ບົດບັນທຶກ​ປະຈຳ​ວັນ​ຂອງ​ນັກ​ຂ່າວທີ່​ຕິດຕາມ​ຂະ​ບວນລົດ​ແລ່ນລີ​ຈີນ​ອາ​ຊຽນ

(GMT+08:00) 2012-08-27 16:31:33     cri
ສະ​ບາຍ​ດີ​ທ່ານ​ຜູ້​ອ່ານ, ພົບ​ກັນ​ອີກ​ແລ້ວ​ກັບ​ລັດ​ຕະ​ນະ​ຖ້າ​ທ່ານ​ຕິດ​ຕາມ​ຂະ​ບວນ​ລົດ ແລ່ນ​ລີ​ຈີນ-ອາ​ຊຽນ​ທີ່​ເລີ່ມ​ການ​ແຂ່ງ​ຂັນ​ມາ​ກໍ່​ເປັນ​ມື້​ທີ 7 ແລ້ວ, ມື້​ນີ້​ລັດ​ຕະ​ນະ​ຈະ​ພາ ທ່ານຈາກ​ກຸງ​ເທບ​​ໄປ​ຈັງຫວັດ​ຫາດ​ໃຫຍ່ ​ພາກ​ໄຕ້​ຂອງ​ປະ​ເທດ​ໄທ,​ ໄລຍະ​ການ​ເດີນທາງ​ສໍາລັບ​ມື້​ນີ້ ​ຖື​ວ່າ​ໄກ​ກວ່າ​ທຸກ​ມື້​ທີ່​ເລີ່​ມມີ​ການ​ແຂ່ງ​ຂັນຄືປະມານ 950 ກິ​ໂລ​ແມັດ, ຂະ​ບວນລົດ​ເລີ່​ມອອກ​ເດີນທາງ​ແຕ່​ເຊົ້າ​ເພື່ອ​ຈຸດ​ມຸ້ງ​ໝາຍ​ຄື​ ​​ຈັງຫວັດຫາດ​ໃຫຍ່ພາກ​ໄຕ້ຂອງ​ປະ​ເທດ​ໄທ.


ຕະຫຼອດ​ໄລຍະ​ການ​ເດີນທາງ​ຍາວ​ໄກ, ​​ເຖິງ​ວ່າ​ຝົນ​ຈະ​ຕົກ​ແຮງ​​ເປັນ​ໄລຍະໆກໍ​ຕາມ, ​ແຕ່​ຢູ່​ໃນ​ລົດ​ນັກ​ຂ່າວ, ພັດ​ເຕັມ​ໄປ​ດ້ວຍບັນຍາກາດ​ມ່ວນ​ຊື່ນ. ​ເພື່ອ​ບໍ່​ໃຫ້​ອິດ​ເມື່ອຍ, ​ຫຼາຍ​ຄົນພາກັນຮ້ອງ​ເພງ​, ​ເວົ້ານົວ​ຫົວ​ມ່ວນ, ບວກ​ກັບ​ຖ່າຍຮູບ​ນຳ​ທາງ, ​ໃຜໆ​ກໍ່​ມີ​ແຕ່​​ໃບໜ້າ​ຍີ້ມ​ແຍ້ມ​ແຈ່ມ​ໃສ. ມື້​ນີ້​ພິ​ເສດ​ທີ​ມຂ່າວ​ພວກ​ເຮົາ​ໄດ້​ມີ​ນັກ​ຂ່າວ​ຈາກ​ປະ​ເທດ​ກໍາ​ປູ່​ເຈຍ​ເຂົ້າ​ຮ່ວມ​ຂະ​ບວນ  2 ຄົນ​, ​ເຮັດ​ໃຫ້ການ​ເດີນທາງ​ຍິ່ງ​ເປັນ​ຂະ​ບວນຄືກ​ຄື້ນກວ່າ​ເກົ່າ.


​ເດີນທາງ​​ເກືອບ 10 ຊົ່ວ​ໂມງກວ່າ​, ຈົນຕາ​ເວັນ​ລັບ​ຂອບ​ຟ້າ, ຂະ​ບວນລົດ​ພວກ​ເຮົາ​ຈື່ງ​ຮອດ​ແຂວງ​ຫາດ​ໃຫຍ່​ພາກ​ໄຕ້​ຂອງ​ປະ​ເທດ​ໄທ, ຈັງຫວັດຫາດ​ໃຫຍ່​ເປັນ​ອີກ​ຈັງຫວັດ​ໜື່ງທີ່​ມີ​ຄົນ​ມຸດ​ສະ​ລິ​ມອາ​ໃສ​ຫຼາຍ. ມີ​ຮ້ານ​ຂາຍ​ເຄື່ອງຫຼາຍ, ທັງມີ​ຕະຫຼາດ​ກາງຄືນ​ພ້ອມ. ແຕ່​ວ່າໜ້າ​ເສຍດາຍ​ທີ່​ລັດຕະນະບໍ່​ໄດ້​ເກັບ​ພາບ​ທີ່​ສວຍ​ງາມ​ຂອງ​ຕົວ​ເມືອງ​ຫາດ​ໃຫຍ່​ມາ​ໃຫ້​ທ່ານ​ຜູ້​ອ່ານ​ໄດ້​ຊົມ, ຍ້ອນ​​ໄລຍະ​ທາງ​ໄກ​ຫຼາຍ​, ເມື່ອຍ​ແຮງ, ​ຈື່ງ​ພາກັນ​ຂ້ຽວ​ນອນ​ພັກຜ່ອນ​ເອົາ​ແຮງ​ໃນ​ການ​ເດີນທາງ​ມື້​ຕໍ​ໄປ.