ຕຳຫຼວດ​ໄທ​ເລັ່ງ​ເກັບ​ກຳ​ຫຼັກ​ຖານ​ຂອງ​ຄະດີສະ​ເທືອ​ນຂວັນ"5ຕຸລາ"ທີ່​ເກີດ​ຂຶ້ນຢູ່​ແມ່​ນ້ຳຂອງ

(GMT+08:00) 2012-08-09 16:59:56     cri
CRIລາຍ​ງານ​ວ່າ:ສື່​ມວນ​ຊົນ​ໄທ​ລາຍ​ງານ​ໃນ​ວັນ​ທີ8​ສິງຫາ​ນີ້​ວ່າ,​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຈີນ,ຄະນະ​ຜູ່​ແທນ​ນາຍ​ຕຳຫຼວດ​ຂັ້ນ​ສູງ​ຂອງ​ໄທ​ທີ່​ນຳ​ໂດຍ​ພົນ​ຕຳຫຼວດ​ເອກ ປານ​ສິຣິ ປຼະພາ​ວັດ ຮອງ​ຜູ່​ບັນຊາ​ການ​ຕຳຫຼວດ​ແຫ່ງ​ຊາດ​ໄທພວມ​ສອບ​ສວນ​ຜູ່​ຕ້ອງ​ຫາຕົ້ນຕໍ3​ຄົນ​ເຊັ່ນ​ທ້າວ​ໜໍ່​ຄຳ​ທີ່​ກໍ່​ຄະດີ​ສັງຫານ​ລູກ​ເຮືອ​ຈີນ​ຕາມ​ລຳ​ແມ່​ນ້ຳຂອງ​ໃນ​ວັນ​ທີ5​ຕຸລາ​ປີຜ່ານມາ​,​ເພື່ອ​​ເກັບ​ກຳ​ຫຼັກ​ຖານລະ​ອຽດ​ແລະ​ຄົບ​ຖ້ວນ​ຫຼາຍ​ກວ່າ​ເກົ່າ​​ເພື່ອ​ໃຊ້ເປັນ​ຫຼັກ​ຖານ​ ​ກ່າວຟ້ອງ​ທະຫານ​ໄທ9​ຄົນ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ຄະດີ​​ເພື່ອ​ນຳ​ມາລົງ​ໂທດ​ຕາມ​ກົດໝາຍ​ໂດຍ​ໄວ.

ວັນ​ທີ5ຕຸລາ​ປີ2011ຜ່ານມາ,ກ່ຳ​ປັ່ນ​ບັນ​ທຸກ​ສິນຄ້າຂອງ​ຈີນ2ລຳ​ຖືກ​ໂຈມ​ຕີ​ຢູ່​ຕາມ​ລຳ​ແມ່​ນ້ຳຂອງ​ໃນ​ເຂດນ່ານ​ນ້ຳ​ຈັງຫວັດ​ຊຽງ​ຣາຍ​ປະ​ເທດໄທ​ບໍລິ​ເວນເຂດ​ສາມຫຼ່ຽມ​ຄຳ​,​ເຮັດ​ໃຫ້ລູກ​ເຮືອ13​ຄົນ​ເສຍ​ຊີວິດ​ໝົດ.ພາຍຫຼັງ​​ເຫດການ​ເກີດ​ຂຶ້ນ​ແລ້ວ,​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄທ​ໄດ້​ແຈ້ງ​ສະພາບ​ຄະ​ດີ​ໃຫ້​ຈີນ​ຊາບ​ໂດຍ​ໄວ​ແລະ​ຈັດ​ຕັ້ງຄະນະ​ນິຕິ​ແພດຊັນນະສູດ​ສົບ​ແລ້ວ​ພົບ​ວ່າ​ຜູ່​ເສຍ​ຊີ​ວິດ​ລ້ວນ​ແຕ່​ແມ່ນ​ຖືກ​ຍິງ​ສັງຫານ​ຈາກ​ໄລຍະ​​​ໃກ້.

