ອາ​ຊຽນຈັດ​ພິທີ​ສະ​​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ຄົບຮອບ 45 ປີ

(GMT+08:00) 2012-08-09 19:24:10     cri
ຕາມ​ຂ່າວCRI:ວັນ​ທີ 8 ​ສິງຫາ​ນີ້​ແມ່ນ​ວັນ​ລະ​ລຶກວັນ​ສ້າງ​ຕັ້ງ​ອາ​ຊຽນຄົບຮອບ 45 ປີ. ​​ໃນປີນີ້,ກຳປູ​ເຈຍທີ່​​ເປັນ​ປະ​ເທດ​ປະທານ​ໝູນວຽນ​ຂອງ​ອາ​ຊຽນໄດ້ຊັກ​ທຸງ​ອາ​ຊຽນຢູ່​ພະນົມ​ເປັນ​ແລະຈັດ​ງານສະຫຼອງໃນ​ມື້​ດຽວ​ກັນ.ທ່ານ​ສຸຣິນ ພິດ​ສຸວັນ,​ເລຂາທິການ​ໃຫຍ່​ອາ​ຊຽນ, ທ່ານ​ຮຸນ​​​ແຊນ,ນາຍົກລັດຖະມົນຕີກຳປູ​ເຈຍ, ເອກ​ອັກຄະ​ລັດຖະທູດບັນດາ​ປະ​ເທດ​ອາ​ຊຽນປະຈຳ​ກຳປູ​ເຈຍ, ​ເອກ​ອັກຄະ​ລັດຖະທູດ​ບັນດາ​ປະ​ເທດ​ຄູ່​ສົນທະນາ​ຂອງ​ອາ​ຊຽນ​​ເຊັ່ນ​ຈີນ​​ແລະ​ປະ​ເທດ​ອື່ນໆ​ປະຈຳ​ກຳປູ​ເຈຍ​ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຂອງ​ລັດຖະບານ​ກຳປູ​ເຈຍ​ຫຼາຍ​ທ່ານ​ໄດ້​ເຂົ້າ​ຮ່ວມພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ອາ​ຊຽນຄົບຮອບ 45 ປີ.

ໃນ​ພິທີ,ທ່ານ​ຮຸນ​ແຊ​ນ,ນາຍົກລັດຖະມົນຕີກຳປູ​ເຈຍ​ກ່າວ​ວ່າ,ຜ່ານ​ການ​ພັດທະນາມາ​ເປັນ​ເວລາ 45 ປີ,ອາ​ຊຽນ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ສຳຄັນຢ່າງ​ຫຼວງ​ຫຼາຍ,ມີບົດບາດສາກົນນັບ​ມື້​ນັບ​ສູງ​ຂຶ້ນ.ປະຈຸ​ບັນ,ອາ​ຊຽນພວມ​ຫັນ​ການ​​​ເມືອງ​​ແລະ​ເສດຖະກິດ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ເປັນ​ກ້າວໆ,​ໄດ້​ກາຍ​ເປັນ​ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ມີບົດບາດໃນ​ທະວີບອາຊີ,​ແລະ​ໄດ້​ກາຍ​​ເປັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ທີ່​ບໍ່​ຄວນເບິ່ງ​ຂ້າມຂອງ​ປະ​ເທດ​ໃຫຍ່​ແລະ​ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ສຳຄັນ​ໃນ​ໂລກ.ທ່ານ​ຮຸນ​​ແຊ​ນຊີ້​ອອກ​ເປັນ​ພິ​ເສດ​ວ່າ,​ໃນ 2 ປີ​ທີ່​ຜ່ານ​ມາ,ຍອດ​ມູນ​ຄ່າ​ເສດຖະກິດ​ ​ໂດຍສະ​ເພາະ​​ແມ່ນ​ມູນ​ຄ່າ​ການ​ຄ້າ​ເສລີ​ຂອງ​ອາ​ຊຽນ​ໄດ້​ຮັກສາ​ການ​ເຕີບ​ໂຕ​ຫຼາຍ​ສົມຄວນ,​ອາ​ຊຽນ​ໄດ້​ກາຍ​ເປັນ​ເຂດໜຶ່ງທີ່​ເສດຖະກິດ​ພັດທະນາ​ໄວ​ທີ່​ສຸດ​ໃນ​ໂລກ.

ພ້ອມ​ກັນ​ນັ້ນ,ທ່ານ​ຮຸນ​ແຊ​ນຍັງຊີ້​ອອກ​ວ່າ,ອາ​ຊຽນຍັງ​ປະ​ເຊີນກັບ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ,ບັນດາປະ​ເທດ​ສະມາຊິກຍັງ​ມີ​ຄວາມ​ຂັດ​ແຍ່ງ​ກັນ​ດ້ານ​ຫຼັກ​ໝັ້ນ​ກ່ຽວກັບບາງ​ບັນຫາ.ປີ 2012 ​ແມ່ນ​ປີ​ທີ່​ສຳຄັນ​ທີ່​ສຸດ​ສຳລັບ​ອາ​ຊຽນ​ໃນ​ການ​ບັນລຸ​​ເປົ້າ​ໝາຍ​ສ້າງປະຊາ​ຄົມ​ອາ​ຊຽນ,ບັນດາປະ​ເທດ​ສະມາຊິກອາ​ຊຽນຄວນ​​ໂຈະຄວາມ​ຂັດ​ແຍ່ງ​ໄວ້​ກ່ອນ,​ເພີ່ມ​ທະວີ​ການ​ຮ່ວມ​ມື,ຊຸກຍູ້​ຂະ​ບວນການ​ຫັນ​ອາ​ຊຽນ​​ເປັນ​ອັນ​ດຽວ​ກັນ.ທ່ານ​ເຊື່ອ​ວ່າ,ອາ​ຊຽນຈະ​ມີ​ຄວາມ​ສາມາດ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ໄດ້,ຮັກສາ​ຄວາມ​ເປັນ​ເອກະ​ພາບ​ແລະ​ຄວາມ​ສາມັກ​ຄີ​ພາຍ​ໃນ​ອາ​ຊຽນ,ສ້າງ​ອາ​ຊຽນ​ໃຫ້​ເປັນພັນທະ​ມິດ​ໃນ​ພາກ​ພື້ນ​ທີ່​ມີ​ສັນຕິພາບ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະການ​ພັດທະນາ.ທ່ານ​ກ່າວ​ວ່າ:"ພວກ​ເຮົາ​ໄດ້​ຕັດສິນໃຈຈະ​ກ້າວ​ໄປພ້ອມ​ກັນ,ຢູ່ບົນ​ພື້ນຖານນ້ຳໃຈ​ສາມັກຄີ ​ເອກະ​ພາບ​ແລະ​ຮັກສາ​ຄວາມ​ປອງ​ດອງ​ກັນ​ໃນ​ວົງ​ຄະນາ​ຍາດ,​ໂຈະ​ບັນຫາ​ທີ່​ມີ​ຄວາມ​ຂັດ​ແຍ່ງ​ກັນ​ໄວ້​ກ່ອນ,ສືບ​ຕໍ່​ຮັກສາ​ຖານະ​ໃນ​ການນຳພາ​ໃນອາ​ຊຽນ,​ເພື່ອບັນລຸ​ເປົ້າ​ໝາຍ​ທີ່​ເຮັດ​ໃຫ້​ອາ​ຊຽນ​ເປັນ​​ເອກ​ກະ​ພົບດຽວ​ແລະ​ຮ່ວມ​ທຸກ​ຮ່ວມ​ສຸກ​ນຳ​ກັນ."