ໄຂ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນຄັ້ງ​ທີ45​ຢູ່ກຳ​ປູ​ເຈຍ

(GMT+08:00) 2012-07-09 18:09:42     cri
ຕາມCRIລາຍ​ງານ​ວ່າ:ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນຄັ້ງ​ທີ45​​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ພະນົມ​ເປັນ​ຂອງ​ກຳປູ​ເຈຍ​ແຕ່​ວັນ​ທີ9​ຫາ​ວັນ​ທີ13​ກໍລະກົດ​ນີ້,​ໂດຍ​ມີ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເ​ທດ​ຂອງ27​ປະ​ເທດແລະ​ຜູ່​ຕາງໜ້າ​ຈາກອົງການ​ຈັດ​ຕັ້ງ​ສາກົນ​ເຂົ້າ​ຮ່ວມ.ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນປີ​ນີ້​ມີ​ຫົວ​ຂໍ້​ວ່າ"ພາກ​ພື້ນ​ດຽວກັນ,​ຊາຕາກຳ​ດຽວ​ກັນ".

ໃນ​ໄລຍະ​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ນີ້:ລັດຖະມົນຕີ​ການ​ຕ່າງປ​ະ​ເທດ​ຂອງ​ປະ​ເທ​ດສະມາຊິກອາ​ຊຽນຈະລົງ​ນາມ​ໃນ ​ສົນທິສັນຍາ​ວ່າ​ດ້ວຍ​ເຂດ​ປອດ​ອາວຸດ​ນີ​ວ​ເຄຼຍຂອງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ອາ​ຊຽນກັບ​ຈີນ​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ສົນທິສັນຍາ​ວ່າ​ດ້ວຍ​ເຂດ​ປອດ​ອາວຸດ​ນີວ​ເຄຼຍຂອງ​ອາຊີ​ຕາ​ເວັນ​ອອກສຽງ​​ໃຕ້,ອັງກິດ​ແລະສະຫະພາບ​ເອີ​ຣົບ​ຕ່າງ​ຈະ​ລົງ​ນາມ​ໃນ​ເອກະສານ​ທີ່​ກ່ຽວຂ້ອງ​ກັບ​ສົນທິສັນຍາ​ມິດຕະພາບ​ແລ​ະການ​ຮ່ວມ​ມື​ໃນ​ອາຊີ​ອາ​ຄະ​ເນ.​ໃນ​ນັ້ນ,ສົນທິສັນຍາ​ວ່າ​ດ້ວຍ​ເຂດ​ປອດ​ອາວຸດ​ນີວ​ເຄຼຍອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ແມ່ນ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫຼາຍ​ທີ່​ສຸດ.​ ອີງ​ຕາມສົນທິສັນຍາ​ສະບັບ​ນີ້,ຈະ​ສ້າງ​ເຂດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໃຫ້​ເປັນ​​ເຂດ​ທີ່​ບໍ່​ມີ​ອາວຸດ​ນີວ​ເຄຼຍ,ພ້ອມ​ທັງ​ຈະ​ປະຕິບັດສົນທິ​ສັນຍາ​ວ່າ​ດ້ວຍ​ການ​ບໍ່​ແຜ່ຜາຍ​ອາວຸດນີວ​ເຄຼຍ​ໃຫ້​ດີກ​ວ່າ​ເກົ່າ.ສ່ວນ​ວາລະ​ປະຊຸມ​ກ່ຽວ​ກັບ​5​ປະ​ເທດ​ສະ​ມາ​ຊິກ​ຖາ​ວອນ​ຂອງ​ສະຫະ​ປະຊາ​ຊາດ​ຈະ​ລົງ​ນາມ​ໃນ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ເຂດ​ປອດ​ອາ​ວຸດ​ນີວ​ເຄຼຍອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໃນ​ວັນ​ທີ12​ກໍລະກົດ​ນີ້​ຈະ​ມີ​ການ​ປ່ຽນ​ແປງ.​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຄົນ​ໜຶ່ງ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ກຳປູ​ເຈຍ​ກ່າວ​ວ່າ,​ເນື່ອງ​ຈາກ​ວ່າ​ຝະຣັ່ງ,ຣັດ​ເຊຍ​,ອັງກິດ​ແລະ​ອາ​ເມ​ລິ​ກາ​ຍື່ນ​ເອກະສານ​ທີ່​ກ່ຽວຂ້ອງຊ້າ​ເກີນ​ໄປ,ຈົນ​ເຮັດ​ໃຫ້​ຄະນະ​ກຳມະການ​ເຂດ​ປອດ​ອາວຸດ​ນີວ​ເຄຼຍອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ບໍ່​ມີ​ເວລາ​ປະ​ເມີນ​ຜົນ,ສະ​ນັ້ນ​ຈິ່ງ​ຕົກລົງ​ໃຫ້4​ປະ​ເທດ​ນີ້​ເລື່ອນ​ເວລາ​ໃນ​ການ​ລົງ​ນາມ,​ແລະ​ຫວັງ​ວ່າ​ຈະ​ສາມາດ​ລົງ​ນາມ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນທີ່​ຈັດ​ຂຶ້ນ​ໃນ​ເດືອນ​ພະຈິກ​ປີ​ນີ້.