ພາຍຫຼັງ​ເຫດການສະ​ເທືອ​ນຂວັນ"5ຕຸລາ"​ເກີດ​ຂຶ້ນ​ແລ້ວ,ລັດຖະບານ​ໄທ​ໄດ້​ໃຫ້​ຄວາມ​ສຳຄັນ​ຫຼາຍ​ຕໍ່​ຄະດີ​ນີ້,ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ຮູ້​ສຶກ​ເສຍ​ໃຈ​ທີ່​ສຸດຕໍ່​ລູກ​ເຮືອ​ຈີນ​ທີ່​​ຖືກ​ສັງຫານ​ຢູ່​ແມ່​ນ້ຳຂອງ,ນາງ​ກ່າວ​ວ່າ​ລັດຖະບານ​ໄທ​ຈະ​ສອບ​ສວນ​ຄະ​ດີ​ຢ່າງ​ຈະ​ແຈ້ງ,​ລົງ​ໂທດ​ຜູ່​ກໍ່​ເຫດ​ຕາມ​ກົດໝາຍ​​ແລະ​ຍິນ​ດີ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ​ແລະ​ປະ​ເທດ​ທີ່​ກ່ຽວຂ້ອງ,ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ​ຕາມ​ລຳ​ແມ່​ນ້ຳຂອງ.

ພາຍຫຼັງ​ເຫດການ​ເກີດ​ຂຶ້ນ​ແລ້ວ,​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄທ​ໄດ້​ສ້າງ​ຕັ້ງ​ໜ່ວຍ​ງານ​ສອບ​ສວນ​ຄະດີ​ນີ້ໂດຍ​ສະ​ເພາະ​​​ແມ່ນ​ຮອງ​ຜູ່​ບັນຊາ​ການ​ຕຳ​ຫຼວດ​ແຫ່ງ​ຊາດ​ໄທ​ທ່ານໜຶ່ງ​​ເປັນ​ຫົວໜ້າເພື່ອ​ຮັບຜິດຊອບ​ໃນ​ການ​ສອບ​ສວນ​ຄະດີ.ພາຍຫຼັງ​ລົງ​ຢ້ຽມຢາມ​ປະຊາຊົນ​ທີ່​ຢູ່​ໃກ້​ສະຖານ​ທີ່​ເກີດ​​ເຫດ​ແລະ​ການ​ສຳ​ຫຼວດດ້ານ​ອື່ນໆ.ຕຳຫຼວດ​ໄທ​ສອບ​ສວນ​ແລ້ວ​ພົບ​ວ່າ,ກຸ່ມ​ຄ້າ​ຢາ​ເສບ​ຕິດ​ໜໍ່​ຄຳ​ຂອງ​ມຽນມາ​​ເປັນ​ໜ້າ​ສົງ​ໃສ​ຫຼາຍ​ໃນ​ການ​ກໍ່​ຄະດີ.ທະຫານ9​ຄົນ​ຈາກຄ້າຍ​ທະຫານ​ຜາ​ເມືອງທີ່​ຂຶ້ນ​ກັບ​ເຂດ​ທະຫານພາກ3​ຂອງ​ໄທ​ຖືກ​ສົງ​ໄສ​ວ່າ​ໄດ້​ຮ່ວມ​ກັບ​ກຸ່ມ​ຄ້າ​ຢາ​ເສບ​ຕິດ​ໜໍ່​ຄຳ​ກໍ່​ຄະດີ​ສະ​ເທືອ​ນຂວັນ​ຄັ້ງ​ນີ້.ຄົນ​ໄທ​ທີ່​ຊື່ໂອ​ລັນ ​ເປັນ​ຜູ່​ຕິດ​ຕໍ່​ພົວພັນ​​ໃຫ້​ແກ່​ກຸ່ມ​ຄ້າ​ຢາ​ເສບ​ຕິດ​ໜໍ່​ຄຳ​ກັບ​ທະຫານ​ໄທ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ກໍ່​ຄະດີ,ປະຈຸບັນ,ທ້າວ​ໂອ​ລັນ​ກຳລັງ​ຫຼົບໜີການ​ຈັບ​ກຸມ​ຢູ່.ລູກ​ເຮືອ​ຈີນ​ທີ່​ປະສົບ​ເຄາະ​ຮ້າຍ​ບໍ່​ໄດ້​ມີ​ສ່ວນ​ກ່ຽວ​ພັນ​ກັບ​ຢາ​ເສບ​ຕິດ​ທີ່​ພົບ​ຢູ່​ເທິງ​ເຮືອ,ຢາ​ເສບ​ຕິດ​ແມ່ນ​ມີ​ຄົນ​ເອົາ​ມາ​ວາງ​ໄວ້​​ໃນ​ເຮືອ​ຕາມ​ພາຍຫຼັງ.ຕຳຫຼວດ​ໄທ​ຍັງ​ກ່າວ​ເນັ້ນ​ວ່າ,ການ​ກໍ່ອາ​ຊະ​ຍາ​ກຳ​ຂອງ​ທະ​ຫານ​ໄທ9​ຄົນ​ໃນ​ຄະດີ​ນີ້​ແມ່ນ​ເປັນການ​ກະທຳ​ສ່ວນ​ຕົວ.

