ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປິນ​ຢ້ຽມ​ຢາມ​ຈີນ​ເປັນ​ເທື່ອ​ທຳ​ອິດ​ຫຼັງ​ຈາກ​ເຫດ​ການ​ເກາະ​ຫວງ​ຢຽນ​ທີ່​ເກີດ​ຂຶ້ນ​ໃນ​ປີ​ນີ້

(GMT+08:00) 2012-08-27 17:20:09     cri
ວັນ​ທີ25​ສິງຫານີ້,ຢູ່​ນະຄອນຫຼວງ​ປັກ​ກິ່ງ,ທ່ານ​ຢາງ​ເຈ​ສື ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ອັນ​ເບີດ ​ເດ​ວ ​ໂຣຊາຣີ​ໂອ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຟີ​ລິບ​ປິນທີ່​ມາ​ຢ້ຽມຢາມ​ຈີນ​ບໍ່​ເປັນ​ທາງ​ການ.ສອງ​ຝ່າຍ​ໄດ້​​​ດຳ​ເນີນ​ການ​ເຈລະຈາ​ກັນ​ຢ່າງ​ມີ​ລັກສະນະ​ສ້າງສັນ,​ທ່າມກາງ​ບັນຍາກາດ​ອັນ​ຕັ້ງໜ້າ,ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ແລະ​ບັນຫາ​ທີ່​ສົນ​ໃຈ​ຮ່ວມ​ກັນ.ຕາມ​ສື່​ມວນ​ຊົນ​ຟີ​ລິບ​ປິນລາຍ​ງານ​ວ່າ,ທ່ານ​ເດ​ວ ​ໂຣຊາຣີ​ໂອ​ມາ​ຢ້ຽມຢາມ​ຈີນ​ເທື່ອ​ນີ້​ແມ່ນ​ມີ​ຈຸດປະສົງ​ເພື່ອ​ໄປ​ຢ້ຽມຢາມ​ທ່ານ​ນາງ​ໂຊ​ເນຍ ​​ໄບຼດີ ​ເອກ​ອັກຄະ​ລັດ​ຖະທູດ​ຟີ​ລິບ​ປິນປະຈຳ​ຈີນ​ທີ່​ພວມນອນ​ປິ່ນປົວ​ຢູ່​ໂຮງໝໍ.

ທ່ານ​ນາງ​ໂຊ​ເນຍ ​ໄບຼດີ ຫາ​ກໍ່​ຂຶ້ນ​ຮັບ​ຕຳ​ແໜ່​ງ​ເປັນ​ເອກ​ອັກຄະ​ລັດຖະທູດ​ຟີ​ລິບ​ປິນປະຈຳ​ຈີນ​ເປັນ​ເວລາ​ພຽງ2​ເດືອນ​ກວ່າ​​ເທົ່າ​ນັ້ນ,ວັນ​ທີ22​ສິງຫາ​ນີ້,ນາງ​ນອນ​ປິ່ນປົວ​ຢູ່​ໂຮງໝໍ​ຍ້ອນ​ເປັນອຳມະພາດຂັ້ນ​ເບົາ,ທ່ານ​ເດ​ວ ​ໂຣຊາຣີ​ໂອ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຟີ​ລິບ​ປິນກໍ່​ຖື​ໂອກາດ​ທີ່​ໄປຢ້ຽມ​ຢາມ​ທ່ານ​ນາງ​ໂຊ​ເນຍ ​ໄບຼດີ​ເພື່ອ​ຢ້ຽມຢາມ​ຈີນ​ໃນ​ວັນ​ທີ25​ສິງຫາ​ນີ້.ໜັງສືພິມ​ຟີ​ລິບ​ປິນ​ເດ​ລີ ອິນ​ຄວາຍ​ເອີ ສະ​ບັບ​ວັນ​ທີ​26​ສິງ​ຫາ​ນີ້​ລາຍ​ງານ​ວ່າ,ນີ້​ແມ່ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຟີ​ລິບ​ປິນ​ຢ້ຽມ​ຢາມ​ຈີນ​ເປັນ​ເທື່ອ​ທຳ​ອິດ​ຫຼັງ​ຈາກ​ສອງ​ປະ​ເທດ​ເກີດ​ຄວາມ​ຂັດ​ແຍ່ງ​ກັນ​ຍ້ອນ​ເຫດການ​ເກາະ​ຫວງ​ຢຽນທີ່​ເກີດ​ຂຶ້ນ​ໃນ​ເດືອນ​ເມສາ​ປີ​ນີ້.

