ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນມີຜົນ​ພາຍຫຼັງ​ໄດ້​ອັດ​ລົງແລ້ວ 2 ອາທິດ

(GMT+08:00) 2012-07-26 17:23:19     cri
ຕາມ​ຂ່າວ​ຈາກ​ໜັງສືພິມ《​ເຢີ​ນໝິນຢື້​ປ້າວ》:ພາຍຫຼັງ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນຄັ້ງ​ທີ 45 ​ທີ່​ຈັດ​ຂຶ້ນ​ຢູ່​ທີ່​ນະຄອນຫຼວງ​ພະນົມ​ເປັນ​ຂອງ​ກຳປູ​ເຈຍ​ໄດ້​ອັດ​ລົງ​​​ເປັນ​ເວລາ 12​ ມື້​ແລ້ວ,ຕອນ​​ເຊົ້າ​ວັນ​ທີ 25 ກໍລະກົດ​ນີ້,ກອງ​ເລຂາ​ອາ​ຊຽນ​ໄດ້​ຈັດ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ກ່ຽວ​ກັບ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຄັ້ງທີ 45 ຢູ່​ທີ່​ສຳນັກງານ​ໃຫຍ່​ກອງ​ເລຂາ​ອາ​ຊຽນທີ່​ຕັ້ງ​ຢູ່​ນະຄອນຫຼວງຈາ​ກາ​ຕາຂອງ​ອິນ​ໂດ​ເນ​​ເຊຍ.ນັກ​ຂ່າ​ວທີ່​ມາ​ຈາກ​ສື່​ຂອງ​ປະ​ເທດ​ຕ່າງໆ​ແລະ​ຜູ້​ແທນ​ບັນດາ​ປະ​​ເທດ​ປະຈຳ​ອາ​ຊຽນລວມ​ເກືອບ 200 ຄົນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້.

ໃນ​ເວລາ​ກ່າວ​ເຖິງ​ກອງ​ປະຊຸມ​ພະນົມ​​ເປັນ​ໃນ 12 ມື້ກ່ອນໜ້າ​ນີ້,ທ່ານ​ສຸລິນ ພິດ​ສຸວັນ,​ເລຂາທິການ​ໃຫຍ່​ອາ​ຊຽນກ່າວ​ວ່າ:"​ບັນຫາທີ່​ໄດ້​ຮັບຄວາມ​ສົນ​ໃຈຫຼາຍທີ່​ສຸດ​ຈາກ​ປະຊາ​ຄົມ​ໂລກ​ແມ່ນ​ບັນຫາ​ທະ​ເລ​ຈີນ​ໃຕ້".ທ່ານ​ກ່າວ​ວ່າ,ປີ​ນີ້​ແມ່ນປີ​ທີ່​ລົງ​ນາມ​ໃນ《ຖະ​ແຫຼ​ງການວ່າ​ດ້ວຍການ​ປະຕິບັດ​ງານ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຈີນ​ໃຕ້》ຄົບຮອບ 10 ປີ.​ໃນ​ເດືອນ​ກໍລະກົດ​ປີ​ກາຍ,ອາ​ຊຽນກັບ​ຈີນ​ໄດ້​ກຳນົດ​ທິດ​ທາງ​ດຳ​ເນີນ​ງານ​ໃນ​ການ​ປະຕິບັດຖະ​ແຫຼ​ງການ​ດັ່ງກ່າວ,​​ແລະ​ກ່າວ​ວ່າ,ອາ​ຊຽນພວມສຸມ​ທຸກ​ຄວາມ​ສາມາດ​​ເພື່ອ​ເຮັດ​ໃຫ້​ບັນດາ​ຝ່າຍມີ​ຄວາມ​ເຫັນເປັນ​ເອກະສັນ​ກັນກ່ຽວ​ກັບ​ເນື້ອ​ໃນ​ຂອງ​ລະບຽບ​ການ​ດຳ​ເນີນ​ງານ,ວຽກ​ງານ​ທີ່​ກ່ຽວຂ້ອງ​ໄດ້​ເລີ່​ມຕົ້ນ​​​ເປັນ​ຢ່າງ​ດີ.

