ບົດ​ບັນ​ທຶກ​ປະ​ຈຳ​ວັນ​ຂອງ​ນັກ​ຂ່າວ​ທີ່​ໄປ​ເອົາ​ຂ່າວ​ກ່ຽວ​ກັບ​ການ​ແຂ່ງ​ຂັນ​ແລ່ນ​ລົດ​ແລ່ນ​ລີ

(GMT+08:00) 2012-08-24 15:55:32     cri
ສະບາຍດີ​ທ່ານ​ຜູ້​ອ່ານ​, ພົບ​ກັບ​ລັດຕະນະອີກ​ໃນວັນ​ທີ 21 ສິງຫາ ​ໃນ​ການ​ຕິດຕາມ​ຂະ​ບວນລົດ​ແລ່ນ​ລີ​ຈີນ-ອາຊຽນ. ​ມື້​ນີ້​ແມ່ນ​ມື້​ທີ 5 ​ໃນ​ການ​ເດີນທາງ​ຂອງ​ຂະ​ບວນລົດ​ແລ່ນ​ລີ້, ພາຍຫຼັງ​​ໄດ້ພັກ​ເອົາ​ແຮງຢູ່​ເມືອງ​ສຸ​ໂຂ​ໂທ, ມື້​ນີ້​ກໍ່​ຄື​ຂະ​ບວນກໍ່ໄດ້​ເລີ່​ມ​ເດີນທາງ​ອອກ​ຈາກ​ສຸ​ໂຂ​ໄທ​​ເພື່ອ​ໄປ​ບາງກອກ​ນະຄອນຫຼວງ​ຂອງ​ປະ​ເທດ​ໄທ​. ສໍາລັບ​ໄລຍະ​ທາງ​ຂອງ​ການ​ເດີນທາງ​ປະມານ 460 ກິ​​ໂລ​ແມັດ.


ກ່ອນ​ອອກ​ເດີນທາງ, ຜູ້​ເຂົ້າຂະ​ບວນລົດ​ແລ່ນ​ລີ້​ກໍ່​ໄດ້​ໄປ​ທ່ຽວ​ຊົມ​ສະຖານ​ທີ່​ທ່ອງ​ທ່ຽວ​ພິພິທະ​ພັນ​ເມືອງ​ບູຮາ​ນສຸ​ໂຂ​ໄທ, ພາຍ​ໃນ​ສະຖານ​ທີ່​ແຫ່ງ​ນີ້​ມີ​ພະທາດ​ເກົ່າ, ກ້ອນ​ຫີນ, ​ເສົາ​ຫີນ, ຕັ້ງ​ລຽງຢາຍ​ຢູ່​ບໍລິ​ເວນ​ດັ່ງກ່າວ, ​ຄາຍ​ກັບ​​ເປັນ​ອີກ​ເມືອງ​ໜື່ງ, ບວກ​ກັບ​ບັນຍາກາດ​ອ້ອມ​ຮອບ​ບໍລິ​ເວນ​ພິພິທະ​ພັນ​ເບິ່ງ​ຄ້າຍຄື​ກັບ​ຮູບທີ່​ແຕ້ມ​ໄວ້. ຈາກ​ນັ້ນ, ​ທ່ານ ນາງ ດວງ​ກາ​ມົນ ຮອງ​ຫົວໜ້າ​ພິພິທະ​ພັນ​ສຸ​ໂຂ​ໂທ​ກໍ່​ກ່າວ​ເປີດ​ພິທິປ່ອຍ​ຂະ​ບວນລົດ​ແລ່ນ​ລີ້​ຢ່າງ​ເປັນ​ທາງ​ການ, ພາຍ​ໃນ​ພິທີ​ກໍ່​ໄດ້​ທ່ານ ນາງ ລູ້ ຮອງ​ຫົວໜ້າ​ກິລາ​ຈີນ​ກໍ່​ໄດ້​ມອບ​ຂອງ​ທີ່​ລະນືກ​ໃຫ້​ແກ່​ທ່ານ ນາງ ​ດວງ​ກະມົນ. ຫຼັງ​ຈາກ​ນັ້ນ, ຂະ​ບວນລົດ​ກໍ່​ເລີ່​ມອອກ​ເດີນທາງ​. ຈຸດໝາຍຂອງ​ການ​ເດີນທາງ​ໃນ​ມື້​ນີ​ແມ່ນ​ບາງ​ກອກ ນະຄອນຫຼວງ​ຂອງ​ປະ​ເທດ​ໄທ, ​ເຊິ່ງ​ເປັນ​ເມືອ​ງຫຼວງ​ທີ່​ຫຼາຍ​ທ່ານ​ຢາກ​ໄປ​ທ່ຽວ​ຊົມ. ​ສະຖານ​ທີ່​ສໍາຄັນໆ​​ມີ​ທັງ​​ຫໍພະ​ແກ້ວ, ລ່ອງ​ເຮືອ​​ເບິ່ງ​ການ​ດໍາລົງ​ຊີວິດ​ຂອງ​ປະຊາຊົນ​ສອງ​ຝັ່ງ​ແມ່​ເຈົ້າ​ພະຍາ​ ແລະ​ສະຖານ​ທີ່​ອື່ນໆ, ຈາກ​ສຸ​ໂຂ​ໄທ​ຫາ​ບາງກອກ​ໃຊ້​ເວລາ​ການ​ເດີນທາງ​ປະມານ  10 ຊົ່ວ​​ໂມງກວ່າ​. ​ແຕ່​ໜ້າ​ເສຍດາຍ​ພໍ​ຮອດ​ຈຸດໝາຍ​ກໍ່​ມືດ​ແລ້ວ​ຂະ​ບວນລົດ​ແລ່ນ​ລີ້​ພວກ​ເຮົາ​ເລີຍ​ມີ​ແຕ່​ພັກຜ່ອນ​ເອົາ​ແຮງ​ໃນ​ມື​ຕໍ່​ໄປ​.