ເດືອນ​ພຶດສະພາ​ທີ່​ຜ່ານ​ມາ,ການ​ພົວພັນ​ລະ​ຫວ່າງ​ຈີນ​ກັບ​ຟີ​ລິບ​ປິນ​ໄດ້​ຕົກ​ຢູ່​ໃນ​ສະພາບຕົກ​ຕ່ຳ​ທີ່​ສຸດ​ຍ້ອນ​ຄວາມ​ຂັດ​ແຍ່ງ​ຢູ່​ເກາະ​ຫວງ​ຢຽນ,ທ່ານ​ເບ​ນິກ​ໂນ ອາ​ກີ​ໂນ 3 ປະທາ​ນາ​ທິບໍດີ​ຟີ​ລິບ​ປິນສະ​ເໜີ​ຊື່​ທ່ານ​ໂດ​ມິນ​ໂກ ລີ ຜູ່​ສະໜິດ​ໃກ້ຊິດ​ກັບ​ຕົນ​ເອງຂຶ້ນ​ດຳລົງ​ຕຳ​ແໜ່​ງ​​ເປັນເອກ​ອັກຄະ​ລັດຖະທູດ​ຟີ​ລິບ​ປິນປະຈຳ​ຈີນ,​ແຕ່​ຖືກ​ສະພາ​ຕ່ຳ​ຟີ​ລິບ​ປິນຄັດຄ້ານ,ທ່ານ​ອາ​ກີ​ໂນ​ສະ​ເໜີ​ຊື່​ຫຼາຍ​ເທື່ອ​ແຕ່​ບໍ່​ຜ່າ​ນການ​ຮັບຮອງ.ສ່ວນ​ໃນ​ເວລາ​ນັ້ນ,ຕຳ​ແໜ່​ງ​ເອກ​ອັກຄະ​ລັດຖະທູດ​ຟີ​ລິ​ບປິນປະຈຳ​ຈີນ​ໄດ້​ເປົ່າ​ຫວ່າງ​ມາ​ເປັນ​​ເວລາ​1ປີ​ກວ່າ​ແລ້ວ.ຕໍ່​ມາ,ທ່ານ​ນາງ​ໂຊ​ເນຍ ​ໄບຼດີ ທີ່​ເຄີຍ​ດຳລົງ​ຕຳ​ແໜ່​ງ​ເປັນ​ເອກ​ອັກຄະ​ລັດຖະທູດ​ຟີ​ລິບ​ປິນປະຈຳ​ຈີນ​ໃນ​ປີ2006​ນັ້ນ​ໄດ້​ດຳລົງ​ຕຳ​ແໜ່​ງນີ້​ຄືນອີກ​.ບຸກຄົນ​ວົງ​ການ​ການ​ຕ່າງປະ​ເທດ​ກ່າວ​ວ່າ,​ໃນ​ໄລຍະ​ທ່ານ​ນາງ​ໄບຼດີ​ພັກ​ຟື້ນ​ສຸຂະພາບ​ນັ້ນ,ຜູ່​ຊ່ວຍ​ຂອງ​ນາງ​ຈະ​ຮັບຜິດຊອບ​ວຽກ​ງານ​​ໃນ​ສະຖານທູດ.

ທ່ານ​ນາງ​ໂຊ​ເນຍ ​ໄບຼດີ​ເປັນ​ອຳມະພາດ​ຢ່າງ​ກະທັນຫັນ​ພາ​ໃຫ້​ພາຍ​ນອກ​ມີ​ການ​ຄາດ​​ເດົາ​ວ່າ​ນາງ​ອາດ​ຈະ​ຖືກ​ຜູ່​ອື່ນ​ມາ​ດຳລົງ​ຕຳ​ແໜ່​ງ​ເອກ​ອັກຄະ​ລັດ​ຖະທູດ​ປະຈຳ​ຈີນ​ແທນ.ວັນ​ທີ25​ສິງຫາ​ນີ້,​ໃນ​ເວລາ​ຕອບຄຳ​ຖາມ​ຂອງ​ນັກ​ຂ່າວ​ວ່າ​ທ່ານ​ນາງ​ໂຊ​ເນຍ ​​ໄບຼດີ​ຈະ​ຖືກ​ປົດ​ຕຳ​ແໜ່​ງຫຼື​ບໍ່? ໂຄສົກ​ທຳນຽບປະທານາທິບໍດີ​ຟີ​ລິບ​ປິນກ່າວ​ວ່າ,ລັດຖະບານ​ຟີ​ລິບ​ປິນຈະ​ພິຈາລະນາ​ເຖິງ​ບັນຫາ​ນີ້​ແຕ່​ຈະ​ບໍ່​ເອົາ​ຄົນ​ອື່ນ​ມາ​ປ່ຽນ​ແທນ​ທ່ານ​ນາງ​ໄບຼດີ​ຢ່າງ​ກະທັນຫັນ​ແນ່ນອນ.