ຈີນ​ໃຊ້​ມາດ​ຕະການ​ສຳຄັນ​​ເພື່ອເພີ່ມ​ທະວີການ​ພົວພັນ​ແບບ​ກົນ​ໄກ​ກັບ​ອາ​ຊຽນ

(GMT+08:00) 2012-08-06 16:57:33     cri
ທ່ານ​ນາງຢາງ​ຊິ້ວຜີ​ງ,​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ຊຽນ​ໄດ້​ເດີນທາງ​ໄປ​ດຳລົງ​ຕຳ​ແໜ່​ງຢູ່​ສຳນັກງານ​ໃຫຍ່​ອາ​ຊຽນທີ່​ຕັ້ງ​ຢູ່​ຈາ​ກາ​ຕາ​ແຫ່ງ​ອິນ​ໂດ​ເນ​ເຊຍ​ໃນທ້າຍ​ເດືອນ​ກໍລະກົດ​ແລ້ວ​ນີ້,​ແລະ​ໄດ້​ເປັນ​ເອກ​ອັກຄະ​ລັດຖະທູດ​ຜູ້​ທຳ​ອິດ​ຂອງ​ຈີນ​ປະຈຳ​ອາ​ຊຽນ.ນີ້​ແມ່ນ​ມາດ​ຕະການ​ອັນ​ສຳຄັນ​ຂອງ​ຈີນ​ໃນ​ການ​​ເພີ່ມ​ທະວີ​ການ​ພົວພັນ​ແບບ​ກົນ​ໄກ​ກັບ​ອາ​ຊຽນ,​ໄດ້​ສະ​ແດງ​​ໃຫ້​ເຫັນວ່າ,ຈີນ​​ໃຫ້​ຄວາມ​ສຳຄັນ​ຫຼາຍຕໍ່​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ.

ພາຍຫຼັງ​ທີ່ນາງ​ຢາງ​ຊິ້ວ​ຜີ​ງມາ​ປະຕິບັດ​ໜ້າ​ທີ່ຢູ່ຈາ​ກາ​ຕາ​ແລ້ວ,​ກໍ່ໄດ້​ເຂົ້າ​ພົບ​ປະ​ທ່ານ​ມາ​ນັດ​ສະຫວີ ສຣິ​ໂສດາ​ພອນ,ຜູ້ຕາງໜ້າ​ຂອງ​ໄທ​ທີ່​ຫາ​ກໍ່ຂຶ້ນ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະ​ເທດ​ປະສານ​ງານ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນປະຈຳ​ອາ​ຊຽນ,ທ່ານ​ກັນ ພາຣິດ,ຜູ້ຕາງໜ້າ​ຂອງ​ກຳປູ​​ເຈຍ,ປະ​ເທດ​ປະທານ​ໝູນວຽນ​ຂອງ​ອາ​ຊຽນ,ທັງ​ເປັນ​ປະທານ​ຄະນະ​ກຳມາ​ທິການ​ຜູ້ຕາງໜ້າ​ບັນດາ​ປະ​ເທ​ດປະຈຳ​ອາ​ຊຽນ,​ແລະ​ທ່ານ​ນູຣັດ ຊະວາ​ຈາ​ຢາ,ຜູ້ຕາງໜ້າ​ອິນ​ໂດ​ເນ​ເຊຍ​ປະຈຳ​ອາ​ຊຽນ.ນາງ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ປະຈຸ​ບັນ,​ແລະ​​ໄດ້​ສະ​ແດງ​ຄວາມຫວັງທີ່​ຢາກຈະ​ຮ່ວມ​ມື​ກັບ​ຜູ້ຕາງໜ້າຂອງ​ບັນດາ​ປະ​ເທດອາ​ຊຽນ​ປະຈຳ​ອາ​ຊຽນຢ່າງ​ໃກ້ຊິດ,​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.ນາງ​ຂອບ​ໃຈ​ນຳ​ໄທ​ແລະ​ກຳປູ​ເຈຍ​ທີ່​ໄດ້​ພະຍາຍາມ​ຊຸກຍູ້​ການ​ຂະຫຍາຍ​ການ​ພົວພັນ​ຈີນ-ອາ​ຊຽນມາ​ໂດຍຕະຫຼອດ;​ແລະຍັງ​ຂອບ​ໃຈ​ນຳ​ອິນ​ໂດ​ເນ​ເຊຍທີ່​ໄດ້ອຳນວຍ​ຄວາມ​ສະດວກທຸກ​ຢ່າງ​ແລະ​ໃຫ້ການ​ສະໜັບສະໜູນ​​ແກ່​ຈີນ​ໃນການ​ຕັ້ງຄະນະ​ທູດປະຈຳ​ອາ​ຊຽນຢູ່​ຈາ​ກາ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ.

