ບົດ​ບັນທຶກ​ປະຈຳ​ວັນ​ຂອງ​ນັກ​ຂ່າວ​ທີ່​ໄປ​ເອົາ​ຂ່າວ​ກ່ຽວ​ກັບ​ການ​ແຂ່ງຂັນ​​ແລ່ນ​ລົດ​ແລນ​ລີ​ຈີນ​ອາຊຽນ (1)

(GMT+08:00) 2012-08-24 15:30:13     cri
ສະບາຍດີທ່ານຜູ້ອ່ານທັງຫຼາຍພົບກັບລັດຕະນະ​ໃນ​ຕອນ​ແລງວັນທີ 19 ສິງຫານີ້, ລັດຕະນະຈະພາ​ທ່ານ​​ເດີ​ນທາງ​​ໄປຮ່ວມ​ຂະ​ບວນລົດ​ແລ່ນ​ລີ້​ຈີ​ນ-ອາ​ຊຽນ, ທີ່​ເດີນທາງ​ມາ​​ເຖິງ​ນະຄອນຫຼວງ​ວຽງ​ຈັນ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ, ຂະ​ບວນດັ່ງ​ກ່າວຈັດ​ຂື້ນ​ລະຫວ່າງວັນ​ທີ 17 ສິງຫາ​ເຖິງ​ວັນ​ທີ 7 ກັນຍາທີ່​ນານ​ນິງ ສປ ຈີນ, ທີ່​ນໍາພາ​ໂດຍ​ທ່ານ ​ເສີນ ລີ້​ຈີ່ ຮອງ​ພະ​​ແນ​ກກິລາ​ຈີນ​​ເຂດ​ປົກຄ​ອງຕົນ​​ເອງ​​ເຜົ່າ​ຈ້ວາງ​ກວາງຊີ, ສໍາລັບ​ກນ​ແຂ່ງຂັນ​ລົດ​ແລ່ນ​ລິ້ຈີ​ນ-​ອາ​ຊຽນ​ໄດ້ຈັດ​ຂື້ນຕັ້ງ​ແຕ່​ປີ 2006 ​ເປັນ​ຕົ້ນມາ​ແລະ​ຄັ້ງ​ນີ້​ແມ່ນ​ຈັດ​ຂື້ນ​​ເປັນ​ຄັ້ງ​ທີ 5 ​​​ພາຍ​ໄຕ້​ຫົວ​ຂໍ້"  ​ເຊື່ອມ​ໂຍງ​ເຂົ້າກັນ, ມີ​ສ່ວນ​ຮ່ວມ​ກັນ ​ແລະ​ພ້ອມ​ກັນ​ປະດິດ​ສ້າງສິ່ງ​​ໃໝ່​ກ້າວ​ເດີນ​ໄປ​ໜ້າ​ຢ່າ​ງຈິດ​ໃຈ​ຫ້າ​ວຫັນ ​ແລະ​ພະຍາຍາມ​ຢ່າງ​ສຸດ​ຂີດ​,​ໂຄສະນາ​ມິດຕະພາບ​ອັນ​ໄມຕີ​ຈິດ​ຕາມ​ເສັ້ນທາງ​ທີ່ຜ່າ​ນ​ໄປ  " ​ແລະ​ການ​ແຂ່ງ​ຂັນ​ໃນ​ປີ​ນີ້​ກໍ່​ໄດ້​​ມີ​ລົດ​ເຂົ້າຮ່ວມ​ການ​ແຂ່ງຂັນ​ທັງໝົດ 124 ຄັນ, ຄົນ​ເຂົ້າ​ຮ່ວມ 132 ຄົນ, ຈາກ​ປະ​ເທດ​ຈີນ​ແລະ​ບັນດາ​ປະ​ເທດ​ອາຊຽນ.


​ໃນ​ປີ​ນີ້, ລັດຕະນະ​ໄດ້​ເຂົ້າ​ຮ່ວມ​ຂະ​ບວນ​ໃນ​ນາມ​ນັກ​ຂ່າວຂອງCRI ​ເປັນ​ຄັ້ງ​ທີ​ສອງ​ທີ່​ແລ້ວ​ທີ່ CRI ​ໄດ້​ສົ່ງ​ນັກ​ຂ່າວ​ເຂົ້າ​ຮ່ວມ​ເພື່ອ​ລາ​ຍງານ​ສະພາບ​ການ​ແຂ່ງຂັນ​ຂອງ​ຂະ​ບວນລົດ​ແລ່ນ​ລີ້​ຈີ​ນ-ອາ​ຊຽນ​, ​ແຕ່ເປັນ​ຄັ້ງ​ທໍາ​ອິດ​ທີ່​ລັດຕະນະ​ໄດ້​ເຂົ້າ​ຮ່ວມ​ການ​ເດີນທາງ​​ໄກ​ຫຼາຍ ໂດຍ​ຈະຜ່ານທັງໝົດ 7 ປະ​ເທດ​​ເປັນ​ຕົ້ນ, ຈີນ, ຫວຽດນາມ, ລາວ, ​ໄທ, ມາ​ເລ​ເຊ​ຍ, ສິງກະ​ໂປ ​​ແລ​ະມາ​ເລ​ເຊຍ. ສໍາລັບ​ການ​ເດີນທາງ​ຄັ້ງ​ນີ້​ນ​ອກຈາກ​ຈະ​ຕຽມ​ເຄື່ອງ​ໃຊ້​ທີ່​ຈໍາ​ເປັນ​, ​​ຕຽມຄວາມ​ພ້ອມ​ຂອງ​ຮ່າງກາຍ​ເພື່ອ​ຮ່ວມ​ຂະ​ບວນ​ເດີນທາງ​ຄັ້ງ​ນີ້​​ແລ້ວ, ຍັງ​ຈະ​ພາ​ທ່ານ​ຜູ້​ອ່ານ​ໄປຕິດຕາມ​ຂະ​ບວນ​ເປັນ​ໄລຍະ​ໆຂອງ​ການ​ເດີນທາງ​ໃນ​ຄັ້ງ​ນີ້​ອີກ​ດ້ວຍ. ສໍາ​ລັບ​ການ​ເດີນທາງ​ພາຍ​ໃນ​ 22 ວັນ. ດ້ວຍ​ໄລຍະ​ທາງ​ກວ່າ 1 ໝື່ນ​ກິ​ໂລ​ແມັດ. ມື້​ນີ້​ພັກຜ່ອນ​ເອົາ​ແຮງ​ກ່ອນ ​ພົບ​ກັນ​ມື້​ອື່ນ​ກັບ​ລັດຕະນະ​ໃນ​ການ​ຕິດ​ຕາມ​ຂະ​ບວນບົດ​ແລ່ນ​ລີ້​ຈີ​ນ-ອາ​ຊຽນປີ 2012.