ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ໃນ​ເຂດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຫຼວງ​ຫຼາຍ

(GMT+08:00) 2012-06-13 15:05:27     cri
ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ:ປີ​ນີ້,ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ໃນ​ເຂດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ຫຼືGMS​ໄດ້​ຄົບຮອບ20​ປີ.​ໃນສັບປະດາ​ກິດຈະກຳ​ທາງ​ຜ່ານ​ເສດ​ຖະ​ກິດ​GMS​ຄັ້ງ​ທີ​4​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ໝິງ​​ແຂວງ​ຢຸນນານ​ຂອງຈີນ​ໃນ​ອາທິດ​ຜ່ານ​ມາ,​ເຈົ້າ​ໜ້າ​ທີ່​ແລະ​ບຸກຄົນ​ວົງ​ການ​ອຸດສາຫະກຳ​ການ​ຄ້າ​ຂອງ​ປະ​ເທດ​ຕ່າງໆ​​ເຫັນ​ເປັນ​ເອກ​ກະສັນກັນ​ວ່າ,ການ​ຮ່ວມ​ມື​ໃນGMS​​ໃນ20​ປີຜ່ານມາ​ໄດ້​ຮັບຜົນສຳ​ເລັດ​ຢ່າງ​ຫຼວງ​ຫຼາຍ,ຊຶ່ງ​ມີ​ບົດບາດ​ອັນ​ພົ້ນ​ເດັ່ນ​ໃນ​ການ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເຂົ້າກັນ​ທາງ​ດ້ານ​ພື້ນຖານ​ໂຄງລ່າງ,​ເລັ່ງລັດ​ການ​ພັດທະນາ​ເສດຖະກິດ​ແລະ​ເຊື່ອມ​ໂຍງ​ເຂົ້າກັນ​ທາງ​ດ້ານ​ເສດຖະກິດ​ແລະ​ປັບປຸງ​ຊີ​ວິດການ​ເປັນ​ຢູ່​ຂອງ​ປະຊາຊົນ​ຂອງ​ໃນ​ເຂດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງໃຫ້​ດີ​ຂຶ້ນ​​ແລະ​ອື່ນໆ.

ບຸກຄົນ​ທີ່​ກ່ຽວຂ້ອງ​ຂອງ​ໄທ​​ແນະນຳ​ວ່າ,ການ​ກໍ່ສ້າງ​​ແລວ​ທາງ​ເສດຖະກິດ GMS​​ໄດ້​ຮັບ​ຄວາມ​ຄືບໜ້າ​ຢ່າງຫຼວງ​ຫຼາຍ.​ແລວ​ທາງເສດຖະກິດ​ຕາ​ເວັນ​ອອກ​ຫາ​ຕາ​ເວັນ​ຕົກ​ຄື​​ແຕ່ດາ​ນັງ​ຂອງ​ຫວຽດນາມຜ່ານລາວ-​ໄທ​ໄປ​ຮອດ​ໂມນ​ເມັນ​ຂອງ​ມຽນມາ.​ແລວ​ທາງ​ເສດ​ຖະ​ກິດ​ເໜືອ-​ໃຕ້​ຄື​ແຕ່​ຄຸນ​ໝິງ​ຜ່ານ​ລາວ​ໄປ​ຮອດ​ບາງ​ກອກ​ຂອງ​ໄທ,​ແຕ່​ຄຸນ​ໝິງ​ຜ່ານ​ຮ່າ​ໂນ້ຍ​ໄປ​ຮອດ​ຮາຍ​ຟ໋ອງ​ຂອງ​ຫວຽດນາມ,​ແຕ່​ນະ​ຄອນ​ໜານ​ນິງ​ຫາ​ໂຮ່​ໂນ້ຍ​ຂອງ​ຫວຽດນາມ​ແລະ​ແລ້ວ​ທາງ​ເສດ​ຖະ​ກິດ​ພາກ​ໃຕ້​ທີ່​ລວມ​ທັງ​ບາງ​ກອກ​ຂອງ​ໄທ,​ກຳ​ປູ​ເຈຍ​ແລະ​ເຂດ​ພາກ​ໃຕ້​ຂອງ​ຫວຽດ​ນາມ​ຊຶ່ງ​ແລ້ວ​ທາງ​ເສດ​ຖະ​ກິດ​ເຫຼົ່າ​ນີ້​ໄດ້​​ສ້າງ​ສຳ​ເລັດ​ແລ້ວ.​ເສັ້ນ​ທາງ​ບາງ​ຕອນ​ພວມ​ສ້ອມ​ແປງ​ຍົກ​ລະ​ດັບ,​ການ​ຄ້າ​ແລະ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ໄດ້​ຮັບ​ການ​ພັດ​ທະ​ນາ.

