ໄຂ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ-ຈີນ

(GMT+08:00) 2012-07-12 14:30:51     cri

ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ-ຈີນ​ຫຼື​10+1​ໄດ້​ຈັດ​ຂຶ້ນ​​ໃນ​ວັນ​ທີ11​ກໍລະກົດ​ນີ້​ຢູ່​ນະຄອນຫຼວງ​ພະນົມ​ເປັນ​ຂອງ​ກຳປູ​ເຈຍ,​ໂດຍ​ມີລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ10​ປະ​ເທດ​ສະມາຊິກ​ອາ​ຊຽນ,ທ່ານ​ຢາງ​ເຈ​ສື ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດຈີນ​ແລະ​ທ່ານ​ສຸຣິນ ພິດສຸວັນ ​ເລຂາທິການ​ໃຫຍ່​ອາ​ຊຽນ​ໄດ້​ເຂົ້າ​ຮ່ວມ​.ຝ່າຍ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ຜົນສຳ​ເລັດ​ທີ່​ຈີນ​ແລະ​ອາ​ຊຽນ​ໄດ້​ຮັບ​ນັບ​ຕັ້ງ​ແຕ່​ສອງ​ຝ່າຍ​ສ້າງສາ​ຍພົວພັນ​ຄູ່​ເຈລະຈາ​ໃນ20​ກວ່າ​ປີຜ່ານມາ,​ແລະ​ຍັງ​ໄດ້​ປຶກສາ​ຫາລື​ກັນ​ຢ່າງ​ກວ້າງຂວາງ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ຈີນກັບ​ອາ​ຊຽນ​ໃນ​ຂົງ​ເຂດ​ເສດຖະກິດ,ຄວາ​ມໝັ້ນຄົງ,ວັດທະນະທຳ​ແລະ​ການ​ສຶກສາ​ເຫຼົ່າ​ນີ້​ເປັນ​ຕົ້ນ.

ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະຊຸມ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ11​ກໍລະກົດ​ນີ້,ທ່ານ​ຢາງ​ເຈ​ສື ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ເນັ້ນ​ວ່າ,ພາຍ​ໃຕ້​ສະພາບ​ການ​ທີ່​ໄດ້​ຮັບ​ຜົນ​ສະທ້ອນຢ່າງ​ຫຼວງ​ຫຼາຍຈາກວິ​ກິດ​ການ​ການ​ເງິນ​ສາກົນ​ໃນ​ປະຈຸ​ບັນປະກົດ​ອອກ​ມາ​ຢ່າງ​ຕໍ່​ເນື່ອງ,ຈີນ​ແລະ​ອາ​ຊຽນມີ​ຜົນ​ປະ​ໂຫຍ​ດ​ແລະ​ຄວາມ​ຮັບຜິດຊອບ​ຮ່ວມ​ກັນ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ,​ເຮັດ​ໃຫ້​ການ​ພັດທະນາ​ຂອງ​ອາຊີ​ຮັກສາ​ທ່າ​ອ່ຽງການຂະຫຍາຍຕົວ​ທີ່​ດີ.ທ່ານ​ຢ່າງ​ເຈ​ສື​ກ່າວ​ວ່າ:

"ການ​ພັດທະນາ​ຂອງ​ຈີນ​ຕ້ອງການ​ສະພາບ​ແວດ​ລ້ອມ​ອ້ອມ​ຂ້າງ​ທີ່​ມີ​ສັນຕິພາບ,ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ,ພວກ​ຂ້າພະ​ເຈົ້າຢາກ​ເຫັນ​ອາ​ຊຽນທີ່​ມີ​ຄວາມ​ສາ​ມັກ​ຄີ,​ເຂັ້ມ​ແຂງ​ຈະ​ເລີ​ນຮຸ່ງ​ເຮືອງແລະ​ມີ​ຊີວິດ​ຊີວາ,​ເພາະວ່າ​ນີ້​ກໍ່​ມີ​ຜົນດີ​ຕໍ່​ຜົນ​ປະ​​ໂຫຍ​ດດ້ານ​ຍຸດ​ທະ​ສາດ​ຂອງ​ຈີນ​ເຊັ່ນ​ກັນ.ລັດຖະບານ​ຈີນ​ໃຫ້​ຄວາມ​ສຳຄັນ​ຫຼາຍ​ຕໍ່​ການ​ພົວພັນ​ກັບປະ​ເທດ​ອ້ອມ​ຂ້າງ​ເຊິ່ງລວມທັງ​ປະ​ເທດ​ໃນ​ອາ​ຊຽນ.ການປັບປຸງ​ການ​ພົວພັນ​ມິດຕະພາບ​ກັບ​ອາ​ຊຽນ​ໃຫ້​ໝັ້ນຄົງ,ລົງ​ເລິ​ກການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,ຊຸກ​ຍູ້ການ​ພັດທະນາ​ຮ່ວມ​ກັນ​ນັ້ນ​ແມ່ນ​ເປົ້າ​ໝາຍ​ອັນ​ສຳຄັນ​ຂອງ​ຈີນ​ໃນ​ການ​​ເສີມ​ຂະຫຍາຍ​ການ​ພົວພັນ​ກັບ​ອາ​ຊຽນ."

