ຜູ່ຊ່ຽວຊານ​ເຫັນ​ວ່າ​ຈີນ​ແມ່ນ​ຜູ່​ມີ​ສ່ວນ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ

(GMT+08:00) 2012-07-05 15:55:12     cri
ປີ​ນີ້​ແມ່ນ​ກົນ​ໄກ​ຮ່ວມມື​ທາງ​ດ້ານ​ເສດຖະກິດ​ອະນຸ​ພາກ​ພື້ນ​ແມ່ນ້ຳ​ຂອງ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ20​ປີ,ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ຮ່ວມ​ມື​ແລະ​ການ​ພັດທະນາ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງປີ2012​ໄດ້ທຳ​ການ​ເຜີຍ​ແຜ່​ ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ4​ກໍລະກົດ​ນີ້,ຜູ່ຊ່ຽວຊານ​ທີ່​ຄົ້ນຄວ້າ​ບັນຫາ​ກ່ຽວ​ກັບ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເຫັນ​ວ່າ,ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ແມ່ນ​ອະນຸ​ພາກ​ພື້ນທຳ​ອິດທີ່​ຈີນດຳ​ເນີນ​ການ​ຮ່ວມ​ມື​ກັບປະ​ເທດ​ອ້ອມ​ຂ້າງ​ແລະ​ເຂດ​ແຄວ້ນ​ໂດຍ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ພົ້ນ​ເດັ່ນ​ກວ່າ​ໝູ່.​ໃນ20​ປີຜ່ານມາ,ຈີນ​ແມ່ນ​ຜູ່​ມີ​ສ່ວນ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ກາ​ນຊຸກ​ຍູ້​ການຮ່ວມ​ມື​ໃນ​ອະນຸ​ພາກ​ພື້ນມາ​ໂດ​ຍຕະຫຼອດ.

ທ່ານ​ຢາງ​ປາວ​ຈຸ່ນ ຊ່ຽວຊານ​ທີ່​ຄົ້ນຄວ້າ​ບັນຫາ​ກ່ຽວ​ກັບ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ,ຮອງ​ຫົວໜ້າ​ສູນ​ຄົ້ນຄວ້າ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ມະຫາວິທະຍາ​ໄລ​ປັກ​ກິ່ງ​ເຄີຍ​ໄປ​ສຳ​ຫຼວດຄົ້ນຄວ້າ​ຢູ່​ເຂດ​ລ້ອງ​ແມ່​ນ້ຳຂອງ​ຫຼາຍ​ເທື່ອ,ທ່ານ​ເຫັນ​ວ່າ,ການ​ຮ່ວມ​ມື​ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ດີ.

"​​ໂດຍ​ຢູ່​ພາຍ​ໃຕ້​ການທຳ​ຄວາມພະຍາຍາມ​ຮ່ວມ​ຂອງ​ຈີນ​ແລະ​ປະ​ເທດ​ທີ່​ກ່ຽວຂ້ອງໃນ​ຫຼາຍ​ປີຜ່ານມາ,​ໂຄງການ​ການ​ຮ່ວມ​ມື​ໃນ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ​ໄດ້​ຮັບ​ຜົນສຳ​ເລັດ​ຈຳນວນ​ໜຶ່ງ​ໂດຍສ​ະ​ເພາະ​ໃນ​ດ້ານ​ການ​ພັດທະນາ​ແມ່​ນ້ຳຂອງ​ໄດ້​ຮັບ​ຜົນ​ສຳ​ເລັດ​ຕົວ​ຈິງ​ບໍ່​ໜ້ອຍ​ຊຶ່ງ​ລວມທັງ​ການ​ປັບປຸງ​ທາງ​ເດີນ​ເຮືອ,​ການ​ເພີ່ມຄວາມ​ສາມາດ​ໃນ​ການ​ຂົນ​ສົ່ງ​ທາງ​ນ້ຳ,ການ​ແລກປ່ຽນ​ດ້ານ​ເສດຖະກິດ​ແລະ​ວັດທະນະທຳ​ແລະ​ອື່ນໆ.ກົນ​ໄກ​ຮ່ວມ​ມື​ອັນ​ນີ້​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງຄວາມ​ພະຍາຍາມ​ຂອງ​ຈີນ​ໃນ​ການ​ພິຈາລະນາ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບປະ​ເທດ​ອ້ອມ​ຂ້າງ,ຈີນ​ໄດ້​ປະກອບ​ສ່ວນ​ຢ່າງ​ຫຼວງຫຼາຍ,​ເງິນ​ທຶນ​ຈຳ​ນວນ​ຫຼວງ​ຫຼາຍ​ລ້ວນ​ແຕ່​ແມ່ນ​ຈີນ​ເປັນ​ຜູ່​ລົງທຶ​ນ,​ແຕ່​ວ່າ​ຈີນ​ບໍ່​ໄດ້​ສະ​ແຫວ​ງຫາ​ຖານະ​ເປັນ​ຜູ່​ນຳພາ​ໃນ​ກົນ​ໄກ​ນີ້."