ໂດຍ​ໄດ້​ຮັບຄຳ​ເຊີນຈາກ​ທ່ານ​ຮໍ​ນາມ​ຮົງ ຮອງນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ແລະ​ການ​ຮ່ວມ​ມື​ສາກົນ​ກຳປູ​ເຈຍ​,ທ່ານ​ຢາງ​ເຈ​ສື ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຕ່າງໆ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ພະນົມ​ເປັນ.

ທ່ານ​ຫງວຽນຊຸນ​ຟຸກ ຮອງ​ນາຍົກລັດຖະມົນຕີຫວຽດນາມ​ກ່າວ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ໂທລະພາບNHKຂອງ​ຍີ່​ປຸ່ນ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ:​ໃນ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ເວທີ​ປຶກສາ​ຫາລື​ດ້ານການ​ເມືອງ​ແລະ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ​ອາ​ຊຽນ​ເທື່ອ​ນີ້​,ບັນຫາ​ທະ​ເລ​ຈີນ​ໃຕ້​ຈະ​ເປັນ​ບັນຫາ​ຈຸດ​ສຸມ.ຜູ່​ຊ່ຽວຊານ​ວິ​ເຄາະ​ວ່າ:ການ​ທີ່​ເຈລະຈາ​ແລະ​ປຶກສາ​ຫາລື​ບັນຫາ​ທະ​ເລ​ຈີນ​ໃຕ້​ໃນ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ​ແມ່ນ​ບໍ່​​ເໝາະ​ສົມ​ທີ່​ສຸດ.ລະຫວ່າງ​ອາ​ຊຽນກັບ​ຈີນ​ມີຫຼາຍ​ບັນຫາກ່ຽວ​ກັບ​ການ​ຮ່ວມ​ມື​ແລະ​ການພັດທະນາ​ຕ້ອງການ​ປຶກສາ​ຫາລືແກ້​ໄຂ​​,​ໂຈະ​ບັນຫາ​​ສຳຄັນ​ເຫຼົ່າ​ນີ້​ໄວ້​ເພື່ອ​ປຶກສາ​ຫາລື​ບັນຫາ​ທະ​ເລ​ຈີນ​ໃຕ້​ແມ່ນ​ບໍ່​ມີ​ຜົນ​ດີ​ຕໍ່​ຜົນ​ປະ​ໂຫຍ​ດລວມຂອງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ.ຕາມ​ສື່ຕ່າງໆ​ຂອງ​ກຳປູ​ເຈຍ​ທີ່​ເປັນ​ປະ​ເທດ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນລາຍ​ງານ​ວ່າ:​ບັນ​ຫາ​ສຳ​ຄັນ​ອັນ​ໜຶ່ງ​ທີ່​ຈະ​ປຶກ​ສາ​ຫາ​ລື​ໃນ​ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ​ການ​ເຮັດ​ໃຫ້​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ກາຍ​ເປັນ​​ເຂດ​ປອດ​ອາວຸດ​ນີວ​ເຄຼຍ.

ຊຸມ​ປີ​ມໍ່ໆ​ມານີ້,ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຫຼວງ​ຫຼາຍ,ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະ​ກິດ​ລະຫວ່າງ​ສອງ​ຝ່າຍ​ໄດ້​ເຂົ້າ​ສູ່​ລວງ​ເລິກ,​ຫຼາຍ​ປະ​ເທດ​ໃນ​ອາຊຽນ​ເຊິ່ງລວມທັງ​ຟີ​ລິບ​ປິນ​ແລະ​ຫວຽດນາມ​ລ້ວນ​ແຕ່​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ຂອງ​ຈີນ,ການ​ຮ່ວມ​ມື​ລະຫວ່າງ​ຈີນ​ແລະ​ອາ​ຊຽນ​ແມ່ນ​ບັນຫາ​ສຳຄັນ​ທີ່​ສຸດໃນ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ.ສ່ວນ​ບັນຫາ​ທະ​ເລ​ຈີນ​ໃຕ້​ພຽງ​ແຕ່​ແມ່ນ​ບັນ​ຫາ​ສອງ​ຝ່າຍ​ລະຫວ່າງ​ບາງ​ປະ​ເທດ​ສະມາຊິກ​ອາ​ຊຽນກັບ​ຈີນ​ເທົ່າ​ນັ້ນ,ການ​ກະທຳ​ຂອງ​ບາງ​ປະ​ເທດ​ໄດ້​ຝ່າ​ຝືນ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ອາ​ຊຽນ, ຈະ​ບໍ່​ໄດ້​ຮັບການ​ສະໜັບສະໜູນ​ຈາກ​ຫຼາຍ​ປະ​ເທດ.