ທ່ານ​ສູ​ໜິງໜິງ ​ປະທານ​ສະພາ​ມົນຕີ​ກາ​ນຄ້າGMS​​ເຫັນ​ວ່າ,ນອກຈາກ​ພື້ນຖານ​ໂຄງ​ລ່າງ​ແລ້ວ,ການ​ເຊື່ອມ​ໂຍງ​ເຂົ້າກັນ​ໃນ​ຂົງ​ເຂດ​ຕ່າງໆ​ຂອງ​ປະ​ເທດ GMS​​ເຊັ່ນ​ການ​ສ້າງລະບຽບ,ອຸດສາຫະກຳ​ແລະ​ວັດທະນະທຳ​ສັງຄົມ​ກໍ່​ໄດ້​ມີ​ການ​ພັດທະນາ​ດີ​ຂຶ້ນ​ຕື່ມ​ອີກ.

ທ່ານ​ສົມ​ດີ​ບຸນ​ຄຸ້ມ ​ເອກ​ອັກຄະ​ລັດ​ຖະທູດ​ລາວ​ປະຈຳ​ຈີນ​ກ່າວ​ວ່າ,ທ່ານ​ດຳ​ລົງ​ຕຳ​ແໜ່​ງ​ເອກ​ອັກຄະ​ລັດຖະທູດປະຈຳ​ຈີນ​​​ໃນ​ໄລຍະ2​ປີມານີ້​ໄດ້​ເປັນ​ສັກຂີ​ພິຍານ​ແຫ່ງ​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງໃນ​ການ​ຮ່ວມ​ມື​ພາຍ​ໃຕ້​ຂອບ GMS​.ຂົງ​ເຂດ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ໄດ້​ຂະຫຍາຍ​ກວ້າງ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ,ຊຶ່ງ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາ​ໃຫ້​ແກ່​ປະຊາຊົນ​ລາວ.

ຕາມ​ບົດ​ລາຍ​ງ​ານ​ແຫ່ງ​ຊາດ​ຈີນ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ດ້ານ​ເສດຖະກິດຂອງGMS​​ທີ່​ເປີດ​ເຜີຍ​ໃນ​ທ້າຍ​ປີກາຍ​ນີ້,ນັບ​ມາ​ຮອດ​ທ້າຍ​ປີ2010ຜ່ານມາ, GMS​​ໄດ້​ປະຕິບັດ​ໂຄງການ​ຮ່ວມ​ມື227​ໂຄງການ,ລົງທຶນ​ລວມທັງ​ໝົດ​ປະມານ14​ຕື້​​ໂດ​ລາ,ການ​ຮ່ວມ​ມື​ຂອງ GMS​​ໄດ້​ກາຍ​ເປັນ​ແບບຢ່າງ​ອັນ​ໜຶ່ງ​ທີ່​ໄດ້​ຮັບ​ຜົນ​ສຳ​ເລັດ​ຫຼາຍ​ທີ່​ສຸດ​ໃນ​ດ້ານ​ການ​ຫັນປ່ຽນ​ຮູບ​ການ​ພັດທະນາ​​ແລະ​ເຊື່ອມ​ໂຍງ​ເຂົ້າກັນ​ທາງ​ເສດຖະກິດ​ຂອງ​ປະ​ເທດ​ທີ່ພວມ​ພັດທະນາ.