖຸນາ​ນີ້.

ນັກວິຊາການ​ໄທ​ເຫັນ​ວ່າ,ປະທານາທິບໍດີ​ມຽນມາ​ຍົກ​ເລີກ​ການ​ໄປ​ຢ້ຽມຢາມ​ໄທ​ອີກ​ເທື່ອ​ນີ້,ອາດ​ແມ່ນຍ້ອ​ນວ່າ​ທ່ານ​ນາງ​ອ໋ອງຊ່ານ​ຊູ​ຈີ້​ໄດ້​ຮັບ​ຄວາມສົນ​ໃຈ​ຢ່າງ​ກວ້າງຂວາງ​ຈາກ​ສື່​ມວນ​ຊົນ​ໃນ​ເວລາ​ນາງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ອາຊີ​ຕາ​ເວັນ​ອອກ​ຂອງ​ເວທີ​ປຶກສາ​ຫາລື​ເສດຖະ​ກິດ​ໂລກ​ຢູ່​ໄທ,​ແລະ​ນາງ​​ໄດ້​ກ່າວ​ຖ້ອຍ​ຄວາມ​ທີ່​ບໍ່​ມີ​ຜົນ​ດີຕໍ່​ລັດຖະບານ​ມຽນມາ,ການ​ກະທຳ​ແລະ​ຖ້ອຍ​ຄວາມ​ຕ່າງໆ​ຂອງ​ນາງ​ເຮັ​ດ​ໃຫ້​ລັດຖະບານ​ມຽນມາ​ຮູ້ສຶກ​ບໍ່ພໍ​ໃຈ.

ສື່​ຕ່າງໆ​ຂອງ​ໄທ​ເຊັ່ນໜັງສືພິມມະຕິ​ຊົນ,ໜັງສືພິມ​ໄທ​ຣັດວິ​ເຄາະ​ວ່າ:ທ່ານ​ນາງ​ອ໋ອງຊ່ານ​ຊູ​ຈີ້​ໄປ​ຢ້ຽມຢາມ​ໄທ​ແມ່ນ​ໄດ້ພິຈາລະນາ​ຢ່າງ​ຮອບ​ຄອບ​ແລ້ວ,ໜຶ່ງ​ແມ່ນ​ທ່ານ​ນາງອ໋ອງຊ່ານ​ຊູ​ຈີ້​ເລືອກ​ປະ​ເທດ​ໄທ​ທີ່​ມີ​ພາບ​ພົດ​ເປັນກາງ​ນັ້ນ​ເປັນ​ເວທີ​​ແຫ່ງ​ການ​ໄປມາຫາ​ສູ່​ກັນ,ຈະ​ບໍ່​ພາ​ໃຫ້​ພັກ​ການ​ເມືອງ​ໃດ​ໜຶ່ງ​ມີ​ຄວາມ​ຮູ້ສຶກທີ່ບໍ່​ດີ,​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ​ກໍ່​ໄດ້​ສ້າງ​ໂອກາດ​ໃຫ້​ນາງ​ພົບ​ປະ​ກັບ​ຜູ່​ນຳ​ໃນວົງ​ການ​ການ​ເມືອງ​ແລະວົງ​ການ​ເສດຖະກິດ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ.ສອງ,​ມີ​ກຳມະກອນ​ຜູ່​ໃຊ້ແຮງ​ງານ​ຄົນ​ມຽນມາ​ເກືອບ3​ລ້ານ​ຄົນ​ທີ່​ເຮັດ​ວຽກ​ຢູ່​ໄທ,​​ແຕ່​ລະ​ປີ,​ກຳມະກອນເຫຼົ່າ​ນີ້ສົ່ງ​ຄາ​ແຮງ​ງານ​ກັບ​ເມື່ອ​ມຽນມາ​​ໄດ້​ກວມ​ລວມຍອດ​ຜະລິດ​ຕະ​ພັນ​ພາຍ​ໃນຫຼືGDP7%ຫາ8%.​ກຳມະກອນ​ຜູ່​ໃຊ້​ແຮງ​ງານ​ເຫຼົ່ານີ້​ມີ​ຄວາມ​ສຳຄັນ​ຕໍ່​ອະ​ນາ​ຄົດ​ດ້ານ​ການ​ເມືອງ​ຂອງ​ນາງ​ອ໋ອງຊ່ານ​ຊູ​ຈີ້.

ໃນ​ງານ​ຖະ​​ແຫຼ​ງຂ່າວ,ນາງ​ອ໋ອງຊ່ານ​ຊູ​ຈີ​ໄດ້​ກ່າວ​ອີກ​ເທື່ອ​ໜຶ່ງ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ປະຕິ​ຮູບ​ດ້ານການ​ເມືອງ​ຂອງ​ມຽນມາ,ຄວາມ​ປອງ​ດອງ​ຊາດ​ແລະ​ການ​ພັດ​ທະ​ນາ​ເສດຖະກິດ,​ແຕ່​ນາງ​ປະຕິ​ເສດ​ໃຫ້​ທັດສະນະ​ກ່ຽວ​ທ່ານ​ເທັນ​ເຊັນ ປະທານາທິບໍດີ​ມຽນມາ​ຍົກ​ເລີກ​ແຜນການ​ໄປ​ຢ້ຽມ​ຢາມ​ໄທ​ແຕ່​ວັນ​ທີ4​ຫາ​ວັນ​ທີ5​ມິຖຸນາ​ນີ້.