ທ່ານ​ສຸລິນ ​ພິດ​ສຸວັນກ່າວ​ຕໍ່​ໄປ​ວ່າ,ຈີນ​ກັບ​ອາ​ຊຽນ​ໄດ້​ປຶກສາ​ຫາລື​ບໍ່​ເປັນ​ທາງ​ການ​ກ່ຽວ​ກັບ​ລະບຽບ​ການ​ທີ່​ມີ​​ເງື່ອນ​ໄຂ​ຜູກ​ມັດ​ສະບັບ​ນີ້​ຄວນຈະ​ລວມທັງ​ເນື້ອ​ໃນ​ແນວ​ໃດ​ແດ່.​ແຕ່​ວ່າ,​ເຫດການ​ທີ່​ເກີດ​ຂຶ້ນ​ຢູ່​ທະ​ເລ​ຈີນ​ໃຕ້​ໃນ​ຫວ່າງ​ມໍ່ໆ​ນີ້,ຄື​ເຫ​ດການ​ເກາະ​ຫວງ​ຢຽນລະຫວ່າງ​ຈີນ​ກັບ​ຟີ​ລິບ​ປິນ,ຄວາມ​ຂັດ​ແຍ່ງ​ດ້ານ​ການ​ສຳ​ຫຼວດນ້ຳມັນ​ເຊື້ອ​ໄຟ​ລະຫວ່າງ​ຈີນ​ກັບ​ຫວຽດນາມ​ແລະ​ອື່ນໆ,​ໄດ້ກີດຂວາງ​ອາ​ຊຽນບັນລຸ​ຖະ​ແຫຼ​ງການ​ຮ່ວມ​ໃນ​ກອງປະຊຸມ​ພະນົມ​ເປັນ,​ໂດຍ​ສະ​ເພາະ​ແມ່ນ​ເນື້ອ​ໃນບາງ​ຕອນ,ຝ່າຍ​ຕ່າງໆ​ມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ.ຫຼັງ​ກອງ​ປະຊຸມ,ທ່ານ​ມາຕີ ນາ​ຕາ​ເລ​ກາ​ວາ,ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ຟີ​ລິບ​ປິນ,ຫວຽດນາມ​ແລະ​ກຳ​ປູ​ເຈຍ​ຕາມ​ລຳດັບ,​ເລີ່ມດຳ​ເນີນການ​ໄກ່​ເກ່ຍ​ເພື່ອ​ແກ້​ໄຂ​ເຫດການ​ຕ່າງໆ​ທີ່​ເກີດ​ຂຶ້ນ,ຈົນ​ໃນ​ທີ່​ສຸດ,​ໄດ້​ອອກ​ຖະ​ແຫຼ​ງການ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ​ໃນ​ວັນ​ທີ 20 ກໍລະກົດ​ນີ້,​ໄດ້​ສະ​ເໜີ 6 ​ຫຼັກການຂອງ​ອາ​ຊຽນກ່ຽວ​ກັບບັນຫາ​ທະ​ເລ​ຈີນ​ໃຕ້.

ໜັງສືພິມ《ຈຽນ​ຮວາ​ຢື້​ປ້າວ》ຂອງ​ກຳປູ​ເຈຍ​ສະບັບວັນ​ທີ 21 ກໍລະກົດ​ນີ້ລາຍ​ງານ​ວ່າ,ວັນ​ທີ 20 ກໍລະ​ກົດ​ນີ້,ທ່ານຮໍ​ນາມ​ຮົງ,ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ກຳປູ​​ເຈຍ​ກ່າວ​ເນັ້ນ​ວ່າ,​ໃນ​ກອງ​ປະຊຸມ​ຂອງ​ອາ​ຊຽນ,ມີ​ແຕ່​ສອງ​ປະ​​ເທດ​ເທົ່າ​ນັ້ນ​ທີ່​ຍຶດໝັ້ນ​ຮຽກຮ້ອງ​ໃຫ້​ຂຽນ​​ເຫດການ​ເກາະ​ຫວງ​ຢຽນ​​ແລະ"ຄວາມ​ຂັດ​ແຍ່ງ​ດ້ານ​ເຂດ​ເສດຖະກິດ​ພິ​ເສດ"​ເຂົ້າ​ໃນ​ຖະ​ແຫຼງການ​ຮ່ວມ,ນີ້​ແມ່ນການ​ກະທຳ​ຂອງ​ບາງ​ປະ​ເທດ​ອາ​ຊຽນທີ່"ລັກ​ພາ​ຕົວ"ຖະ​ແຫຼ​ງການ​ຮ່ວມ​ເຊິ່ງບໍ່​ເຄີຍ​ມີ​​ມາ​ກ່ອນ​ໃນ​ຮອບ 45​ ປີ​ທີ່​ຜ່ານ​ມາ. ໜັງສືພິມ《​ເດິະ​ເນ​ເຊິ່ນ》ຂອງ​ໄທສະບັບ​ວັນ​ທີ 25 ກໍລະກົດ​ນີ້​ຍັງ​ໄດ້​ພິມ​ບົດ​ຄວາມ​ເຫັນ​ຂອງ​ເອກ​ອັກຄະຣາຊະ​ທູດ​ກຳປູ​ເຈຍ​ປະຈຳ​ໄທ​ໂດຍ​ຂຽນ​ວ່າ,ນອກຈາກ​ສອງ​ປະ​ເທດ​ທີ່​ມີ​ຄວາມ​ຂັດ​ແຍ່ງ​ກັບ​ຈີນ​ແລ້ວ,ຂໍ້​ສະ​ເໜີ​ຂອງ​ກຳປູ​ເຈຍ​ກ່ຽວ​ກັບການ​ທີ່ບໍ່​ກ່າວ​ເຖິງ​ຄວາມ​ຂັດ​ແຍ່ງ​ສອງ​ຝ່າຍ​ນັ້ນ​ໄດ້​ຮັບ​ຄວາມ​​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ລັດຖະມົນຕີ​ການ​ຕ່າງປະ​ເທດຂອງ​ປະ​ເທດ​ອາ​ຊຽນທັງ​ໝົດ.