ຫຼັງ​ຈາກ​ນັ້ນ,​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄທ​ໄດ້​ອອກ​ຄຳ​ສັ່ງ​ນຳ​ຈັບ​ທະຫານ​ໄທ9​ຄົນ​ດັ່ງກ່າວ,​ແຕ່​ການ​ສອບ​ສວນ​ຕໍ່​ທະຫານ​​ໄທ​ເຫຼົ່າ​ນີ້ບໍ່​ມີ​ຄວາມ​ຄື​ບໜ້າ​ພໍ​ປານ​ໃດ,​ທະຫານ​ເຫຼົ່າ​ນີ້​ເວົ້າກ່າວ​ປະຕິ​ເສດ​ດ້ວຍ​ຄວາມ​ໝັ້​ມ​ໃຈ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ສັງຫານ​ລູກ​ເຮືອ​ຈີນ.ສ່ວນການສະ​ແດງ​ອອກ​ຂອງ​ ​ເຈົ້າ​ໜ້າ​ທີ່ຂັ້ນ​ສຳ​ຂອງທະຫານ​ໄທບາງ​ຄົນ​ນັ້ນ​ເຫັນ​ວ່າ​ເປັນ​ໜ້າ​ຄິດ​ຫຼາຍ.ວັນ​ທີ29​ມິຖຸນາ​ຜ່ານ​ມານີ້,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ຄະດີ​ນີ້,ພົນ​ເອກ​ປຼາຢຸດ ຈັນ ​ໂອຊາ ຜູ່​ບັນຊາ​ການ ​ກອງທັບ​ບົກ​ໄທ​ກ່າວ​ວ່າ:"ປະຈຸ​ບັນ,ຄະດີ​ຍັງ​ຢູ່​ໃນ​ຂັ້ນ​ຕອນ​ສືບສວນ​ຢູ່,ຖ້າວ່າ​ເຂົາ​ເຈົ້າ​ຖືກ​ຕັດສິນ​ວ່າກະທຳ​ຜິດ​ແທ້,​ເຂົາ​ເຈົ້າກໍ່​ມີ​ໂທດ​ແທ້,ພວກ​ຂ້າພະ​ເຈົ້າຈະ​ບໍ່​ເຂົ້າ​ຂ້າງຜູ່​ກະທຳ​ຜິດ,​ແຕ່​ບັນຫາ​ມີ​ຢູ່​ວ່າ,ປະຈຸ​ບັນ​ຍັງ​ບໍ່​ທັນ​ສາ​ມາດ​ຢືນ​ຢັນ​ໄດ້​ວ່າ​ເຂົາ​ເຈົ້າ​ໄດ້​ກະ​ທຳ​ຜິດ​ຫຼື​ບໍ່.​ຖ້າ​ວ່າ​ແມ່ນ​ຍ້ອນ​ມີ​ຄວາມ​ຜິດ​ພາດ​ໃນ​ການ​ປະ​ຕິ​ບັດ​ງານ,ຫາກ​ບໍ່​ແມ່ນ​ບັນຫາ​ຂອງ​ສ່ວນ​ບຸກຄົນ,ກໍ່​ຕ້ອງ​​ເບິ່ງ​ແຍງ​ເຂົາ​ເຈົ້າ."

ສາມາດ​ເຫັນ​ໄດ້​ວ່າ,ການ​ສອບ​ສວນ​ທະ​ຫານ​ໄທ9​ຄົນ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ຄະດີ​ຂອງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄທ​ນັ້ນແມ່ນ​ດຳ​ເນີນ​ໄປ​ບໍ່​ຄ່ອຍ​ສະ​ດວກ​ປານ​ໃດ.​ເພື່ອ​ຊອກ​ໄດ້​ຫຼັກ​ຖານ​ຫຼາຍ​ກວ່າ​ເກົ່າ​ໂດຍ​ໄວ,​ໃນ​ໄລຍະ​ນີ້,ຕຳຫຼວດ​ໄທ​ໄດ້​ເພີ່ມ​ທະວີ​ການ​ແລກປ່ຽນ​ຄວາມ​ເຫັນ​ແລະ​ຮ່ວມ​ມື​ກັບ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຈີນ​ເພື່ອ​ສາມາດ​ກ່າວ​ຟ້ອງ​ຕໍ່​ທະຫານ​ໄທ9​ຄົນ​ດັ່ງກ່າວ​ໂດຍ​ໄວ.