ບົດ​ລາຍ​ງານ​ທີ່​ປະກາ​ດ​ໃນ​ວັນ​ທີ4​ກໍລະກົດ​ນີ້​ຂຽນ​ວ່າ:ຈີນ​ແມ່ນ​ຜູ່​ມີ​ສ່ວນ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ອະ​ນຸພາກ​ພື້ນ​ແມ່​ນ້ຳ​ຂອງ​ມາ​ໂດຍ​ຕະ​ຫຼອດ.ຈີນ​ຕັ້ງໜ້າ​ຊຸກ​ຍູ້​ແລະ​ໃຫ້​ທຶນ​ຊ່ວຍ​ເຫຼືອ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງລ່າງ​ຕ່າງໆ​ເຊັ່ນ​ແລວ​ທາງ​ເສດ​ຖະ​ກິດ​ເໜືອ​ໃຕ້​ຊຶ່ງ​ລວມທັງ​ອະນຸ​ແລວ​ທາງ​ຄຸນ​ມິ​ງ-ບາງກອກ,​ແລວ​ທາງ​ຄຸນ​ມິ​ງ-​ຮ່າ​ໂນ້ຍ​ແລະ​ອະນຸ​ແລວ​ທາງ​ໜານ​ນິງ-​ຮ່າ​ໂນ້ຍ,​ແລະ​ຈີນ​ກໍ່​​ໃຫ້​ຄວາມ​ສຳຄັນ​ຫຼາຍ​ໃນ​ການ​ພັດ​ທະ​ນາ​ຊັບພະຍາກອນ​ມະນຸດ​ຂອງ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ,ຂະໜາດ​ການ​ຄ້າ​ແລະ​ການ​ລົງທຶນ​ລະຫວ່າງ​ຈີນ​ກັບ​5ປະ​ເທດ​ໃນ​ອະນຸ​ພາກ​ພື້ນ​ກໍ່​ນັບ​ມື້​ນັບ​ເພີ່ມ​ຫຼາຍ​ຂຶ້ນ,ກາຍ​ເປັນ​ແຫຼ່ງທຶນ​ແລະ​ຄູ່​ຮ່ວມ​ມື​ການ​ຄ້າ​ທີ່​ສຳຄັນ​ຂອງ5​ປະ​ເທດ​ນີ້.ປີ2011ຜ່ານ​ມາ,ຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ5ປະ​ເທດ​ໃນ​ອະນຸ​ພາກ​ພື້ນ​ໄດ້​ຫຼາຍ​ກວ່າ100​ຕື້​ໂດ​ລາ.

ທ່ານ​ຢາງ​ປາວ​ຈຸ່ນ ຮອງ​ຫົວໜ້າ​ສູນ​ຄົ້ນຄວ້າ​ອາຊີ​ຕາ​ເວັນອອກສຽ​ງ​ໃຕ້​ຂອງ​ມະຫາວິທະຍາ​ໄລ​ປັກ​ກິ່ງກ່າວ​ວ່າ:ຖ້າ​ຢາກ​ຍາດ​ໄດ້ຜົນ​ສຳ​ເລັດ​ທີ່​ຫຼາຍ​ກວ່າ​ເກົ່າ​ນັ້ນ​ຍັງ​ຕ້ອງການ​ໃຫ້​ຝ່າຍ​ຕ່າງໆ​ພະຍາຍາມ​ຮ່ວມ​ກັນ​ໃຫ້​ແໜ້ນ​ແຟ້ນກວ່າ​ເກົ່າ.

"ການ​ຮ່ວມ​ມື​ໃນ​ອະນຸ​ພາກ​ພື້ນ​ສາມາດ​ໄດ້​ຮັບ​ຜົນສຳ​ເລັດ​ຫຼາຍ​ກວ່າ​ເກົ່າ,​ແຕ່​ວ່າ​ຍ້ອນ​ໄດ້​ຮັບ​ຜົນ​ກະທົບ​ຈາກປັດ​ໄຈ​ຕ່າງໆຫຼາຍ​ຢ່າງ,ຈິ່ງ​ຕ້ອງ​ການ​ໃຫ້​ຝ່າຍ​ຕ່າງໆ​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັນ,​ເຮັດ​ໃຫ້​ກົນ​ໄກ​ຮ່ວມ​ມື​ຕາມ​ລຳ​ແມ່​ນ້ຳຂອງ​ທີ່​ເປັນ​ລຳ​ແມ່​ນ້ຳຄຳ​ໄດ້​ຮັບ​ຜົ​ນສຳ​ເລັດ​ຫຼາຍ​ກວ່າ​ເກົ່າ.ຫຼາຍ​ປະ​ເທດ​ທີ່​ຢູ່​ນອກ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ໄດ້​ພິຈາລະນາ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ເຂົາ​ເຈົ້​າ​ເອງ​ຈິ່ງ​ມີ​ການ​ຕີ​ລາຄາ​ບາງ​ຢ່າງທີ່​ບໍ່​ຖືກ​ຕາມ​ມູນ​ຄວາມ​ຈິງຕໍ່​ຈີນ.ຈີນ​ຄວນ​ມີ​ຈິດ​ໃຈ​ສະຫງົບ​ທຸ່ນ​ທ່ຽງ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ແລກປ່ຽນ​ກັນ​ກັບປະ​ເທດ​ທີ່​ຢູ່​ພາຍ​ໃນ​ແ​ລະ​ນອກ​ອະນຸ​ພາກ​ພື້ນ,​ເຮັດ​ໃຫ້​ປະ​ເທດ​ເຫຼົ່າ​ນີ້​ມີ​ຄວາມ​ຮັບຮູ້​ວ່າ​ຮ່ວມ​ມື​ກັບ​ຈີນ​ໃນ​ການ​ພັດທະນາ​ແມ່​ນ້ຳຂອງ,ບໍ່​ວ່າ​ໃນ​ດ້ານ​ເສດຖະກິດ​ແລະ​ດ້ານ​ຍຸດ​ທະ​ສາດ​ແລ້ວ​ລ້ວນ​ແຕ່​ແມ່ນ​ມີ​ຜົນ​ດີ​ຕໍ່​ເຂົາ​ເຈົ້າ​ເອງ."