ສຳ​ນັກ​ງານ​ໃຫຍ່​ອາ​ຊຽນ​ດຶງ​ດູດ​ຄະ​ນະ​ນັກ​ການ​ທູດ​ຈຳ​ນວນ​ຫຼວງ​ຫຼາຍ​ໄປ​ປະ​ຈຳ​ຖາ​ວອນ

(GMT+08:00) 2012-08-07 17:07:27     cri
ໜັງສືພິມ​ປະຊາຊົນ​ລາຍ​ວັນ​ຂອງ​ຈີນ​ລາຍ​ງານ​ວ່າ:ວັນ​ທີ6​ສິງຫາ​ນີ້,ທ່ານ​ນາງ​ຢາງ​ຊິ້ວຜິ​ງ ​ເອກ​ອັກຄະ​ລັດຖະທູດ​ຈີນປະຈຳ​ອາຊຽນ​ຜູ່​ທຳ​ອິດ​​ໄດ້​ຍື່ນໜັງສືແຕ່ງ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່​ງ​ຕໍ່ທ່ານ​ສຸລິນ ພິດສຸວັນ ​ເລຂາທິການ​ໃຫຍ່​ອາ​ຊຽນຢູ່​ສຳນັກງານ​ໃຫຍ່​ອາ​ຊຽນ.

ສຳນັກງານ​ໃຫຍ່​ອາ​ຊຽນຕັ້ງ​ຢູ່​ນະຄອນຫຼວງຈາ​ກາກ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ,​​ໂດຍແມ່ນ​ທ່ານ​ຊູ​ຮາ​ໂຕ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​​ຕາງໜ້າ​ລັດຖະບານ​ອິນ​ໂດ​ເນ​ເຊຍ​ມອບ​ໃຫ້​ອາ​ຊຽນ​ໃນ​ປີ1976.ພາກສ່ວນ​ຈຳນວນ​ໜຶ່ງ​ຂອງ​ສຳນັກງານ​ໃຫຍ່​ອາ​ຊຽນຈະ​ຍ້າຍ​ເຂົ້າ​ໄປ​ຢູ່​ຕຶກ​ໃຫຍ່​ອີກ​ແຫ່ງ​ໜຶ່ງ​ທີ່​ລັດຖະບານ​ອິນ​ໂດ​ເນ​ເຊຍ​ບໍລິຈາກ​ໃຫ້.

ປະຈຸ​ບັນ,ຈຳນວນຄະນະ​ນັກການ​ທູດ​ຂອງ​ປະ​ເທດ​ສະມາຊິກ​,ປະ​ເທດ​ຄູ່​ເຈລະຈາຂອງ​ອາ​ຊຽນ​ແລະ​ປະ​ເທດ​ອື່ນໆ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ1​ເທົ່າ.​ໃນ​ເມື່ອ​ກ່ອນ,ຫຼາຍ​ປະ​ເທດ​ລ້ວນ​ແຕ່​​ໃຫ້​ເອກ​ອັກຄະ​ລັດ​ຖະທູດ​ຂອງ​ຕົນ​ທີ່ປະຈຳ​ອິນ​ໂດ​ເນ​ເຊຍນັ້ນດຳລົງ​ຕຳ​ແໜ່​ງ​​ເປັນເອກ​ອັກຄະ​ລັດຖະທູດ​ອາ​ຊຽນ​ໄປ​ພ້ອມ.​ໃນ​ຊຸມ​ປີມໍ່ໆ​ມ​ານີ້,ມີ​ຫຼາຍ​ປະ​ເທດ​ໄດ້​ແຕ່ງ​ຕັ້ງ​ເອກ​ອັກຄະ​ລັດຖະທູດສະ​ເພາະ​ປະຈຳ​ອາ​ຊຽນ​.ປະຈຸ​ບັນ,ຢ່າງ​ໜ້ອຍ​ມີ64​ປະ​ເທດ​ແລະ​ອົງການ​ຈັດ​ຕັ້ງ​ສາກົນ​ໄດ້​ຕັ້ງ​ຄະນະ​ການ​ທູດ​ຖາວອນ​ປະຈຳ​ອາ​ຊຽນ​ແລ້ວ.ປີ2012,ຈີນ​ໄດ້​ຕັ້ງ​ຄະນະ​ການ​ທູດ​ຖາວ​ອນປະຈຳ​ອາ​ຊຽນ.

ປະຈຸ​ບັນ,ກອງ​ເລຂາ​ອາ​ຊຽນມີ4​ພາກສ່ວນ​ຊຶ່ງ​ຮັບຜິດຊອບ​ການ​ປະຕິບັດ​ງານ​ກ່ຽວ​ກັບປະຊາ​ຄົມ​ເສດຖະກິດ,ປະຊາ​ຄົມ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ,ປະຊາຄົມ​ວັດທະນະທຳ​ສັງຄົມ​ແລະ​ວຽກ​ງານ​ສາທາລະນະ.ປະຈຸ​ບັນ,ກອງ​ເລຂາ​ອາ​ຊຽນມີ​ພະນັກງານ​ທັງ​ໝົດ237​ຄົນ,ຄາດ​ວ່າ​ຍອດ​ຈຳນວນ​ພະນັກງານ​ຈະ​ມີ​ເຖິງ300​ຄົນ.​ເນື່ອງ​ຈາກ​ວ່າ​ຂາດ​ພະນັກງານ​ເຮັດ​ວຽກ,ກອງ​ເລຂາອາ​ຊຽນພວມ​ວາງ​ແຜນ​ຈະ​ເພີ່ມ​ພະ​ນັກ​ງານ​ຕື່ມ​ອີກ.