ບົດ​ບັນ​ທຶກ​ປະ​ຈຳ​ວັນ​ຂອງ​ນັ​ກ​ຂ່າວ​ທີ່​ໄປ​ເອົາ​ຂ່າວ​ກ່ຽວ​ກັບ​ການ​ແຂ່ງ​ຂັນ​ແລ່ນລົດແລ່ນລີ(2)

(GMT+08:00) 2012-08-24 15:48:28     cri
ສະ​ບາຍ​ດີ​ທ່ານ​ຜູ້​ອ່ານ, ພົບ​ກັນ​ວັນ​ທີ 20 ສິງຫາ​ນີ້, ເປັນ​ມື້​ທໍາ​ອິດ​ທີ່​ລັດ​ຕະ​ນະ​ຈະ ພາທ່ານເດີນທາງໄປກັບຂະບວນລົດແລ່ນລີ້ຈີນ-ອາຊຽນ, ສໍາລັບຈຸດໝາຍ​ປາຍທາງ​ແມ່ນ​ຈະ​ແລ່ນ​ຜ່ານ​ປະ​ເທດ ສປປ ລາວ, ​ຜ່ານ​ທາງ​ຂົວ​ມິດຕະພາບ​ລາວ-​ໄທ​ເພື່ອ​ເດີນທາງ​ໄປ​ສຸ​ໂຂ​ໄທ​, ​ດ້ວຍ​ໄລຍະ​ທາງ​ປະມານ 500 ກິ​​ໂລ​ແມັດ. ​ມື້​ນີ້​ແມ່ນ​ມື້​ທໍາ​ອິດ​ທີ່ລັດຕະນະ​ໄດ້​ຮ່ວມ​ເດີນທາງ​ກັບ​ຂະ​ບວນລົດ​​ແລ່ນ​ລີ້​ຈີ​ນ-ອາ​ຊຽນ, ພິ​ເສດ​ແມ່ນ​ໄດ່ຮ່ວມ​ຂະ​ບວນກັບ​ບັນດາ​ນັກ​ຂ່າວ​ທີ່​ມາ​ຈາກ​ຫຼາຍໆ​ປະ​ເທດ​ເປັນ​ຕົ້ນ​ແມ່ນປະ​ເທດ​ຈີນ, ​ໄທ, ສິງກະ​ໂປ, ມາ​ເລ​ເຊຍ, ມຽນມາ, ​ແລະລາວທີ່​ເຂົ້າ​ຮ່ວມ​ໃນ​ການ​ເດີນທາງ​ຄັ້ງ​ນີ້​ອີກ​ດ້ວຍ.


ມື້​ນີ້, ​ຂະ​ບວນລົດ​​ໄດ້ອອກ​ເດີນທາງ​ຈາກ​ບ່ອນ​ພັກ​ໄປ​ປະຕູ​ໄຊ​ເພື່ອ​ເປີດ​ພິທີ​​ເດີນ​ຂະ​ບວນຢ່າງ​ເປັນ​ທາງ​ການ​ ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ອູ​ຈື້ອູ ທູດ​ຝ່າຍ​ເສດຖະກິດ​ຂອງ​ຈີນ​ປະ​ຈໍາ​ລາວ, ຈາກ​ນັ້ນ​, ຂະ​ບວນລົດກໍ່​ໄດ້​ໄປ​ຢ້ຽມ​ຊົມ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງປະ​ເທດ​ລາວ​, ຄືພະທາດຫຼວງ​ວຽງ​ຈັນ​ເຊິ່ງ​ເປັນ​ສະຖານ​ທີ່​ເຄົາລົບ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ. ຈາກ​ນັ້ນ​ຂະ​ບວນລົດ​ ​ເລີ່​ມ​ເຄື່ອນ​ອອກ​ເດີນທາງ​ໄປ​ສຸ​ໂຂ​ໄທ. ​ໃນ​ຕະຫຼອດ​ໄລຍະ​ການ​ເ​ດີ​ນທາງນອກຈາກ​ຈະ​ຖ່າຍຮູບ​ພາບ​ທໍາ​ມະ​ຊາດ​ຕະຫຼອດ​ໄລຍະ​ການ​ເດີນທາງ​ແລ້ວ, ​ຜູ້​ຮ່ວມ​ຂະ​ບວນກໍ​ໄດ້​ສ້າງ​ບັນຍາກາດ​ຕະຫຼອດ​ການ​ເດີນທາງ​ໃນ​ຄັ້ງ​ນີ້,​ ໂດຍ​ສະ​ເພາະ​ທີ​ມຂ່າວ​ພວກ​ເຮົາ, ​ເດີນທາງ​ພໍ​ເທົ່າ​ໃດ​ຊົ່ວ​ໂມງ​ກໍ່​ຮອດ​ເມືອງ​ສຸ​ໂຂ​ໄທຈັງຫວັດ​ສຸ​ໂຂ​ໄທ​ຂອງ​ປະ​ເທດ​ໄທ​ແລ້ວ, ​ຂະ​ບວນລົດໄປພັກຢູ່​ໄກ້ໆ​ກັບ​ເມືອງ​ບູຮານ​ຫຼື​ຫໍພິພິທະ​ພັນ​ແຫ່ງ​ຊາດ​ຂອງ​ເມືອງ​ສຸ​ໂຂ​ໄທ​ນັ້ນ​ເອງ. ຫໍພິພິທະ​ພັນ​ແຫ່ງ​ນີ້ເປັນເມືອງ​ທີ່​ເກົ່າ​ແກ່​ທາງ​ດ້ານ​ວັດທະນະ​ທໍາ, ປະຫວັດ​ຄວາມ​ເປັນ​ມາ​ຂອງ​ຮ່ອງ​ຮອຍ​ທາງ​ດ້ານ​ປະຫວັດສາດ, ມີ​ພະທາດ​ເກົ່າ​ແກ່ ​, ​ເສົາ​ຫີນ, ​ແລະ​ອື່ນໆ​ທີ່​ຕັ້ງ​ລຽງ​ກັນ​ປານ​ຮູບ​ແຕ້ມ, ​​​ເຮັດ​ໃຫ້​ຜູ້​ໄດ້​ພົບ​ເຫັນຮູ້​ສື​ກ​ເຊົາ​ເມື່ອຍທັນທີ.