ຊຸບ​ເບີ​ເຂົ້າຂອງ​ຈີນ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​​ແກ່​ອາຊີ​ອາຄະ​ເນ

(GMT+08:00) 2012-08-21 16:28:43     cri

"ໜັງສືພິມ​ເສດຖະກິດ​ລາຍ​ວັນ"​ແຈ້ງ​ໃຫ້​ຮູ້​ວ່າ,ນັບ​ແຕ່ກ້າວ​ໄປ​ສູ່​​ໂລກ​ໃນ​ຊຸມ​ປີ90 ສັດຕະວັດ​ແລ້ວ​ນີ້, ​ເຕັກນິກ​ເຂົ້າ​ພັນ​ປະສົມ​ຂອງ​ຈີນ​​​ໄດ້ປະກອບສ່ວນ​ສຳຄັນ​ເພື່ອແກ້​ໄຂ​ບັນຫາ​ທັນ​ຍາ​ຫານ​ຂອງ​ປະ​ເທດ​ຕ່າງໆ, ​ໃນ​ນັ້ນ​ກໍ່​ລວມທັງ​ປະ​ເທດ​ອາຊີ​ອາ​ຄະ​ເນ.

ປີ2009,"​ໂລ້​ຢີ່ວ​ເລກ8"​ໄດ້​ຮັບ​ລາງວັນ​ທີໜຶ່ງ​ໃນ​ການ​ປະ​ກວດ​ລາງວັນສາມ​ລາຍການ,ຄື, ປະລິມານ​ຈຳ​ໜ່າຍ​ແນວ​ພັນ, ຂອບ​ເຂດ​ການ​ປູກຝັງ ​ແລະ ຄຸນ​ນະພາ​ບລວມຂອງ​ແນວພັນ, ​​ແລະ​ໄດ້​ຮັບ​ລາງ​ວັນ​ຄວາມ​ປອດ​​ໄພ​ທັນ​ຍາ​ຫານ​ທີ່​ກະຊວງ​ກະສິກຳ​ຫວຽດນາມ​ມອບ​ໃຫ້. "​ໂລ້​ຢີ່ວ​ເລກ8"ກໍ່​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ເວລາ​ທົດ​ລອງ​ປູກ​ຝັງ​ຢູ່​ອິນ​ໂດ​ເນ​​ເຊຍ, ມະ​ເລ​ເຊຍ, ລາວ ​ແລະ ມຽນມາ. ນອກ​ນີ້, ປະລິ​ມານ​ການ​ຜະລິດ​ເຂົ້າ​ພັນ​ປະສົມ​ຈີນ​ຢູ່​ອິນ​ໂດ​ເນ​ເຊຍ​ແລະ​ບຼູ​ໄນ​ກໍ່​ສູງ​ກວ່າ​ປະລິ​ມານ​ເຂົ້າ​ທ້ອງ​ຖິ່ນ.

ຂ່າວ​ແຈ້ງວ່າ, ປີ2011, ທົ່ວ​ໂລກ​ໄດ້​ປູກ​ເຂົ້າ​ພັນ​ປະສົມ​ຈີນ​ປະມານ 4 ລ້ານ​​ເຮັກຕາ,​ໃນ​ນັ້ນ​ອາຊີ​ອາ​ຄະ​ເນ​ແມ່ນ​ເຂດ​ສຳຄັນ​ທີ່​ປູກຝັງ. ປັດຈຸບັນ, ປະ​ເທດ​ອາຊີ​ອາຄະ​ເນ​ໄດ້​ນຳ​ເຂົ້າ​ແນວ​ພັນ​ເຂົ້າພັນ​ປັບປຸງ​ຫຼາຍ​ສິບ​ຊະນິດ,​ໃນ​ນັ້ນ 90% ​ແມ່ນ​ມາ​ຈາກ​ຈີນ.

ໃນ​ຂະນະ​ທີ່​ຊຸບ​ເບີ​ເຂົ້າຂອງ​ຈີນ​ໄດ້​ຮັບ​ຄວາມ​ຫວັງ​ຢູ່​ອາ​ຊີ​ອາ​ຄະ​ເນ, ​ແລະ​ໄດ້​ຮັບ​ຄວາມ​​​ເຊື່ອຖື​ແລະ​ໄວ້​ວາງ​ໃຈ, ບໍ່​ພຽງ​ແຕ່​ໄດ້​ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ເສດຖະກິດ​ກາ​ນຄ້າ​ລະຫວ່າງ​ຈີນ​ກັບປະ​ເທດ​ອາ​ຊຽນທໍ່​ນັ້ນ​ແຕ່​ຍັງ​ໄດ້​ສ້າງ​ພື້ນຖານທີ່​ໝັ້ນ​ຄົງ​ໃຫ້​ແກ່​ການຮ່ວມ​ມື​ຢ່າງຮອບດ້ານ ​ແລະ ຕໍ່​ເນື່ອງ​ໃນ​ອະນາຄົດ.