"ສະໜອງ​ການ​ບໍລິການ​ໃນ​ການ​ລົງທຶນ​ໃຫ້​ແກ່​ວິ​ສາ​ຫະກິດຂອງ​ຈີນ​ແລະ​ອາ​ຊຽນ"--ສຳພາດ​ທ່ານມາ​ມີງ​ຊຽງ,ເລຂາທິການ​ໃຫຍ່ສູນ​ຈີນ-ອາ​ຊຽນ

(GMT+08:00) 2012-07-25 16:59:47     cri
ຕາມ​ຂ່າວ CRI:ກິດຈະກຳການ​ເດີນທາງ​ບັນ​ລະ​ຍາຍນະ​ໂຍບາຍ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນຢູ່​ແຫ່ງ​ຕ່າງໆຮອບ​ທີ 2 ທີ່​ມີ​ຫົວ​ຂໍ້​ວ່າ:"​ກ້າວເຂົ້າ​ສູ່​ອາ​ຊຽນ"--ຊຸດ​ສຳ​ມະ​ນາ​ທີ່​ມີ​ຫົວ​ຂໍ້​ສະ​ເພາະ​ກ່ຽວ​ກັບ​ແຂວງ​ຈ່ຽງຊູ່​ທີ່​ມີ​ຄວາມຊີວິດ​ຊີວາ​ແລະອິນ​ໂດ​ເນ​ເຊ​ຍທີ່​ມີ​ຫຼາກ​ຫຼາຍ​ສີສັນໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ເຈີ້ນ​ຈ່ຽງ​ແຂວງ​ຈ່ຽງຊູ່​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ.​ໃນ​ເວລາ​ທ່ານ​ມາ​ມີງຊຽງ,ເລຂາທິການ​ໃຫຍ່​ສູນ​ຈີນ-ອາ​ຊຽນທີ່​ເປັນ​ເຈົ້າພາບຈັດກິດຈະກຳ​​ຄັ້ງ​ນີ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ CRI,ທ່ານກ່າວວ່າ,ໃນຖານະທີ່​​ເປັນ​ອົງການ​ຈັດ​ຕັ້ງ​ສາກົນ​ລະ​ຫວ່າງ​ລັດຖະບານ​ພຽງໜຶ່ງ​ດຽວ​ທີ່​ສ້າງ​ຂຶ້ນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ,ສູນ​ຈີນ-ອາ​ຊຽນຈະ​ໃຫ້ການ​ບໍລິການແກ່​ວິ​ສາ​ຫະກິດ​ຂອງ​ຈີນ​ແລະ​ອາ​ຊຽນທີ່​ໄປລົງທຶນ​ເຊິ່ງກັນ​ແລະ​ກັນ.

ທ່ານ​ມາ​ມີ​ງຊຽງ​ກ່າວ​ວ່າ,ສູນ​ຈີນ-ອາ​ຊຽນສາມາດ​ເສີມ​ຂະຫຍາຍສອງ​ບົດບາດສຳຄັນ​ໃນ​ການ"ກ້າວ​ໄປ​ສູ່​ສາກົນ"ຂອງ​ວິ​ສາ​ຫະກິດ​ຈີນ,ທ່ານ​ກ່າວ​ວ່າ:

"ອັນ​ທີໜຶ່ງ​ແມ່ນ​ສະໜອງ​ຂໍ້​ມູນ​ຂ່າວສານ​ທີ່​ດີ,ວິ​​ໄຈ​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ຢູ່​ຕ່າງປະ​ເທດ​ໃຫ້​ແກ່​ວົງ​ການນັກ​ທຸລະ​ກິດ​ຂອງ​ຈີນ,ຊ່ວຍ​ໃຫ້ເຂົາ​ເຈົ້າ​​​ເຂົ້າ​ໃຈ​ນະ​ໂຍບາຍ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ;ອັນ​ທີສອງ​ແມ່ນ​ຈັດ​ກິດຈະກຳ​ຕ່າງໆ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ຕົວ​ຈິງ.ດ້ານ​ໜຶ່ງ​ແມ່ນ​ເຊື່ອມ​ຕໍ່​ຂະ​ແໜງ​ການ,​ເຮັດ​ໃຫ້​ນັກທຸລະກິດ​ຈີນ​ສາມາດ​ຊອກ​ພົບຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ໄດ້,ມີ​ກຳລັງ​ຕົວ​ຈິງ​ແລະ​ສົມ​ຄູ່​ກັນ​ໄດ້​ຢູ່​ຕ່າງປະ​ເທດ;ອີກ​ດ້ານ​ໜຶ່ງ,ສູນຈີນ-ອາ​ຊຽນສາມາດ​ສ້າງ​​ເວທີ​ໃນ​ການແລກປ່ຽນ​ລະຫວ່າງວົງ​ການນັກ​ທຸລະ​ກິດ​ກັບ​ລັດຖະບານ,​ໃນ​ການ'ກ້າວ​ໄປ​ສູ່​ສາກົນ'ຂອງ​ວິ​ສາ​ຫະກິດ​ຈີນ,ພວກ​ຂ້າພະ​ເຈົ້າ​ສາມາດ​ພົວພັນ​ໂດຍ​ກົງ​ກັບ​ລັດຖະບານ​ຂອງ​ປະ​ເທດ​ເປົ້າ​ໝາຍ,​​ເຮັດ​ແນວ​ນີ້​ຈະ​ສາມາດ​ຫຼຸດຄວາມ​ສ່ຽງ​​ໃນການ​ລົງທຶນ​ໃຫ້​ໜ້ອຍ​ທີ່​ສຸດ."