ອາ​ຊຽນສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຈີນ​ທີ່​ໄດ້​​ແຕ່ງ​ຕັ້ງ​ເອກ​ອັກຄະ​ລັດຖະທູດປະຈຳ​ອາ​ຊຽນ.ທ່ານ​ມານັດ​ສະຫວີ ສຣິ​ໂສດາ​ພອນ​ກ່າວ​ວ່າ,​ນັບແຕ່​ອາ​ຊຽນກັບ​ຈີນ​ສ້າງ​ການ​ພົວພັນ​ຄູ່​ສົນທະນາ​ເປັນ​ເວລາ 21 ປີ​ມາ​ນີ້,​ໄດ້​ຍຶດໝັ້ນ​ປະຕິບັດຕາມ​ທິດ​ທາງ​ໄມຕີ​ຈິດ​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ແລະ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,ບໍ່​ພຽງ​ແຕ່​ໄດ້​ສ້າງ​ຄວາມສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຝ່າຍ​ເທົ່າ​ນັ້ນ,ຍັງ​ໄດ້​ຊຸກຍູ້​ການ​ພັດທະນາ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ອີກ​ດ້ວຍ.​ໃນ​ຖານະ​ທີ່​ເປັນ​ປະ​ເທດ​ປະສານ​ງານ​ການ​ພົວພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນປະ​ເທດ​ໃໝ່,​ໄທ​ຍິນ​ດີ​​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງໜ້າ​ໃນ​ການ​ຊຸກຍູ້ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໃຫ້​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່.ທ່ານ​ກັນ ພາຣິດກ່າວ​ວ່າ​,ຈີນຕັ້ງ​ຄະນະ​ທູດປະຈຳ​ອາ​ຊຽນຢູ່​ຈາ​ກາ​ຕາ​ແລະ​​ແຕ່ງ​ຕັ້ງ​ເອກ​ອັກຄະ​ລັດ​ຖະທູດ​ປະຈຳ​ອາ​ຊຽນ,​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ,ຈີນ​ໃຫ້ຄວາມ​ສຳຄັນ​ຫຼາຍ​ຕໍ່​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ.ທ່ານ​ນູຣັດ ຊະວາ​ຈະ​ຢາ​ກ່າວ​ວ່າ,ຈີນຕັ້ງ​ຄະນະ​ທູດປະຈຳ​ອາ​ຊຽນຢູ່​ຈາ​ກາ​ຕາ​ແລະ​​ແຕ່ງ​ຕັ້ງ​ເອກ​ອັກຄະ​ລັດ​ຖະທູດ​ປະຈຳ​ອາ​ຊຽນ,​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງທ່າ​ອຽງ​ໃນ​ການຂະຫຍາຍຕົວ​ທີ່​ດີ​ຂອງ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ປະຈຸ​ບັນ,​ເຊື່ອ​ວ່າ,ມາດ​ຕະການນີ້​ຈະ​ເພີ່ມ​ທະວີ​ການ​ພົວພັນ​ແບບ​ກົນ​ໄກ​ລະຫວ່າງ​ສອງ​ຝ່າຍ​ຕື່ມ​ອີກ.ພວກ​ທ່ານ​ຍັງ​ກ່າວ​ວ່າ,ຍິນ​ດີ​ປະສານ​ສົມທົບ​ກັບ​ນາງ​ຢາງ​ຊິ້ວ​ຜີງຢ່າງ​ໃກ້ຊິດ,​ເພື່ອຊຸກຍູ້​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ແລະ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ສອງ​ຝ່າຍ​ໃຫ້​ກ້າວ​ໄປ​ໜ້າ.