ມຽນມາສະ​ແຫວ​ງຫາ​ການ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຮ່ວມ"ຈົງອາງຄຳ"

(GMT+08:00) 2012-08-23 17:25:51     cri
ຫວ່າງ​ມໍ່ໆ​ມາ​ນີ້,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໄທ,ທ່ານສຸ​ກຳ​ພົນ ສຸວັນນະ​ທັດລັດຖະມົນຕີ​ວ່າການ​ກະຊວງ​ປ້ອງກັນ​ປະ​ເທດ​ໄທ​​ໃຫ້​ຮູ້​ວ່າ,ລັດຖະບານ​ມຽນມາ ​ມີ​ຈຸດປະສົງ​ຈະ​ເຂົ້າ​ຮ່ວມການ​ຊ້ອມ​ຮົບ​ຮ່ວມ"ຈົງອາງຄຳ"ທີ່​ອາ​ເມ​ລິ​ກາ​ແລະ​ໄທ​ຈະ​ຮ່ວມ​ກັນ​ດຳ​ເດີນ​ໃນ​ປີໜ້າ.

ການ​ຊ້ອມ​ຮົບ"ຈົງອາງ​ຄຳ"​ແມ່ນການ​ຊ້ອມ​ຮົບ​ຮ່ວມ​ຫຼາຍ​ປະ​ເທດ​ທີ່​ມີ​ຂະໜາດ​ໃຫຍ່​ທີ່​ສຸດ​ໃນ​ພາກ​ພື້ນ​ອາຊີ​ອາຄະ​ເນ​ຊຶ່ງມີ​ອາ​ເມ​ລິ​ກາ​ເປັນ​ຜູ່​ນຳພາ,ອາ​ເມ​ລິ​ກາ​ແລະ​ໄທ​ຮ່ວມ​ກັນ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ.ທຳ​ອິດ,ມີ​ພຽງ​ແຕ່​ອາ​ເມ​ລິ​ກາ​ແລະ​ໄທ​ເຂົ້າ​ຮ່ວມ​ເທົ່າ​ນັ້ນ,​ແຕ່ຕໍ່​ມາ​ຫຼາຍ​ປະ​ເທດ​ອາຊີ​ອາຄະ​ເນ​ເຊັ່ນ​ຟີ​ລິບ​ປິນ,ສິງກະ​ໂປ,ອິນ​ໂດ​ເນ​ເຊຍ,ມະ​ເລ​ເຊຍ​ແລະ​ຫວຽດນາມ​ກໍ່​ໄດ້​ພາກັນ​ເຂົ້າ​ຮ່ວມ.ກອງ​ປ້ອງ​ກັນ​ຕົວ​ຍີ່​ປຸ່ນ​ແລະ​ກອງທັບ​ສ.​ເກົາຫຼີ​ກໍ່​ໄດ້​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຮ່ວມ​ນີ້​​ເປັນ​ປະຈຳ.ສ່ວນ​ການ​ຊ້ອມ​ຮົບ​ຮ່ວມ​"ຈົງອາງຄຳ"ທີ່ຈັດ​ຂຶ້ນ​ໃນ​ເດືອນ​ກຸມພາ​ປີ​ນີ້​ແມ່ນ​ຄັ້ງ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ນັບ​ຕັ້ງ​ແຕ່​ເລີ່​ມ​ມີ​ການ​ຊ້ອມ​ຮົບ​ຮ່ວມ​ເປັນ​ຕົ້ນ​ມາ.

ທາງ​ດ້ານ​ການ​ທະຫານ​ແລ້ວ,ລະບົບ​ອາວຸດ​ຍຸດ​ໂທ​ປະກອນ​​ແລະ​ປະຫວັດ​ການ​ຝຶກ​ຊ້ອມ​ຂອງ​ກອງ​ທະຫານ​ທີ່​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ນັ້ນ​ລ້ວນ​ແຕ່​​ເປັນແບບ​ອາ​ເມ​ລິ​ກາ,ມີ​ມາດຕະຖານ​ດຽວ​ກັນ,ຊຶ່ງ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ປະສານ​ສົມທົບ​ກັນ​ໃນ​ເວລາ​ຊ້ອມ​ຮົບ​ຮ່ວມ.​ແລະ​ກໍ່​ມີ​ຄຸນ​ຄ່າ​ຕົວ​ຈິງ​ໃນ​ການ​ສູ້​ຮົບ​ໃນ​ອະນາຄົດ.

ສ່ວນ​ລະບົບ​ອາວຸດ​ຍຸດ​ໂທ​ປະກອບ​ຂອງ​ກອງທັບ​ມຽນມາ​​ແມ່ນສັບສົນ​ສົມຄວນ,​ຍ້ອນ​ນຳ​​ເຂົ້າມາ​ຈາກ​ຫຼາຍ​ປະ​ເທດ,​ເມື່ອ​ທຽບ​ກັບ​ອາ​ເມ​ລິ​ກາ​ແລະ​ໄທ​ແລ້ວ​ມຽນມາ​ຍັງມີ​ລະດັບ​ຫຼ້າ​ຫຼັງ.​ລະບົບ​ບັນຊາ​ການ​ຝຶກ​ຊ້ອມ​ທະຫານ​ຂອງ​ມຽນມາ​ກໍ່​ຕ່າງ​ກັບ​ກອງ​ທະຫານ​ອາ​ເມ​ລິ​ກາ​ຢ່າງ​ຫຼວງ​ຫຼາຍ,ຍາກ​ທີ່​ຈະ​ປະສານ​ສົມທົບກັບ​ກອງ​ທະຫານ​ປະ​ເທດ​ອື່ນ​​ໃຫ້ດີ.​​​ເຖິງ​ວ່າ​ມຽນມາ​ຈະ​ໄດ້​ສົ່ງ​ທະຫານ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຮ່ວມ​ກໍ່ຕາມ,​ແຕ່​ຈຳ​ນວນ​ທະ​ຫານ​ກໍ່​ຈະ​ບໍ່​ຫຼາຍ​ປານ​ໃດ.​ແຕ່​ວ່າ,ມຽນມາ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​"ຈົງອາງ​ຄຳ"​ເທື່ອ​ນີ້ຕົ້ນຕໍ​ເພື່ອ​ຊອກ​ຫາ​ປະສົບ​ການ​ເທົ່າ​ນັ້ນ.