ທ່ານ​ມາ​ມີ​ງຊຽງ​ກ່າວ​ວ່າ,ສູນ​ຈີນ-ອາ​ຊຽນກໍ່​ຈະ​ໃຫ້ການ​ບໍລິການແກ່​ວິ​ສາ​ຫະກິດຂອງ​ປະ​ເທດ​ອາ​ຊຽນທີ່​ຫຼວງ​ຫຼາຍທີ່​ຢາກ​ມາ​ລົງທຶນ​ຢູ່​ຈີນ​ເຊັ່ນ​ດຽວ​ກັນ,ທ່ານ​ກ່າວ​ວ່າ:

"ສູນ​ຈີນ-ອາ​ຊຽນບໍ່​ພຽງ​ແຕ່​ໃຫ້ການ​ບໍລິການ​ແກ່​ວິ​ສາ​ຫະກິດ​ຈີນ​ແລະ​ປະຊາຊົນ​ຈີນ​ເທົ່າ​ນັ້ນ,ຍັງໃຫ້ການ​ບໍລິການແກ່​ວິ​ສາ​ຫະກິດ​ຂອງ​ປະ​ເທດ​ອາຊີ​ອາຄະ​ເນ​ແລະ​ປະຊາຊົນ​ອາຊີ​ອາຄະ​ເນ​ເຊັ່ນ​ດຽວ​ກັນ.ພວກ​ເຮົາມີ​ຊ່ອງ​ທາງ​ຄື​ແນວ​ນີ້:ກ່ອນ​ອື່ນ,ພວກ​​ເຮົາ​ມີ​ເວັບ​ໄຊ​ທາງ​ການ​ສະບັບ​ພາສາ​ອັງກິດ,​ເວັບ​ໄຊທີ່​​ໃຫ້​ການ​ບໍລິການອັນ​ນີ້ຈະ​ອັບ​ເດດ​ເລື້ອຍໆ,ສະ​ນັ້ນ,ຈະມີ​ຂໍ້​ມູນ​ຂ່າວສານ​ຢ່າງ​ຫຼວງຫຼາຍ​ແລະ​ຄົບ​ຖ້ວນ,ການ​ບໍລິການກໍ່​ຍິ່ງ​ດີຂຶ້ນ.​ໃນ​ອະນາຄົດ,ພວກ​ເຮົາ​ຍັງ​ອາດ​ຈະ​ສ້າງ​ເວັບ​ໄຊ​ດ້ວຍ​ທຸກ​ພາສາ​ໃນ​ອາຊີ​ອາຄະ​ເນ,​ເຮັດ​ໃຫ້​ປະຊາຊົນ​ອາຊີ​ອາຄະ​ເນ​ສາມາດ​ຮູ້​ກິດຈະກຳ​ຕ່າງໆ​ຂອງ​ສູນຈີນ-ອາ​ຊຽນດ້ວຍ​ພາສາ​ຂອງ​ປະ​ເທດ​ຕົນ,​ແລະ​ຕິດ​ຕໍ່​ພົວພັນ​ກັບ​ພວກ​ເຮົາໂດຍ​ຜ່ານ​ເວັບ​ໄຊ.ສຳຄັນ​ແມ່ນ​​ໃນ​ບາດ​ກ້າວ​ຕໍ່​ໄປ,ພວກ​ເຮົາ​ຈະ​ສ້າງສູນທີ່​ເປັນ​ຕົວ​ແທນຢູ່​ປະ​ເທດ​ອາຊີ​ອາຄະ​ເນ,ຂ້າພະ​ເຈົ້າ​ຫວັງ​ວ່າ,​ໃນ​ອະນາຄົດ,ຈະ​ສ້າງ​ສູນ​ທີ່​ເປັນ​ຕົວ​ແທນຢູ່​ທຸກ​ປະ​ເທດ​ຂອງ​ອາຊີ​ອາຄະ​ເນ,ນີ້​ຈະ​ມີ​ຜົນ​ດີ​ຕໍ່​ການ​ເຮັດ​ໃຫ້ການ​ບໍລິການ​ຂອງ​ພວກ​ເຮົາ​ໃກ້ຊິດ​ກັບ​ປະຊາຊົນ​ປະ​ເທດ​ເຫຼົ່າ​ນີ້​ຫຼາຍ​ກວ່າ​ເກົ່າ."