ຫວຽດນາມ​ແມ່ນ​ປະ​ເທດ​ປະທານ​ຮ່ວມ​ຂອງ​ກອງ​ປະຊຸມ​ລັດຖະມົນຕີ​ກາ​ນ ຕ່າງປະ​ເທດ​ອາ​ຊຽນ-ຈີນ​ໃນ​ຄັ້ງ​ນີ້.ທ່ານ​ຟາ​ມບິ່ງ​ມິ​ງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ​ກ່າວ​ວ່າ,​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້,ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນ​ກັບ​ຈີນ​ໄດ້​ຮັບ​ຜົນສຳ​ເລັດທີ່​ສຳຄັນ​ຢ່າງ​ຫຼວງ​ຫຼາຍ.ປີ2011,ກອງ​ປະຊຸມ​ສຸດ​ຍອດ​ຈີນ-ອາ​ຊຽນຄັ້ງ​ທີ14​ໄດ້​ຜ່ານ​ຮັບຮອງ​ແຜນການ​ດຳ​ເນີນ​ງານ​ໃໝ່​ສົກ2011​ຫາ2015​ກ່ຽວ​ກັບ​ການ​ປະຕິບັດ​ຖະ​ແຫຼ​ງການ​ຮ່ວມ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ຫັນ​ໜ້າ​ໄປ​ສູ່​ສັນຕິພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ລະຫວ່າງ​ຈີນ-ອາ​ຊຽນ.ຊຶ່ງ​ໄດ້​ລົ​ງ​ເລິກ​ການ​ພົວພັນ​ຄູ່​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ຈີນ​ກັບ​ອາ​ຊຽນ,​ແລະ​ມີ​ຄວາມ​ໝາຍ​ສຳຄັນ​ຫຼາຍ​ຕໍ່​ສັນຕິພາບ,ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເ​ລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ.

ຫຼັງ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຄັ້ງ​ນີ້​ສິ້ນ​ສຸດ​ລົງ​ແລ້ວ, ທ່ານ​ນາງ​ຟູ້​ອິງ ລັດຖະມົນ​ຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນວ່າ:​ໃນ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ-ຈີນ​ຄັ້ງນີ້,ມີ​ບາງ​ປະ​ເທດ​ສະມາຊິກ​ອາ​ຊຽນສະ​ເໜີ​ວ່າ​ຈະ​ສາ​ມາດ​ດຳ​ເນີນ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ຫຼັກການ​​ເຄື່ອນ​ໄຫວ​ຢູ່​ທະ​ເລ​ຈີນ​ໃຕ້​ຫຼື​ບໍ່?ທ່ານ​ນາງ​ຟູ້​ອິງ​ກ່າວ​ວ່າ,ຈີນ​ຍິນ​ດີ​ປຶກສາ​ຫາລື​ບັນຫາ​ນີ້​ໃນ​ເວ​ລາ​ທີ່​ມີ​ເງື່ອນ​ໄຂ​ພຽບ​ພ້ອມ,​ແຕ່​ວ່າ​ຈີນ​ກ່າວ​ເນັ້ນ​ວ່າ,ການ​ປຶກສາ​ຫາລື​ບັນຫາ​ທະ​ເລ​ຈີນ​ໃຕ້​ຕ້ອງ​ເຄົາລົບ​ປະ​ຕິ​ບັດ​ຕາມ​ຖະ​ແຫຼ​ງການ​ວ່າດ້ວຍ​ການ​ປະ​ຕິ​ບັດ​ງານ​ຂອ​ງຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຈີນ​ໃຕ້.ນາງ​ກ່າວ​ວ່າ:

"ບັນຫາ​ສຳຄັນ​ອັນ​ໜຶ່ງ​ທີ່ທ່ານລັດຖະມົນຕີ​ຢາງ​ເຈ​ສືກ່າ​ວ​ເນັ້ນ​ມາ​ກໍ່​ແມ່ນ​ຖະ​ແຫຼ​ງການວ່າ​ດ້ວຍ​ການປະຕິບັດ​ງານ​ຂອງຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຈີນ​ໃຕ້​ແມ່ນ​ຝ່າຍ​ຕ່າງໆ​ຮ່ວມ​ກັນລົງ​ນາມ​,ຝ່າຍ​ຕ່າງໆ​ຄວນ​ຮ່ວມ​ກັນ​ປະຕິບັດ​ແລະ​ຜັນ​ຂະຫຍາຍ​ນຳ​ກັນ.ຖ້າວ່າ​ມີ​ບາງ​ປະ​ເທດ​ບໍ່​ເຄົາລົບ​ຖະ​ແຫຼງ​ການ,​ກໍ່​ຈະບໍ່​ມີ​ຜົນ​ດີຕໍ່​ການ​ເພີ່ມ​ຄວາມ​ໄວ້​ເນື້ອ​ເ​ຊື່​ອ​ໃຈ​ກັນ,​ແລະ​ກໍ່​ບໍ່​ມີ​ຜົນ​ດີ​ຕໍ່​ການ​ກ້າວ​ໄປ​ຫາ​ການ​ປຶກສາ​ຫາລື​ຫຼັກການ​ປະຕິບັດ​ງານ​ຢູ່​ທະ​ເລ​ຈີນ​ໃຕ້."